Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:3 - ພຣະຄຳພີສັກສິ

3 ພຣະເຢຊູເຈົ້າ​ກ່າວ​ແກ່​ຊາຍ​ມື​ລີບ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ມາ​ຢືນ​ຢູ່​ທາງ​ໜ້າ​ພີ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ພຣະເຢຊູເຈົ້າ​ກ່າວ​ແກ່​ຊາຍ​ມືລີບ​ວ່າ, “ຈົ່ງ​ຢືນຂຶ້ນ​ຕໍ່ໜ້າ​ທຸກ​ຄົນ”.

Uka jalj uñjjattʼäta Copia luraña




ມາຣະໂກ 3:3
12 Jak'a apnaqawi uñst'ayäwi  

ລາວ​ຈະ​ບໍ່​ເສຍຫວັງ​ຫລື​ຄວາມ​ກ້າຫານ​ໃດໆ ລາວ​ຈະ​ຕັ້ງ​ຄວາມ​ຍຸດຕິທຳ​ເທິງ​ແຜ່ນດິນ​ໂລກ. ບັນດາ​ປະເທດ​ທີ່​ຢູ່​ຫ່າງໄກ​ທັງຫລາຍ ສົນໃຈ​ລໍຖ້າ​ໃນ​ຄຳ​ສັ່ງສອນ​ຂອງ​ລາວ​ທັງນັ້ນ.”


ເມື່ອ​ດານີເອນ​ຮູ້ວ່າ​ໜັງສື​ຄຳສັ່ງ​ໄດ້​ເຊັນ​ລົງ​ໄປ​ແລ້ວ ເພິ່ນ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງຕົນ. ໃນ​ຫ້ອງ​ຊັ້ນ​ເທິງ​ຂອງ​ເຮືອນ​ນັ້ນ ມີ​ປ່ອງຢ້ຽມ​ຢູ່​ສາມ​ປ່ອງ​ປິ່ນໜ້າ​ໃສ່​ນະຄອນ​ເຢຣູຊາເລັມ. ຢູ່​ທີ່​ນັ້ນ​ດັ່ງ​ທີ່​ເຄີຍ​ປະຕິບັດ​ມາ ດານີເອນ​ໄດ້​ຄຸເຂົ່າ​ລົງ​ຕໍ່ໜ້າ​ປ່ອງຢ້ຽມ​ທີ່​ໄຂ​ໄວ້, ພາວັນນາ​ອະທິຖານ ແລະ​ໂມທະນາ​ຂອບ​ພຣະຄຸນ​ຕໍ່​ພຣະເຈົ້າ​ຂອງເພິ່ນ ວັນ​ລະ​ສາມ​ເທື່ອ ດັ່ງ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ​ແຕ່ກ່ອນ.


ໃນ​ທີ່ນັ້ນ ມີ​ຄົນ​ມື​ລີບ​ເບື້ອງ​ໜຶ່ງ ຄົນ​ໃນ​ທີ່ນັ້ນ​ຢາກ​ຫາ​ຂໍ້​ຟ້ອງ​ພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ວ່າ, “ເປັນ​ການ​ຜິດ​ຫລື​ຖືກ ທີ່​ຈະ​ຮັກສາ​ຄົນ​ໃນ​ວັນ​ຊະບາໂຕ?”


ຄົນ​ໃນ​ທີ່ນັ້ນ​ຕ່າງ​ກໍ​ຊອມ​ເບິ່ງ​ວ່າ ພຣະເຢຊູເຈົ້າ​ຈະ​ຊົງ​ໂຜດ​ຮັກສາ​ຄົນ​ນີ້​ໃນ​ວັນ​ຊະບາໂຕ​ຫລື​ບໍ່ ເພາະ​ພວກເຂົາ​ຢາກ​ຫາ​ຂໍ້​ຟ້ອງ​ພຣະອົງ​ວ່າ​ເຮັດ​ຜິດ.


ແລ້ວ​ພຣະອົງ​ກໍ​ຊົງ​ຖາມ​ວ່າ, “ໃນ​ວັນ​ຊະບາໂຕ ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ? ຈະ​ເຮັດ​ການ​ດີ ຫລື​ຈະ​ເຮັດ​ການ​ຮ້າຍ? ຈະ​ຊ່ວຍ​ຊີວິດ​ຄົນ​ໄວ້ ຫລື​ທຳລາຍ​ຊີວິດ​ຄົນ​ຖິ້ມ?” ແຕ່​ພວກເຂົາ​ໄດ້​ມິດ​ຢູ່.


ແຕ່​ພຣະເຢຊູເຈົ້າ ຮູ້ຈັກ​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ແກ່​ຊາຍ​ມື​ລີບ​ນັ້ນ​ວ່າ, “ຈົ່ງ​ຢືນ​ຂຶ້ນ ແລະ​ມາ​ທາງ​ໜ້າ​ພີ້.” ຊາຍ​ຄົນ​ນັ້ນ​ຈຶ່ງ​ລຸກ​ຂຶ້ນ ແລະ​ໄປ​ຢືນ​ໃນ​ທີ່ນັ້ນ.


ເມື່ອ​ຍັງ​ເວັນ​ຢູ່ ເຮົາ​ທັງຫລາຍ​ຕ້ອງ​ເຮັດ​ພາລະກິດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ເວລາ​ກາງຄືນ​ກໍ​ໃກ້​ຈະ​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ບໍ່ມີ​ຜູ້ໃດ​ເຮັດ​ການ​ໄດ້.


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ຢ່າ​ໃຫ້​ພວກເຮົາ​ອິດເມື່ອຍ​ໃນ​ການ​ເຮັດ​ດີ ເພາະ​ຖ້າ​ໃຈ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ດີ​ຕາມ​ເວລາ​ອັນ​ສົມຄວນ.


ຍ້ອນ​ການ​ຖືກ​ຄຸກ​ຂອງເຮົາ ພີ່ນ້ອງ​ຫລາຍ​ຄົນ​ຈຶ່ງ​ມີ​ຄວາມ​ໝັ້ນໃຈ​ຍິ່ງ​ຂຶ້ນ ໃນ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ໃຫ້​ພວກເຂົາ​ມີ​ໃຈ​ກ້າຫານ​ກ່າວ​ພຣະທຳ​ຂອງ​ພຣະເຈົ້າ​ຢ່າງ​ບໍ່​ຢ້ານກົວ.


ດ້ວຍວ່າ, ພຣະຄຣິດ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ພວກເຈົ້າ​ເອງ​ກໍ​ຕ້ອງ​ເຮັດ​ໃຫ້​ຕົນ​ເຂັ້ມແຂງ ໂດຍ​ມີ​ຄວາມ​ຄິດ​ຢ່າງ​ດຽວ​ກັບ​ພຣະອົງ ເພາະ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ກໍ​ບໍ່​ພົວພັນ​ໃນ​ຄວາມ​ຜິດບາບ​ອີກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka