Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:16 - ພຣະຄຳພີສັກສິ

16 ພວກ​ອັກຄະສາວົກ​ສິບສອງ​ຄົນ​ທີ່​ພຣະເຢຊູເຈົ້າ​ໄດ້​ເລືອກ​ມີ​ດັ່ງນີ້: ຊີໂມນ (ພຣະເຢຊູເຈົ້າ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້​ວ່າ ເປໂຕ),

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ບັນດາ​ສິບສອງ​ຄົນ​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ມີ​ດັ່ງນີ້: ຊີໂມນ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ),

Uka jalj uñjjattʼäta Copia luraña




ມາຣະໂກ 3:16
14 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ນັ້ນ ພຣະອົງ​ໄດ້​ເຫັນ​ຊີໂມນ ແລະ ອັນເດອາ​ນ້ອງຊາຍ​ຂອງ​ຊີໂມນ​ກຳລັງ​ໃຊ້​ມອງ​ຫາ​ປາ​ຢູ່.


ແລະ ພວກເຈົ້າ​ຈະ​ມີ​ສິດ​ອຳນາດ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້.”


ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງຕົນ ລູກຊາຍ​ຂອງ​ເຊເບດາຍ (ພຣະເຢຊູເຈົ້າ​ຕັ້ງ​ຊື່​ໃຫ້​ວ່າ ໂບອະເນເຄ ຊຶ່ງ​ມີ​ຄວາມໝາຍ​ວ່າ “ລູກ​ຟ້າຮ້ອງ” ຫລື​ຄົນ​ໃຈ​ຮຸນແຮງ),


ຄັນ​ຮຸ່ງ​ເຊົ້າ​ແລ້ວ, ພຣະອົງ​ໄດ້​ເອີ້ນ​ບັນດາ​ສາວົກ​ມາ​ຫາ​ພຣະອົງ ແລະ​ໃນ​ພວກເຂົາ​ພຣະອົງ​ເລືອກ​ເອົາ​ສິບສອງ​ຄົນ ແລ້ວ​ພຣະອົງ​ຊົງ​ຕັ້ງ​ຊື່​ໃຫ້​ວ່າ ອັກຄະສາວົກ.


ແລ້ວ​ລາວ​ກໍ​ພາ​ຊີໂມນ​ໄປ​ຫາ​ພຣະເຢຊູເຈົ້າ. ເມື່ອ​ພຣະເຢຊູເຈົ້າ​ເບິ່ງ​ລາວ​ແລ້ວ ຈຶ່ງ​ກ່າວ​ວ່າ, “ເຈົ້າ​ຊື່ ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ໃໝ່​ວ່າ ເກຟາ.” (ທີ່​ແປ​ວ່າ “ເປໂຕ” ແລະ​ໝາຍຄວາມວ່າ, “ຫີນ”).


ເມື່ອ​ເຂົ້າ​ໄປ​ໃນ​ນະຄອນ​ແລ້ວ ພວກເພິ່ນ​ກໍ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກ​ເຊົາ ໃນ​ພວກເພິ່ນ​ມີ ເປໂຕ, ໂຢຮັນ, ຢາໂກໂບ ແລະ ອັນເດອາ, ຟີລິບ​ກັບ​ໂທມາ, ບາຣະໂທໂລມາຍ ກັບ​ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ ລູກຊາຍ​ຂອງ​ຢາໂກໂບ.


ເຮົາ​ໝາຍຄວາມວ່າ​ຢ່າງ​ນີ້: ແຕ່ລະຄົນ​ໃນ​ພວກເຈົ້າ​ເວົ້າ​ບໍ່​ຖືກຕ້ອງ​ປອງດອງ​ກັນ ຜູ້ໜຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເປໂຕ” ແລະ​ຜູ້​ອື່ນ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດ.”


ເຖິງ​ວ່າ​ໂປໂລ ຫລື​ອາໂປໂລ ຫລື​ເປໂຕ ຫລື​ໂລກ ຫລື​ຊີວິດ ຫລື​ຄວາມ​ຕາຍ ຫລື​ປະຈຸບັນ ຫລື​ອະນາຄົດ​ກໍດີ ສິ່ງສາລະພັດ​ເຫຼົ່ານັ້ນ ກໍ​ເປັນ​ຂອງ​ພວກເຈົ້າ,


ເຮົາ​ບໍ່ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຄຣິສຕຽນ​ເດີນທາງ​ໄປມາ​ດ້ວຍ​ກັນ ເໝືອນ​ດັ່ງ​ອັກຄະສາວົກ​ຄົນອື່ນໆ ແລະ​ເໝືອນ​ດັ່ງ​ນ້ອງຊາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເໝືອນ​ດັ່ງ​ເປໂຕ​ນັ້ນ​ບໍ?


ຊີໂມນ​ເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ຮຽນ ທ່ານ​ທັງຫລາຍ ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ປະເສີດ ເທົ່າທຽມ​ກັນ​ກັບ​ເຮົາ ດ້ວຍ​ຄວາມ​ຊອບທຳ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka