Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:12 - ພຣະຄຳພີສັກສິ

12 ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ຢ່າງ​ເດັດຂາດ ບໍ່​ໃຫ້​ພວກ​ມັນ​ປະກາດ​ພຣະນາມ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ແຕ່​ພຣະອົງ​ຫ້າມ​ພວກມັນ​ຢ່າງ​ເດັດຂາດ​ບໍ່​ໃຫ້​ບອກ​ຄົນ​ອື່ນ​ກ່ຽວກັບ​ເລື່ອງ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 3:12
6 Jak'a apnaqawi uñst'ayäwi  

ແຕ່​ພຣະອົງ​ໄດ້​ສັ່ງ​ຫ້າມ​ພວກເຂົາ​ຢ່າງ​ເດັດຂາດ ບໍ່​ໃຫ້​ບອກ​ເລື່ອງ​ກ່ຽວກັບ​ພຣະອົງ​ສູ່​ຜູ້ໃດ​ຟັງ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຟັງ​ໃຫ້​ດີ ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ຫາ​ປະໂຣຫິດ​ເພື່ອ​ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລ້ວ​ເພື່ອ​ເປັນ​ຫຼັກຖານ​ໃຫ້​ທຸກຄົນ​ເຫັນ​ວ່າ​ເຈົ້າ​ດີ​ສະອາດ ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້.”


ແລ້ວ​ຕາ​ຂອງ​ພວກເຂົາ​ກໍ​ກັບ​ເຫັນ​ຮຸ່ງ. ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກເຂົາ​ຢ່າງ​ເຂັ້ມງວດ​ໜັກແໜ້ນ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ໃຫ້​ຜູ້ໃດ​ຮູ້​ເປັນ​ເດັດຂາດ.”


ພຣະເຢຊູເຈົ້າ​ສັ່ງ​ຜີຊົ່ວຮ້າຍ​ນັ້ນ​ວ່າ, “ມິດ​ແມ ແລະ​ອອກ​ຈາກ​ຊາຍ​ຄົນ​ນີ້​ສາ.”


ພຣະເຢຊູເຈົ້າ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ ທີ່​ເຈັບໄຂ້​ໄດ້ປ່ວຍ​ດ້ວຍ​ພະຍາດ​ທຸກ​ຊະນິດ​ໃຫ້​ຫາຍ​ດີ ແລະ​ຂັບໄລ່​ຜີມານຮ້າຍ​ຫລາຍ​ໂຕ​ອອກ​ໄປ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜີມານຮ້າຍ​ທັງຫລາຍ​ເວົ້າ​ຫຍັງ​ຈັກ​ຄຳ ເພາະ​ພວກ​ມັນ​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ.


ນາງ​ໄດ້​ເຮັດ​ຢູ່​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ ຈົນ​ໂປໂລ​ລຳຄານ​ໃຈ​ເຕັມທີ ຈຶ່ງ​ຫັນ​ໜ້າ​ໄປ​ສັ່ງ​ຜີຮ້າຍ​ນັ້ນ​ວ່າ, “ໃນ​ນາມ​ພຣະເຢຊູ​ຄຣິດເຈົ້າ ກູ​ສັ່ງ​ມຶງ​ໃຫ້​ອອກ​ຈາກ​ຍິງ​ຜູ້​ນີ້​ເສຍ.” ມັນ​ກໍ​ອອກ​ຈາກ​ນາງ​ທັນທີ​ທັນໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka