Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:5 - ພຣະຄຳພີສັກສິ

5 ພຣະອົງ​ຫລຽວ​ເບິ່ງ​ອ້ອມຮອບ​ພວກເຂົາ​ດ້ວຍ​ຄວາມ​ເຄືອງໃຈ ພຣະອົງ​ເປັນທຸກໃຈ​ຫລາຍ ເພາະ​ພວກເຂົາ​ມີ​ໃຈແຂງ​ກະດ້າງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ຈຶ່ງ​ຢຽດ​ມື​ອອກ ແລະ ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ພຣະອົງ​ແນມ​ໄປ​ເບິ່ງ​ພວກເຂົາ​ດ້ວຍ​ຄວາມເຄືອງໃຈ ແລະ ເປັນທຸກໃຈ​ທີ່ສຸດ​ທີ່​ພວກເຂົາ​ໃຈ​ແຂງກະດ້າງ. ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ”. ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ.

Uka jalj uñjjattʼäta Copia luraña




ມາຣະໂກ 3:5
29 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຈຶ່ງ​ເສຍ​ໃຈ​ຫລາຍ​ທີ່​ໄດ້​ສ້າງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ຢູ່​ເທິງ​ແຜ່ນດິນ​ໂລກ ພຣະອົງ​ກິນແໜງ​ໃຈ​ຫລາຍ


ກະສັດ​ເຢໂຣໂບອາມ​ໄດ້​ກ່າວ​ແກ່​ຜູ້ທຳນວາຍ​ວ່າ, “ກະລຸນາ​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໃຫ້​ຮັກສາ​ແຂນ​ຂອງເຮົາ​ໃຫ້​ດີ​ແດ່ທ້ອນ.” ຄົນ​ຂອງ​ພຣະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ແຂນ​ຂອງ​ກະສັດ​ກໍດີ​ເປັນ​ປົກກະຕິ​ເໝືອນເດີມ.


ຂ້າພະເຈົ້າ​ໂກດຮ້າຍ​ຫລາຍ ແລະ​ໂຍນ​ສິ່ງ​ທັງໝົດ​ທີ່​ເປັນ​ຂອງ​ໂຕບີຢາ​ນັ້ນ​ອອກ​ໄປ.


ຕະຫລອດ​ສີ່ສິບ​ປີ​ເຮົາ​ເບື່ອໜ່າຍ​ປະຊາຊົນ​ເຫຼົ່ານີ້ ເຮົາ​ຈຶ່ງ​ກ່າວ​ວ່າ, ‘ພວກເຂົາ​ບໍ່​ສັດຊື່​ແລະ​ຝ່າຝືນ​ຂໍ້ຄຳສັ່ງ​ຢູ່ເລື້ອຍ.’


ແລ້ວ​ພຣະອົງ​ກໍ​ເວົ້າ​ກັບ​ຊາຍ​ມື​ລີບ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ກໍ​ຢຽດ​ອອກ ແລ້ວ​ມື​ນັ້ນ​ກໍດີ​ເປັນ​ປົກກະຕິ​ເໝືອນ​ກັບ​ມື​ອີກ​ເບື້ອງ​ໜຶ່ງ.


ແລ້ວ​ພຣະອົງ​ກໍ​ຊົງ​ຖາມ​ວ່າ, “ໃນ​ວັນ​ຊະບາໂຕ ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ? ຈະ​ເຮັດ​ການ​ດີ ຫລື​ຈະ​ເຮັດ​ການ​ຮ້າຍ? ຈະ​ຊ່ວຍ​ຊີວິດ​ຄົນ​ໄວ້ ຫລື​ທຳລາຍ​ຊີວິດ​ຄົນ​ຖິ້ມ?” ແຕ່​ພວກເຂົາ​ໄດ້​ມິດ​ຢູ່.


ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນ​ໜ້າຊື່​ໃຈຄົດ​ເອີຍ ພວກເຈົ້າ​ແຕ່ລະຄົນ​ບໍ່ເຄີຍ​ແກ້​ງົວ ຫລື​ລໍ​ຂອງຕົນ ແລະ​ຈູງ​ອອກ​ຈາກ​ຄອກ​ໄປ​ກິນ​ນໍ້າ​ໃນ​ວັນ​ຊະບາໂຕ​ບໍ?


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຊາຍ​ເຫຼົ່ານັ້ນ ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ໄປ​ຫາ​ປະໂຣຫິດ​ໃຫ້​ກວດເບິ່ງ​ພວກເຈົ້າ​ເດີ.” ຂະນະທີ່​ພວກເຂົາ​ໄປ​ຕາມ​ທາງ​ນັ້ນ ພວກເຂົາ​ກໍດີ​ສະອາດ​ທັງໝົດ.


ພຣະອົງ​ຫລຽວ​ເບິ່ງ​ໜ້າ​ພວກເຂົາ​ທຸກຄົນ​ແລ້ວ​ກ່າວ ແກ່​ຊາຍ​ມື​ລີບ​ວ່າ, “ຈົ່ງ​ຢຽດ​ມື​ເຈົ້າ​ອອກ” ຊາຍ​ມື​ລີບ​ຢຽດ​ມື​ຂອງຕົນ​ອອກ ແລະ​ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.


ທັງ​ບອກ​ລາວ​ວ່າ, “ໃຫ້​ເຈົ້າ​ໄປ​ລ້າງ​ທີ່​ສະນໍ້າ​ສີໂລອາມ” (ຊື່​ນີ້​ແປ​ວ່າ ໃຊ້​ໄປ). ດັ່ງນັ້ນ ຊາຍ​ຄົນ​ນີ້​ຈຶ່ງ​ໄປ​ລ້າງ ແລະ​ກັບຄືນ​ມາ​ກໍ​ເຫັນຮຸ່ງ.


ພີ່ນ້ອງ​ທັງຫລາຍ​ເອີຍ ນີ້​ຄື​ຄວາມຈິງ​ອັນ​ລັບເລິກ ຊຶ່ງ​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ຄິດ​ຖື​ຕົນ​ວ່າ ເປັນ​ຄົນ​ສະຫລາດ, ຄື​ວ່າ​ຄວາມ​ດື້ດຶງ​ຂອງ​ຊົນຊາດ​ອິດສະຣາເອນ​ນັ້ນ​ມີ​ພຽງ​ຊົ່ວຄາວ, ຈົນກວ່າ​ຄົນຕ່າງຊາດ​ຈະ​ມາ​ຄົບ​ຈຳນວນ​ໃນ​ການ​ກັບຄືນ​ມາ​ຫາ​ພຣະເຈົ້າ.


ແຕ່​ຈິດໃຈ​ຂອງ​ພວກເຂົາ​ປຶກຕັນ​ແທ້ຈິງ​ຈົນເຖິງ​ທຸກ​ວັນນີ້ ເມື່ອ​ພວກເຂົາ​ອ່ານ​ໜັງສື​ແຫ່ງ​ພັນທະສັນຍາ​ເດີມ ຈິດໃຈ​ຂອງ​ພວກເຂົາ​ກໍ​ຍັງ​ຖືກ​ປົກຄຸມ​ຢູ່​ດ້ວຍ​ຜ້າປົກ​ໜ້າ​ຢ່າງ​ດຽວກັນ ເພາະ​ຜ້າປົກ​ໜ້າ​ນັ້ນ​ຖືກ​ເປີດ​ອອກ​ໂດຍ​ພຣະຄຣິດ​ເທົ່ານັ້ນ.


ໂດຍ​ທີ່​ຄວາມ​ຄິດ​ຂອງ​ພວກເຂົາ​ມືດມົນ​ໄປ ແລະ​ພວກເຂົາ​ຢູ່​ຫ່າງ​ຈາກ​ຊີວິດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພາະ​ເຫດ​ຄວາມ​ຮູ້ເທົ່າບໍ່​ເຖິງການ ທີ່​ມີ​ຢູ່​ໃນ​ຕົວ​ພວກເຂົາ ອັນ​ເນື່ອງ​ຈາກ​ໃຈ​ແຂງ​ກະດ້າງ​ຂອງ​ພວກເຂົາ.


ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາເວັນ​ຕົກ.


ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ.


ເພາະສະນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ ກັບ​ຄົນ​ສະໄໝ​ນັ້ນ ແລະ​ເວົ້າ​ວ່າ, ‘ໃຈ​ຂອງ​ພວກເຂົາ​ມັກ​ຫລົງຜິດ​ຢູ່​ສະເໝີ ແລະ​ພວກເຂົາ​ບໍ່​ຮູ້ຈັກ​ຫົນທາງ​ຂອງເຮົາ.’


ແລະ​ແມ່ນ​ຜູ້ໃດ​ໜໍ ທີ່​ພຣະເຈົ້າ​ໄດ້​ໂກດຮ້າຍ​ຕະຫລອດ​ສີ່ສິບ​ປີ ບໍ່ແມ່ນ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ເຮັດ​ຜິດບາບ ແລະ​ຊາກສົບ​ຂອງ​ພວກເຂົາ​ຖືກ​ປະຖິ້ມ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ຫລື?


ເມື່ອ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະບຸດ ເຖິງ​ທີ່​ສຳເລັດ​ແລ້ວ ພຣະບຸດ​ນັ້ນ ຈຶ່ງ​ໄດ້​ເກີດ​ເປັນ​ຕົ້ນ​ກຳເນີດ​ແຫ່ງ​ຄວາມ​ລອດພົ້ນ​ອັນ​ຕະຫລອດໄປ​ເປັນນິດ ແກ່​ຄົນ​ທັງປວງ​ທີ່​ເຊື່ອຟັງ​ພຣະອົງ,


ພວກເຂົາ​ເຫຼົ່ານັ້ນ ຮ້ອງ​ບອກ​ພູ​ແລະ​ໂງ່ນຫີນ​ວ່າ, “ຈົ່ງ​ເຈື່ອນ​ລົງ​ເທິງ​ພວກເຮົາ ແລະ​ບັງ​ພວກເຮົາ​ໄວ້​ໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ບັນລັງ ແລະ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະ​ເມສານ້ອຍ​ນັ້ນ,


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊົາ​ເຊື່ອຖື​ບັນດາ​ພະ​ຕ່າງຊາດ ແລະ​ກັບ​ມາ​ນະມັດສະການ​ພຣະເຈົ້າຢາເວ​ອີກ. ແລ້ວ​ພຣະອົງ​ກໍ​ທຸກຮ້ອນໃຈ ທີ່​ເຫັນ​ຄວາມ​ລຳບາກ​ຂອງ​ຊາດ​ອິດສະຣາເອນ.


ດັ່ງນັ້ນ ໂຢນາທານ​ຈຶ່ງ​ລຸກ​ຂຶ້ນ​ແລະ​ອອກ​ຈາກ​ໂຕະ​ໄປ ໂດຍ​ບໍ່​ກິນ​ຫຍັງ​ໃນ​ມື້ນັ້ນ ຊຶ່ງ​ເປັນ​ມື້​ທີ​ສອງ​ຂອງ​ການ​ສະຫລອງ​ເດືອນ​ຂຶ້ນ​ໃໝ່. ລາວ​ໂສກເສົ້າ​ເສຍໃຈ​ຢ່າງໜັກ​ເຖິງ​ເລື່ອງ​ຂອງ​ດາວິດ ຍ້ອນ​ວ່າ​ກະສັດ​ໂຊນ​ໄດ້​ດູຖູກ​ດາວິດ​ຢ່າງ​ຮຸນແຮງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka