Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:4 - ພຣະຄຳພີສັກສິ

4 ແຕ່​ພວກເຂົາ​ເຂົ້າ​ໄປ​ຫາ​ພຣະອົງ​ບໍ່ໄດ້ ເພາະ​ປະຊາຊົນ​ໜາແໜ້ນ​ຫລາຍ. ສະນັ້ນ ພວກເຂົາ​ຈຶ່ງ​ຮື້​ຫລັງຄາ ຊື່​ບ່ອນ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຢູ່​ນັ້ນ​ອອກ ຄັນ​ຮື້​ເປັນ​ປ່ອງ​ແລ້ວ ພວກເຂົາ​ກໍ​ຢ່ອນ​ຄົນເປ້ຍ​ຢູ່​ເທິງ​ບ່ອນ​ນອນ​ຂອງ​ລາວ​ລົງ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແຕ່​ພວກເຂົາ​ບໍ່​ສາມາດ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ​ໄດ້​ເພາະ​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ, ພວກເຂົາ​ຈຶ່ງ​ຮື້​ຫລັງຄາ​ຊື່​ບ່ອນ​ທີ່​ພຣະອົງ​ກຳລັງ​ສັ່ງສອນ​ຢູ່​ນັ້ນ ແລ້ວ​ຢ່ອນ​ບ່ອນນອນ​ທີ່​ຄົນເປ້ຍ​ນັ້ນ​ນອນ​ຢູ່​ລົງ​ມາ.

Uka jalj uñjjattʼäta Copia luraña




ມາຣະໂກ 2:4
3 Jak'a apnaqawi uñst'ayäwi  

ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


ເມື່ອ​ຫາ​ທາງ​ເຂົ້າ​ບໍ່ໄດ້​ເພາະ​ມີ​ຄົນ​ຫລາຍ ພວກເຂົາ​ຈຶ່ງ​ຂຶ້ນ​ໄປ​ທີ່​ເທິງ​ຫລັງຄາ​ເຮືອນ ແລະ​ຢ່ອນ​ຄົນເປ້ຍ​ກັບ​ທັງ​ບ່ອນ​ນອນ ລົງ​ຕາມ​ປ່ອງ​ດິນ​ຂໍ​ຕໍ່ໜ້າ​ພຣະເຢຊູເຈົ້າ ທ່າມກາງ​ປະຊາຊົນ.


ເມື່ອ​ພວກເຈົ້າ​ສ້າງ​ເຮືອນ​ໃໝ່​ໃຫ້​ເຮັດ​ຂອບ​ເທິງ​ຫລັງຄາ​ເຮືອນ​ໄວ້. ແລ້ວ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ຮັບຜິດຊອບ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຕົກລົງ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka