Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:8 - ພຣະຄຳພີສັກສິ

8 ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກເຂົາ​ທັນທີ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ເຊັ່ນນັ້ນ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ພຣະເຢຊູເຈົ້າ​ຮູ້​ໃນ​ໃຈ​ຂອງ​ພຣະອົງ​ທັນທີ​ວ່າ​ພວກເຂົາ​ກຳລັງ​ຄິດ​ຫຍັງ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ຢ່າງ​ນັ້ນ?

Uka jalj uñjjattʼäta Copia luraña




ມາຣະໂກ 2:8
23 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ ແລະ​ພໍໃຈ​ກັບ​ປະຊາຊົນ​ທີ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ. ຂ້ານ້ອຍ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ພຣະອົງ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ ແລະ​ຂ້ານ້ອຍ​ເຫັນ​ວ່າ​ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ທີ່​ນີ້ ພວກເຂົາ​ມີ​ຄວາມ​ສຸກໃຈ​ຫລາຍ​ສໍ່າໃດ ທີ່​ໄດ້​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະອົງ.


ພຣະອົງ​ຮູ້​ທຸກໆສິ່ງ​ທີ່​ຂ້ານ້ອຍ​ກະທຳ​ໄປ ເຖິງ​ວ່າ​ຢູ່​ໄກແສນໄກ ກໍ​ເຂົ້າໃຈ​ຄວາມ​ນຶກຄິດ​ຂອງ​ຂ້ານ້ອຍ​ໄດ້.


ພຣະເຈົ້າຢາເວ​ຊັງ​ຄວາມ​ຄິດຊົ່ວ, ແຕ່​ພຣະອົງ​ເຫັນຊອບ​ນຳ​ຖ້ອຍຄຳ​ທີ່​ມີ​ໃຈ​ໄມຕີ.


ການ​ປອງຮ້າຍ​ໃດໆ​ທີ່​ຄົນ​ໂງ່ຈ້າ​ຄິດ​ຂຶ້ນ ແມ່ນ​ເປັນ​ບາບ​ທັງນັ້ນ. ຄົນ​ທີ່​ຢຽບຫຍາມ​ຄົນອື່ນ ກໍ​ເປັນ​ທີ່​ກຽດຊັງ​ຂອງ​ຄົນ​ທັງຫລາຍ.


ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຈົ້າ​ຈະ​ເລີ່ມ​ຄິດ​ແຜນການ​ອັນ​ຊົ່ວຮ້າຍ.


ເມື່ອ​ພຣະເຢຊູເຈົ້າ​ຮູ້ຈັກ​ກົນອຸບາຍ​ນີ້, ພຣະອົງ​ກໍ​ສະເດັດ​ອອກ​ຈາກ​ທີ່​ນັ້ນ ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ທຸກຄົນ​ໃຫ້​ດີ​ພະຍາດ,


ແລ້ວ​ພວກ​ສາວົກ​ກໍ​ເວົ້າ​ກັນ​ໃນ​ພວກເພິ່ນ​ວ່າ, “ຄົງ​ຈະ​ແມ່ນ​ຍ້ອນ​ພວກເຮົາ​ບໍ່ໄດ້​ເອົາ​ເຂົ້າຈີ່​ມາ​ນຳ.”


ພຣະເຢຊູເຈົ້າ​ໄດ້​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ໄດ້​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ບໍ່​ດີ​ເຊັ່ນ​ນີ້?


“ເປັນຫຍັງ​ຄົນ​ນີ້​ຈຶ່ງ​ບັງ​ອາດ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເຊັ່ນ​ນີ້ ມີ​ແຕ່​ພຣະເຈົ້າ​ເທົ່ານັ້ນ​ທີ່​ອະໄພ​ບາບກຳ​ໄດ້.”


ອັນໃດ​ງ່າຍ​ກວ່າ​ກັນ ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ວ່າ, ‘ຄວາມ​ຜິດບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ກ່າວ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ ຍ່າງ​ເມືອ?’


ເພາະ​ແມ່ນ​ຄວາມ​ຄິດ​ຊົ່ວຮ້າຍ​ຈາກ​ພາຍ​ໃນ​ຄື: ການ​ຜິດ​ຊາຍຍິງ, ການ​ລັກ, ການ​ຂ້າ​ຄົນ,


ແຕ່​ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ແຕກຕື່ນ​ຕົກໃຈ? ເປັນຫຍັງ​ຄວາມ​ສົງໄສ​ເຫຼົ່ານີ້ ຈຶ່ງ​ເກີດຂຶ້ນ​ໃນ​ຈິດໃຈ​ຂອງ​ພວກເຈົ້າ?


ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ເຊັ່ນນັ້ນ


ແຕ່​ພຣະເຢຊູເຈົ້າ ຮູ້ຈັກ​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ແກ່​ຊາຍ​ມື​ລີບ​ນັ້ນ​ວ່າ, “ຈົ່ງ​ຢືນ​ຂຶ້ນ ແລະ​ມາ​ທາງ​ໜ້າ​ພີ້.” ຊາຍ​ຄົນ​ນັ້ນ​ຈຶ່ງ​ລຸກ​ຂຶ້ນ ແລະ​ໄປ​ຢືນ​ໃນ​ທີ່ນັ້ນ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ເປໂຕ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ທຸກໃຈ​ທີ່​ພຣະເຢຊູເຈົ້າ​ໄດ້​ຖາມ​ຕົນ​ເຖິງ​ສາມ​ເທື່ອ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ສະນັ້ນ ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຮູ້ຈັກ​ທຸກໆ​ສິ່ງ ພຣະອົງ​ຮູ້ຈັກ​ວ່າ ຂ້ານ້ອຍ​ຮັກ​ພຣະອົງ.” ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງເຮົາ​ເດີ.


ແຕ່​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ເຊື່ອ,” (ພຣະເຢຊູເຈົ້າ​ຊົງ​ຮູ້​ແຕ່ຕົ້ນ​ມາ​ແລ້ວ​ວ່າ ແມ່ນ​ຜູ້ໃດ​ທີ່​ບໍ່​ເຊື່ອ ແລະ ແມ່ນ​ຜູ້ໃດ​ທີ່​ຈະ​ທໍລະຍົດ​ຕໍ່​ພຣະອົງ).


ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້?


ສະນັ້ນ ຈົ່ງ​ກັບໃຈ​ໃໝ່​ຈາກ​ການ​ອັນ​ຊົ່ວຊ້າ​ຂອງ​ເຈົ້າ​ນີ້​ສາ ແລ້ວ​ພາວັນນາ​ອະທິຖານ​ຂໍ​ຕໍ່​ພຣະອົງເຈົ້າ ເພື່ອ​ພຣະອົງ​ຈະ​ອະໄພ​ໃຫ້​ເຈົ້າ ທີ່​ເຈົ້າ​ຄິດ​ເຊັ່ນນັ້ນ.


ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


ເຮົາ​ຍັງ​ຈະ​ຂ້າ​ລູກ​ຂອງ​ນາງ​ດ້ວຍ ແລ້ວ​ຄຣິສຕະຈັກ​ທັງຫລາຍ​ກໍ​ຈະ​ຮູ້​ວ່າ ເຮົາ​ເປັນ​ຜູ້​ທີ່​ຮູ້​ຄວາມ​ຄິດ ແລະ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ມະນຸດ​ທຸກຄົນ. ເຮົາ​ຈະ​ຕອບ​ແທນ​ພວກເຈົ້າ​ແຕ່ລະຄົນ ຕາມ​ການ​ກະທຳ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka