Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:7 - ພຣະຄຳພີສັກສິ

7 ພຣະເຢຊູເຈົ້າ​ໄດ້​ນຳພາ​ພວກ​ສາວົກ​ຂອງ​ພຣະອົງ​ອອກ​ໄປ​ສູ່​ຝັ່ງ​ທະເລສາບ​ຄາລີເລ ແລະ ມີ​ປະຊາຊົນ​ໝູ່ໃຫຍ່​ມາ​ຈາກ​ແຂວງ​ຄາລີເລ, ໄດ້​ຕິດຕາມ​ພຣະອົງ​ໄປ ທັງ​ຈາກ​ແຂວງ​ຢູດາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ແຍກໂຕ​ຈາກ​ທີ່​ນັ້ນ​ໄປ​ຍັງ​ທະເລສາບ, ມີ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ມາ​ຈາກ​ແຂວງ​ຄາລີເລ​ໄດ້​ຕິດຕາມ​ພຣະອົງ​ໄປ.

Uka jalj uñjjattʼäta Copia luraña




ມາຣະໂກ 3:7
20 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”


ເມື່ອ​ພຣະເຢຊູເຈົ້າ​ຮູ້ຈັກ​ກົນອຸບາຍ​ນີ້, ພຣະອົງ​ກໍ​ສະເດັດ​ອອກ​ຈາກ​ທີ່​ນັ້ນ ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ທຸກຄົນ​ໃຫ້​ດີ​ພະຍາດ,


ແຕ່​ພຣະອົງ​ໄດ້​ສັ່ງ​ຫ້າມ​ພວກເຂົາ​ຢ່າງ​ເດັດຂາດ ບໍ່​ໃຫ້​ບອກ​ເລື່ອງ​ກ່ຽວກັບ​ພຣະອົງ​ສູ່​ຜູ້ໃດ​ຟັງ.


ປະຊາຊົນ​ຢ່າງ​ໜາແໜ້ນ​ຈາກ​ແຂວງ​ຄາລີເລ​ກັບ​ເດກາໂປລີ ຈາກ​ນະຄອນ​ເຢຣູຊາເລັມ, ແຂວງ​ຢູດາຍ ແລະ​ດິນແດນ​ທາງ​ຟາກ​ເບື້ອງ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ ຕ່າງ​ກໍໄດ້​ຕິດຕາມ​ພຣະອົງ​ໄປ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ຂັບໄລ່​ພວກ​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.


ແຕ່​ຊາຍ​ຄົນ​ນີ້​ພໍ​ຈາກ​ໄປ​ແລ້ວ ລາວ​ກໍ​ປະກາດ​ຂ່າວ​ນີ້​ໃຫ້​ຊ່າລື​ໄປ​ທົ່ວ​ທຸກ​ບ່ອນ. ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ອາດ​ເຂົ້າ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່ໄປ, ແຕ່​ພຣະອົງ​ໄດ້​ໄປ​ອາໄສ​ຢູ່​ນອກ​ເມືອງ ໃນ​ບ່ອນ​ປ່ຽວ ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ກັບ​ມາ​ເຮືອນ​ອີກ ໃນ​ທີ່ນັ້ນ​ມີ​ປະຊາຊົນ​ໝູ່ໃຫຍ່ ມາ​ເຕົ້າໂຮມ​ກັນ​ຢູ່​ຢ່າງ​ໜາແໜ້ນ ຈົນ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ​ບໍ່ມີ​ເວລາ​ກິນ​ເຂົ້າ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ອີກ​ທີ່​ແຄມ​ທະເລສາບ​ຄາລີເລ ປະຊາຊົນ​ໝູ່ໃຫຍ່​ມາ​ເຕົ້າໂຮມ​ກັນ ແລ້ວ​ມາ​ຫາ​ພຣະອົງ ຈົນ​ພຣະອົງ​ຂຶ້ນ​ໄປ​ນັ່ງ​ຢູ່​ໃນ​ເຮືອ​ຫ່າງ​ຈາກ​ຝັ່ງ, ສ່ວນ​ປະຊາຊົນ​ນັ້ນ​ຢູ່​ເທິງ​ບົກ​ຕາມ​ແຄມ​ຝັ່ງ.


ແຕ່​ພວກເຂົາ​ເວົ້າ​ຢືນຢັນ​ຕື່ມ​ຢ່າງ​ໜັກແໜ້ນ​ວ່າ, “ຄົນ​ນີ້​ໄດ້​ຍຸຍົງ​ຄົນ​ທັງຫລາຍ​ໃຫ້​ລຸກ​ຮື້​ຂຶ້ນ ແລະ​ສັ່ງສອນ​ທົ່ວ​ທັງ​ແຂວງ​ຢູດາຍ ເລີ່ມຕົ້ນ​ທີ່​ແຂວງ​ຄາລີເລ ແລະ​ບັດນີ້​ກໍ​ມາ​ຮອດ​ທີ່​ນີ້​ແລ້ວ.”


ໃນ​ເວລາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ເພື່ອ​ພາວັນນາ​ອະທິຖານ ແລະ​ໃຊ້​ເວລາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຢູ່​ທີ່​ນັ້ນ​ຕະຫລອດ​ຄືນ.


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ລົງ​ມາ​ແຕ່​ພູ​ແລ້ວ ກໍ​ຢຸດ​ຢືນ​ຢູ່​ທີ່​ຮາບພຽງ​ແຫ່ງ​ໜຶ່ງ ໃນ​ບ່ອນ​ນັ້ນ ມີ​ລູກສິດ​ຂອງ​ພຣະອົງ​ຫລາຍ​ຄົນ​ພ້ອມ​ດ້ວຍ​ປະຊາຊົນ​ຈຳນວນ​ຫລວງຫລາຍ ທີ່​ມາ​ຈາກ​ທົ່ວ​ທັງ​ແຂວງ​ຢູດາຍ ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຈາກ​ຝັ່ງ​ທະເລ​ຂອງ​ເມືອງ​ຕີເຣ​ກັບ​ເມືອງ​ຊີໂດນ,


ຄົນອື່ນ​ເວົ້າ​ວ່າ, “ເພິ່ນ​ເປັນ​ພຣະຄຣິດ.” ແຕ່​ຄົນອື່ນ​ເວົ້າ​ອີກ​ວ່າ, “ພຣະຄຣິດ​ຄົງ​ບໍ່​ມາ​ຈາກ​ຄາລີເລ.”


ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ນີໂກເດມ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ໃຫ້​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ​ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ບໍ່ເຄີຍ​ມີ​ຜູ້ທຳນວາຍ​ທີ່​ມາ ຈາກ​ຄາລີເລ.” [


ພໍ​ເຖິງ​ກາງຄືນ​ໃນ​ວັນ​ດຽວກັນ​ນັ້ນ ຄົນ​ທີ່​ເຊື່ອ​ກໍ​ສົ່ງ​ໂປໂລ ແລະ ຊີລາ​ໄປ​ທີ່​ເມືອງ​ເບເຣຍ, ເມື່ອ​ມາ​ຮອດ ພວກເພິ່ນ​ກໍ​ເຂົ້າ​ໄປ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ.


ຝ່າຍ​ຄົນ​ທີ່​ເຊື່ອ​ກໍ​ສົ່ງ​ໂປໂລ​ໄປ​ເຖິງ​ແຄມ​ຝັ່ງ​ທະເລ​ໃນທັນທີ, ສ່ວນ​ຊີລາ​ກັບ​ຕີໂມທຽວ​ນັ້ນ ພວກເພິ່ນ​ຍັງ​ພັກ​ຢູ່​ໃນ​ເມືອງ​ເບເຣຍ.


ດັ່ງນັ້ນ ໃນ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ຈຶ່ງ​ໄດ້​ເລືອກ​ເອົາ​ເມືອງ​ເກເດັດ​ໃນ​ຄາລີເລ ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເນັບທາລີ; ເມືອງ​ຊີເຄມ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ເອຟຣາອິມ ແລະ​ກີຣີອາດ-ອາກບາ​ຄື​ເມືອງ​ເຮັບໂຣນ​ໃນ​ເຂດ​ເນີນພູ​ຂອງ​ເຜົ່າ​ຢູດາ.


ຈາກ​ເຂດແດນ​ຂອງ​ເນັບທາລີ ພວກເຂົາ​ໄດ້​ຮັບ 3 ຕົວເມືອງ ມີ​ດັ່ງນີ້: ເກເດັດ​ໃນ​ຄາລີເລ, ພ້ອມ​ທັງ​ທົ່ງຫຍ້າ (ເມືອງ​ໜຶ່ງ​ໃນ​ຈຳນວນ​ເມືອງ​ລີ້ໄພ), ຮາມໂມດ​ໂດເຣ ແລະ​ກາກຕານ ພ້ອມ​ທັງ​ທົ່ງຫຍ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka