Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:10 - ພຣະຄຳພີສັກສິ

10 ພຣະອົງ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ຫາຍ​ດີ​ພະຍາດ​ໂຣຄາ, ບັນດາ​ຄົນ​ເຈັບ​ດ້ວຍ​ພະຍາດ​ຕ່າງໆ ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຈະ​ຈັບບາຍ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເນື່ອງ​ຈາກ​ວ່າ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍຄົນ​ໃຫ້​ຫາຍດີ, ດັ່ງນັ້ນ ບັນດາ​ຜູ້​ທີ່​ເຈັບ​ເປັນ​ດ້ວຍ​ພະຍາດ​ຕ່າງໆ​ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ເພື່ອ​ທີ່​ຈະ​ໄດ້​ຈັບບາຍ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 3:10
18 Jak'a apnaqawi uñst'ayäwi  

ແຕ່​ຍ້ອນ​ກະສັດ​ໄດ້​ເອົາ​ຊາຣາຍ​ມາ​ຢູ່​ໃນ​ຣາຊວັງ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ກະສັດ​ເອງ ແລະ​ຄົນ​ໃນ​ຣາຊວັງ​ເປັນ​ພະຍາດ​ຢ່າງ​ຮ້າຍແຮງ.


ໃນ​ຂະນະທີ່​ພວກເຂົາ​ຍັງ​ມີ​ຊີ້ນ​ກິນ​ຢ່າງ​ອຸດົມສົມບູນ​ຢູ່​ນັ້ນ ພຣະເຈົ້າຢາເວ​ຊໍ້າ​ໂກດຮ້າຍ​ປະຊາຊົນ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ໂຣກ​ອະຫິວາ​ໃນ​ທ່າມກາງ​ພວກເຂົາ.


ເມື່ອ​ພຣະເຢຊູເຈົ້າ​ຮູ້ຈັກ​ກົນອຸບາຍ​ນີ້, ພຣະອົງ​ກໍ​ສະເດັດ​ອອກ​ຈາກ​ທີ່​ນັ້ນ ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ທຸກຄົນ​ໃຫ້​ດີ​ພະຍາດ,


ເມື່ອ​ພຣະເຢຊູເຈົ້າ​ສະເດັດ​ອອກ​ຈາກ​ເຮືອ​ມາ ກໍ​ເຫັນ​ປະຊາຊົນ​ຝູງ​ໃຫຍ່ ພຣະອົງ​ຈຶ່ງ​ສົງສານ​ປະຊາຊົນ​ເຫຼົ່ານັ້ນ ແລະ​ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ທັງຫລາຍ​ໃຫ້​ຫາຍ​ດີ.


ພວກເຂົາ​ຂໍຮ້ອງ​ນຳ​ພຣະອົງ ພຽງແຕ່​ໃຫ້​ຄົນ​ເຈັບປ່ວຍ​ໄດ້​ບາຍ​ແຄມ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ ແລະ​ຜູ້​ທີ່​ໄດ້​ບາຍ​ກໍດີ​ເປັນ​ປົກກະຕິ​ທຸກຄົນ.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.


ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ລູກ​ຍິງ​ເອີຍ ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ ແລະ​ດີ​ພະຍາດ​ສາ.”


ເມື່ອ​ພຣະອົງ​ສະເດັດ​ໄປ​ທີ່​ໃດ ໃນ​ເມືອງ ຫລື​ບ້ານ​ນອກ, ບ້ານ​ນາ​ກໍດີ ພວກເຂົາ​ກໍ​ເອົາ​ຄົນ​ເຈັບປ່ວຍ​ມາ​ວາງ​ໄວ້​ຕາມ​ແຄມ​ທາງ​ບ່ອນ​ຊຸມຊົນ ແລ້ວ​ຮ້ອງ​ຂໍ​ພຣະອົງ​ຊົງ​ໂຜດ​ໃຫ້​ຄົນ​ເຈັບປ່ວຍ​ໄດ້​ບາຍ​ແຕ່​ແຄມ​ເຄື່ອງນຸ່ງ​ຂອງ​ພຣະອົງ ແລະ​ຜູ້​ໄດ້​ບາຍ​ແລ້ວ​ກໍ​ຖືກ​ຊົງ​ໂຜດ​ໃຫ້​ດີ​ພະຍາດ​ທຸກຄົນ.


ແລ້ວ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ກໍ​ເຂົ້າ​ໄປ​ເບັດສາອີດາ ຊາວ​ເມືອງ​ນັ້ນ​ໄດ້​ພາ​ຄົນ​ຕາບອດ​ຜູ້ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຂໍຮ້ອງ​ພຣະອົງ​ໃຫ້​ວາງ​ມື​ໃສ່​ລາວ.


ພຣະເຢຊູເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອ​ລຳ​ໜຶ່ງ ຊຶ່ງ​ເປັນ​ຂອງ​ຊີໂມນ ແລະ​ບອກ​ໃຫ້​ເພິ່ນ​ຖອຍ​ເຮືອ​ອອກ​ຫ່າງ​ຈາກ​ຝັ່ງ​ໜ້ອຍ​ໜຶ່ງ ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ​ໃນ​ເຮືອ ແລະ​ສັ່ງສອນ​ປະຊາຊົນ.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພະຍາຍາມ​ແຕະຕ້ອງ​ພຣະອົງ ເພາະ​ຣິດອຳນາດ​ອອກ​ຈາກ​ພຣະອົງ ແລະ​ຊົງ​ໂຜດ​ຮັກສາ​ພະຍາດ​ໂຣຄາ​ຂອງ​ພວກເຂົາ​ທຸກຄົນ​ໃຫ້​ຫາຍ​ດີ.


ມີ​ນາຍ​ທະຫານ​ໂຣມ​ຜູ້ໜຶ່ງ ເພິ່ນ​ມີ​ຄົນ​ຮັບໃຊ້​ຜູ້ໜຶ່ງ ທີ່​ເພິ່ນ​ຮັກ​ຫລາຍ ລາວ​ເຈັບປ່ວຍ​ໜັກ​ແລະ​ໃກ້​ຈະ​ຕາຍ.


ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຊົງ​ໂຜດ​ຮັກສາ​ຫລາຍ​ຄົນ ໃຫ້​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ ຈາກ​ພະຍາດ​ໂຣຄາ​ຕ່າງໆ, ໃຫ້​ພົ້ນ​ຈາກ​ຜີຊົ່ວຮ້າຍ ແລະ​ໂຜດ​ຄົນ​ຕາບອດ​ຫລາຍ​ຄົນ​ໃຫ້​ເຫັນ​ຮຸ່ງ​ອີກ.


ຈົນ​ວ່າ​ເຂົາ​ໄດ້​ເອົາ​ຄົນ​ເຈັບປ່ວຍ​ໃສ່​ບ່ອນ​ນອນ​ນ້ອຍ​ໃຫຍ່ ຫາມ​ອອກ​ໄປ​ວາງ​ໄວ້​ຕາມ​ຫົນທາງ ເພື່ອ​ວ່າ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ ຢ່າງໜ້ອຍ​ເງົາ​ຂອງທ່ານ​ຈະ​ຖືກ​ບາງຄົນ.


ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕີສອນ ຜູ້​ທີ່​ພຣະອົງ​ຊົງ​ຮັກ ແລະ​ເມື່ອ​ພຣະອົງ​ຊົງ​ຮັບ​ຜູ້ໃດ​ເປັນ​ລູກ ພຣະອົງ​ກໍ​ຊົງ​ຂ້ຽນສອນ​ຜູ້ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka