Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:6 - ພຣະຄຳພີສັກສິ

6 ຝ່າຍ​ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ຈາກ​ໄປ ແລະ​ໄດ້​ເລີ່ມ​ວາງແຜນ​ກັບ​ພັກ​ພວກ​ຂອງ​ເຮໂຣດ ເພື່ອ​ຊອກ​ຫາ​ຊ່ອງທາງ​ຂ້າ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ ເລີ່ມ​ວາງແຜນ​ກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ວ່າ​ຈະ​ຂ້າ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ມາຣະໂກ 3:6
10 Jak'a apnaqawi uñst'ayäwi  

ແລ້ວ​ພວກ​ຟາຣີຊາຍ​ກໍ​ພາກັນ​ອອກ​ໄປ​ປຶກສາ​ກັນ ແລະ​ວາງແຜນ​ເພື່ອ​ຈະ​ຂ້າ​ພຣະເຢຊູເຈົ້າ.


ແລ້ວ​ພວກເຂົາ​ກໍ​ໃຊ້​ພວກ​ສິດ​ຂອງ​ພວກ​ຕົນ ພ້ອມ​ກັບ​ພັກພວກ​ຂອງ​ເຮໂຣດ​ບາງຄົນ ໄປ​ເວົ້າ​ກັບ​ພຣະອົງ​ວ່າ, “ອາຈານ​ເອີຍ ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຜູ້​ສັດຊື່ ແລະ​ທ່ານ​ສັ່ງສອນ​ຄວາມຈິງ​ໃນ​ທາງ​ຂອງ​ພຣະເຈົ້າ ໂດຍ​ບໍ່ໄດ້​ເອົາ​ໃຈ​ຜູ້ໃດ, ເພາະ​ທ່ານ​ບໍ່​ເຫັນ​ແກ່ໜ້າ​ຜູ້ໃດ.


ແລ້ວ​ພວກ​ຟາຣີຊາຍ​ກັບ​ພັກພວກ​ຂອງ​ເຮໂຣດ ກໍ​ໃຊ້​ບາງຄົນ​ອອກ​ໄປ​ຫາ​ພຣະເຢຊູເຈົ້າ ເພື່ອ​ຄອຍ​ຈັບຜິດ​ໃນ​ຄຳ​ເວົ້າ​ຂອງ​ພຣະອົງ.


ພຣະອົງ​ໄດ້​ເຕືອນ​ພວກ​ເພິ່ນ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ​ຂອງ​ເຮໂຣດ​ໃຫ້​ດີ.”


ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຢ້ານ​ປະຊາຊົນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຊອກ​ຊ່ອງທາງ​ເພື່ອ​ຂ້າ​ພຣະເຢຊູເຈົ້າ​ຢ່າງ​ປິດລັບ.


ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ໄດ້​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພຣະເຢຊູເຈົ້າ.


ຕັ້ງແຕ່​ວັນ​ນັ້ນ​ມາ ພວກເຂົາ​ກໍໄດ້​ວາງແຜນ​ຂ້າ​ພຣະເຢຊູເຈົ້າ.


ໂດຍ​ທາງ​ອົງ​ພຣະວິນຍານ​ບໍຣິສຸດເຈົ້າ ພຣະອົງ​ໄດ້​ກ່າວ​ຜ່ານ​ດາວິດ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ແລະ​ຜູ້ຮັບໃຊ້​ຂອງ​ພຣະອົງ​ວ່າ, ‘ດ້ວຍເຫດໃດ​ຄົນຕ່າງຊາດ ຈຶ່ງ​ໂກດຮ້າຍ​ຢ່າງ​ຮຸນແຮງ, ດ້ວຍເຫດໃດ​ຄົນ​ທັງຫລາຍ ຈຶ່ງ​ກໍ່​ອຸບາຍ​ອັນ​ໄຮ້​ປະໂຫຍດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka