Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:11 - ພຣະຄຳພີສັກສິ

11 ພວກ​ຜີຊົ່ວຮ້າຍ​ສິງ​ຢູ່​ໃນ​ຫລາຍ​ຄົນ​ໄດ້​ເຫັນ​ພຣະອົງ ພວກ​ມັນ​ກໍ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ຮ້ອງ​ຂຶ້ນ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ເມື່ອ​ໃດ​ທີ່​ພວກ​ວິນຍານສົກກະປົກ​ໄດ້​ເຫັນ​ພຣະອົງ ພວກມັນ​ກໍ​ຂາບ​ລົງ​ຕໍ່ໜ້າ​ພຣະອົງ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.

Uka jalj uñjjattʼäta Copia luraña




ມາຣະໂກ 3:11
14 Jak'a apnaqawi uñst'ayäwi  

ແລ້ວ​ພວກ​ສາວົກ​ທີ່​ຢູ່​ໃນ​ເຮືອ​ນັ້ນ ກໍ​ກົ້ມ​ລົງ​ຂາບ​ພຣະເຢຊູເຈົ້າ ແລ້ວ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້ຈິງ.”


ແລ້ວ​ຜູ້ລໍ້ລວງ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ເຫຼົ່ານີ້​ໃຫ້​ເປັນ​ອາຫານ​ແມ.”


ແລ້ວ​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂດດ​ລົງ​ເບິ່ງດູ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ຈະ​ສັ່ງ​ຝູງ​ເທວະດາ​ ເຖິງ​ເລື່ອງ​ທ່ານ ຝູງ​ເທວະດາ​ຈະ​ໃຊ້​ມື​ຂອງ​ເພິ່ນ​ ອູ້ມ​ທ່ານ​ໄວ້ ແມ່ນແຕ່​ຕີນ​ຂອງທ່ານ​ຈະ​ບໍ່ໄດ້ ຖືກ​ກ້ອນຫີນ.”’


ໃນ​ທັນໃດນັ້ນ ມັນ​ກໍ​ແຜດ​ສຽງ​ວ່າ, “ໂອ ບຸດ​ພຣະເຈົ້າ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກ​ຂ້ານ້ອຍ? ທ່ານ​ຈະ​ມາ​ລົງໂທດ​ພວກ​ຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ຊັ້ນບໍ?”


ດັ່ງນັ້ນ ຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ​ວ່າ, “ຖ້າ​ທ່ານ​ຂັບໄລ່​ພວກ​ຂ້ານ້ອຍ​ອອກ​ໄປ ຂໍ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຢູ່​ໃນ​ຝູງ​ໝູ​ນັ້ນ​ທ້ອນ.”


ນີ້​ແມ່ນ​ຂ່າວປະເສີດ​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ


ບັນດາ​ຜີມານຮ້າຍ​ກໍ​ອອກ​ໄປ​ຈາກ​ຫລາຍ​ຄົນ​ໂດຍ​ຮ້ອງ​ແຜດ​ສຽງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.” ແຕ່​ພຣະເຢຊູເຈົ້າ​ຫ້າມ​ເດັດຂາດ​ບໍ່​ໃຫ້​ພວກ​ມັນ​ເວົ້າ​ອີກ​ຕໍ່ໄປ ເພາະ​ພວກ​ມັນ​ຮູ້​ດີ​ວ່າ ພຣະອົງ​ເປັນ​ພຣະຄຣິດ.


ເມື່ອ​ຄົນ​ນີ້​ເຫັນ​ພຣະເຢຊູເຈົ້າ ລາວ​ກໍ​ຮ້ອງ​ຂຶ້ນ​ທັງ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ເວົ້າ​ຂຶ້ນ​ດ້ວຍ​ສຸດສຽງ​ວ່າ, “ເຢຊູ ບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກເຮົາ? ພວກເຮົາ​ຂໍຮ້ອງ​ທ່ານ​ຢ່າ​ທໍລະມານ​ພວກເຮົາ​ເລີຍ.”


ຍິງ​ນັ້ນ​ໄດ້​ຕິດຕາມ​ໂປໂລ ແລະ​ພວກເຮົາ​ໄປ ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ ໄດ້​ມາ​ປະກາດ​ເລື່ອງ​ທາງ​ຄວາມ​ພົ້ນ​ໃຫ້​ແກ່​ພວກເຈົ້າ.”


ຖ້າ​ມີ​ຜູ້ໃດ​ຫິວ ກໍ​ໃຫ້​ຜູ້​ນັ້ນ​ກິນ​ທີ່​ເຮືອນ​ຂອງຕົນ​ເສຍກ່ອນ ເພື່ອ​ເວລາ​ມາ​ປະຊຸມ​ກັນ ເຈົ້າ​ທັງຫລາຍ​ຈະ​ບໍ່​ຖືກ​ການ​ຊົງ​ພິພາກສາ​ລົງໂທດ. ສ່ວນ​ເລື່ອງ​ອື່ນໆ​ນັ້ນ ເມື່ອ​ເຮົາ​ມາ ເຮົາ​ຈະ​ແນະນຳ​ໃຫ້.


ຝ່າຍ​ພວກເຈົ້າ​ທີ່​ເຊື່ອ​ວ່າ ມີ​ພຣະເຈົ້າ​ແຕ່​ອົງ​ດຽວ​ນັ້ນ​ກໍດີ​ຢູ່​ແລ້ວ, ສ່ວນ​ພວກ​ຜີມານຮ້າຍ​ກໍ​ເຊື່ອ​ເໝືອນກັນ ແລະ​ມັນ​ກໍ​ຢ້ານ​ຈົນ​ຕົວ​ສັ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka