Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:7 - ພຣະຄຳພີສັກສິ

7 “ເປັນຫຍັງ​ຄົນ​ນີ້​ຈຶ່ງ​ບັງ​ອາດ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເຊັ່ນ​ນີ້ ມີ​ແຕ່​ພຣະເຈົ້າ​ເທົ່ານັ້ນ​ທີ່​ອະໄພ​ບາບກຳ​ໄດ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 “ເປັນຫຍັງ​ຄົນ​ນີ້​ຈຶ່ງ​ເວົ້າ​ຢ່າງ​ນີ້? ລາວ​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ! ນອກຈາກ​ພຣະເຈົ້າ​ແລ້ວ ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”

Uka jalj uñjjattʼäta Copia luraña




ມາຣະໂກ 2:7
15 Jak'a apnaqawi uñst'ayäwi  

ບໍ່ມີ​ຜູ້ໃດ​ຫ່ອນ​ນຳ​ເອົາ​ສິ່ງ​ສະອາດ ອອກ​ມາ​ຈາກ​ສິ່ງ​ທີ່​ເປື້ອນເປິ​ໄດ້.


ແຕ່​ພຣະອົງ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ຢຳເກງ​ຢູ່​ຊ້ອງໜ້າ​ຂອງ​ພຣະອົງ.


ແຕ່​ເຮົາ​ຍັງ​ເປັນ​ພຣະເຈົ້າ​ຜູ້​ຍົກ​ບາບ​ໃຫ້​ເດີ ເຮົາ​ເຮັດ​ໄປ​ກໍ​ເພາະ​ເຮົາເປັນ​ຜູ້ເຮົາເປັນ​ນັ້ນ. ເຮົາ​ບໍ່ໄດ້​ຈົດຈຳ​ການບາບ​ຂອງ​ພວກເຈົ້າ​ໃດ ເພື່ອ​ນຳ​ເອົາ​ສິ່ງນັ້ນ​ໄປ​ຕໍ່ສູ້​ພວກເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ອົງ​ຊົງ​ເມດຕາ​ແລະ​ໃຫ້​ອະໄພ​ແກ່​ພວກ​ຂ້ານ້ອຍ ເຖິງ​ແມ່ນ​ວ່າ​ພວກ​ຂ້ານ້ອຍ​ໄດ້​ກະບົດ​ຕໍ່ສູ້​ພຣະອົງ​ກໍຕາມ.


ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.


ເມື່ອ​ໄດ້ຍິນ​ດັ່ງນັ້ນ ມະຫາ​ປະໂຣຫິດ​ກໍ​ຈີກ​ເສື້ອ​ຂອງຕົນ ແລ້ວ​ເວົ້າ​ຂຶ້ນ​ວ່າ, “ມັນ​ໄດ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ ພວກເຮົາ​ຍັງ​ຈະ​ຕ້ອງການ​ພະຍານ​ຫຍັງ​ຕື່ມ​ອີກ? ນີ້​ແຫຼະ ພວກເຈົ້າ​ໄດ້ຍິນ​ຄຳ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ


ແລ້ວ​ທຳມະຈານ​ບາງຄົນ​ກໍ​ຄິດ​ໃນ​ໃຈ ແລ້ວ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ.”


ເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ ເຈົ້າ​ທັງຫລາຍ​ຈະ​ຕັດສິນໃຈ​ຢ່າງ​ໃດ?” ທີ່​ປະຊຸມ​ທັງໝົດ​ຈຶ່ງ​ລົງ​ມະຕິ​ວ່າ, ພຣະເຢຊູເຈົ້າ​ຕ້ອງ​ຖືກ​ໂທດ​ປະຫານ​ຊີວິດ.


ແຕ່​ມີ​ທຳມະຈານ​ບາງຄົນ​ທີ່​ນັ່ງ​ໃນ​ທີ່ນັ້ນ ຄິດ​ໃນ​ໃຈ​ວ່າ,


ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກເຂົາ​ທັນທີ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ເຊັ່ນນັ້ນ?


ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ ຈຶ່ງ​ເລີ່ມ​ຄິດ​ວ່າ, “ຄົນ​ນີ້​ແມ່ນ​ຜູ້ໃດ ທີ່​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ? ມີ​ແຕ່​ພຣະເຈົ້າ​ເທົ່ານັ້ນ​ທີ່​ອະໄພ​ບາບກຳ​ໄດ້.”


ສ່ວນ​ຄົນ​ທັງຫລາຍ ທີ່​ນັ່ງ​ຮັບປະທານ​ອາຫານ​ຮ່ວມ​ກັບ​ພຣະອົງ ຕ່າງ​ກໍ​ເລີ່ມ​ຄິດ​ໃນ​ໃຈ​ວ່າ, “ຜູ້​ນີ້​ແມ່ນ​ຜູ້ໃດ ທີ່​ກ້າ​ໃຫ້​ອະໄພ​ການບາບ?”


ພວກ​ຢິວ​ຕອບ​ຄືນ​ວ່າ, “ພວກເຮົາ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ເຈົ້າ ບໍ່ແມ່ນ​ຍ້ອນ​ການ​ດີ​ຢ່າງໃດ​ຢ່າງໜຶ່ງ ແຕ່​ຍ້ອນ​ເຈົ້າ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ເຈົ້າ​ເປັນ​ພຽງ​ມະນຸດ​ເທົ່ານັ້ນ, ແຕ່​ເຈົ້າ​ຕັ້ງ​ເຈົ້າ​ເອງ​ເປັນ​ພຣະເຈົ້າ.”


ພວກເຈົ້າ​ເວົ້າ​ໃຫ້​ເຮົາ​ວ່າ, ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ຍ້ອນ​ເຮົາ​ໄດ້​ເວົ້າ​ວ່າ, ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ຊັ້ນບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka