Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:16 - ພຣະຄຳພີສັກສິ

16 ແຕ່​ທຳມະຈານ​ບາງຄົນ​ທີ່​ເປັນ​ຝ່າຍ​ຟາຣີຊາຍ ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ກິນ​ເຂົ້າ​ກັບ​ຄົນ​ນອກ​ສິນທຳ​ແລະ​ຄົນເກັບພາສີ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ເພິ່ນ​ຈຶ່ງ​ກິນ​ເຂົ້າ​ກັບ​ຄົນ​ເກັບພາສີ​ແລະ​ຄົນ​ນອກ​ສິນທຳ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ເມື່ອ​ພວກ​ຄູສອນກົດບັນຍັດ​ຜູ້​ທີ່​ເປັນ​ຟາຣີຊາຍ​ໄດ້​ເຫັນ​ພຣະອົງ​ກຳລັງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ, ພວກເຂົາ​ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ເພິ່ນ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”

Uka jalj uñjjattʼäta Copia luraña




ມາຣະໂກ 2:16
14 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍ​ເວົ້າ​ກັບ​ຄົນອື່ນ​ວ່າ ‘ຫຍັບໜີ​ຈາກ​ພວກເຮົາ​ເດີ ພວກເຮົາ​ເປັນ​ຜູ້​ບໍຣິສຸດ​ທີ່​ພວກເຈົ້າ​ຈະ​ແຕະຕ້ອງ​ບໍ່ໄດ້’ ເຮົາ​ທົນ​ຕໍ່​ຄົນ​ຢ່າງນັ້ນ​ບໍ່​ໄຫວ​ແລ້ວ; ດັ່ງນັ້ນ ເຮົາ​ຈຶ່ງ​ໂກດຮ້າຍ​ພວກເຂົາ​ດັ່ງ​ໄຟ​ລຸກໄໝ້​ທີ່​ມອດ​ບໍ່​ເປັນ​ຈັກເທື່ອ.


ແຕ່​ຖ້າ​ລາວ​ບໍ່​ຟັງ​ຄົນ​ເຫຼົ່ານີ້ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ​ຖ້າ​ລາວ​ບໍ່​ຟັງ​ຄຣິສຕະຈັກ ກໍ​ໃຫ້​ຖື​ວ່າ​ຄົນ​ນີ້​ເປັນ​ເໝືອນ​ຄົນ​ບໍ່​ເຊື່ອ​ພຣະເຈົ້າ ແລະ​ເປັນ​ເໝືອນ​ຄົນ​ເກັບພາສີ.”


ຖ້າ​ເຈົ້າ​ທັງຫລາຍ​ຮັກ​ຄົນ​ທີ່​ຮັກ​ພວກເຈົ້າ​ແຕ່​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ຮັບ​ບຳເໜັດ​ຫຍັງ​ຈາກ​ພຣະເຈົ້າ? ແມ່ນແຕ່​ຄົນເກັບພາສີ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່ແມ່ນ​ບໍ?


ເມື່ອ​ພວກ​ຟາຣີຊາຍ​ໄດ້​ເຫັນ​ເຊັ່ນ​ນີ້ ຈຶ່ງ​ຖາມ​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ຮ່ວມ​ພາເຂົ້າ​ກັບ​ຄົນເກັບພາສີ ແລະ​ຄົນບາບ​ທັງຫລາຍ?”


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ໄປ​ຮ່ວມ​ຮັບປະທານ​ອາຫານ​ຄໍ່າ​ທີ່​ເຮືອນ​ຂອງ​ເລວີ. ມີ​ຄົນເກັບພາສີ ແລະ​ຄົນ​ນອກ​ສິນທຳ​ຫລາຍ​ຄົນ​ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ ແລະ​ມີ​ບາງຄົນ​ໃນ​ພວກ​ນີ້​ໄດ້​ຮ່ວມ​ກິນ​ເຂົ້າ​ແລງ​ກັບ​ພຣະອົງ ແລະ​ພວກ​ສາວົກ​ຂອງ​ພຣະອົງ.


“ເປັນຫຍັງ​ຄົນ​ນີ້​ຈຶ່ງ​ບັງ​ອາດ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ເຊັ່ນ​ນີ້ ມີ​ແຕ່​ພຣະເຈົ້າ​ເທົ່ານັ້ນ​ທີ່​ອະໄພ​ບາບກຳ​ໄດ້.”


ຄົນ​ຟາຣີຊາຍ​ຢືນ​ນຶກ​ໃນ​ໃຈ ແລະ​ພາວັນນາ​ອະທິຖານ ວ່າ, ‘ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ ທີ່​ຂ້ານ້ອຍ​ບໍ່​ເປັນ​ດັ່ງ​ຄົນອື່ນໆ​ທີ່​ເປັນ​ຄົນ​ໂລບ, ຄົນ​ບໍ່​ສັດຊື່ ຫລື​ຄົນ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້​ອື່ນ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ ທີ່​ບໍ່​ເປັນ​ດັ່ງ​ຄົນ​ເກັບພາສີ​ຜູ້​ນັ້ນ.


ດ້ວຍວ່າ, ບຸດ​ມະນຸດ​ໄດ້​ມາ​ເພື່ອ​ຊອກ​ຫາ ແລະ​ໂຜດ​ເອົາ​ຄົນ​ທີ່​ຫລົງ​ເສຍ​ໄປ​ແລ້ວ​ນັ້ນ​ໃຫ້​ລອດພົ້ນ.”


ເມື່ອ​ປະຊາຊົນ​ທັງໝົດ​ເຫັນ​ດັ່ງນັ້ນ, ແລ້ວ​ຕ່າງ​ກໍ​ເລີ່ມ​ຈົ່ມ​ວ່າ, “ເປັນຫຍັງ​ທ່ານ​ຜູ້​ນີ້ ຈຶ່ງ​ໄປ​ພັກ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ນອກສິນທຳ.”


ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ, ພວກເຂົາ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ຄົນ​ເກັບພາສີ ແລະ​ຄົນ​ນອກສິນທຳ?”


ແລ້ວ​ສຽງ​ອຶກກະທຶກ​ກັນ​ຢ່າງ​ໃຫຍ່​ກໍ​ເກີດຂຶ້ນ ແລະ​ມີ​ພວກ​ທຳມະຈານ​ບາງຄົນ​ໃນ​ຄະນະ​ຟາຣີຊາຍ​ຢືນ​ຂຶ້ນ​ຄັດຄ້ານ​ວ່າ, “ພວກເຮົາ​ບໍ່​ເຫັນ​ຄວາມຜິດ​ໃດໆ​ໃນ​ຄົນ​ນີ້. ຖ້າ​ວິນຍານ ຫລື​ເທວະດາ​ຕົນ​ໜຶ່ງ​ກ່າວ​ກັບ​ລາວ ຈະ​ວ່າ​ຢ່າງ​ໃດ?”


ຝ່າຍ​ຄົນ​ທີ່​ມີ​ພຣະວິນຍານ​ຂອງ​ພຣະເຈົ້າ ກໍ​ສາມາດ​ສັງເກດ​ຮູ້​ສິ່ງສາລະພັດ​ໄດ້, ແຕ່​ບໍ່ມີ​ຜູ້ໃດ​ສາມາດ​ສັງເກດ​ຮູ້​ໃຈ​ຜູ້ນັ້ນ​ໄດ້.


ຈົ່ງ​ພິຈາລະນາ​ຄິດເຖິງ​ພຣະອົງ ຜູ້​ຊົງ​ໄດ້​ອົດທົນ​ຕໍ່​ການ​ຂັດຂວາງ​ຂອງ​ຄົນ​ບາບ​ທີ່​ຕໍ່ສູ້​ພຣະອົງ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່​ໝົດ​ກຳລັງ​ໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka