Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:12 - ພຣະຄຳພີສັກສິ

12 ໃນ​ຂະນະທີ່​ທຸກຄົນ​ກຳລັງ​ຄອຍ​ເບິ່ງ​ຢູ່​ນັ້ນ ຄົນເປ້ຍ​ກໍ​ລຸກ​ຂຶ້ນ ຍົກ​ເອົາ​ບ່ອນ​ນອນ​ຂອງຕົນ ແລະ ອອກ​ຈາກ​ເຮືອນ​ໄປ​ໃນ​ທັນທີ ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັນລະເສີນ​ພຣະເຈົ້າ ແລະ​ເວົ້າ​ວ່າ, “ພວກເຮົາ​ບໍ່ເຄີຍ​ເຫັນ​ເຫດການ​ເຊັ່ນ​ນີ້​ຈັກເທື່ອ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ລາວ​ຈຶ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ ແລະ ກໍ​ຍ່າງ​ອອກ​ໄປ​ຕໍ່ໜ້າ​ຄົນ​ທັງຫລາຍ. ທຸກຄົນ​ຕ່າງ​ກໍ​ປະຫລາດໃຈ ແລະ ສັນລະເສີນ​ພຣະເຈົ້າ ແລະ ເວົ້າ​ວ່າ, “ພວກເຮົາ​ບໍ່​ເຄີຍ​ພົບເຫັນ​ເຫດການ​ຢ່າງ​ນີ້​ຈັກ​ເທື່ອ!”

Uka jalj uñjjattʼäta Copia luraña




ມາຣະໂກ 2:12
13 Jak'a apnaqawi uñst'ayäwi  

ປະຊາຊົນ​ທັງຫລາຍ​ກໍ​ງຶດ​ປະຫລາດ​ໃຈ ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ອາດ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ບໍ?”


ຝ່າຍ​ປະຊາຊົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ພວກເຂົາ​ເຫັນ​ຄົນ​ປາກກືກ​ເວົ້າ​ໄດ້, ຄົນ​ແຂນ​ຂາ​ພິການ​ດີ​ເປັນ​ປົກກະຕິ, ຄົນ​ຂາຫ້ານ​ຍ່າງ​ໄດ້ ແລະ​ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ແລ້ວ​ພວກເຂົາ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


ແຕ່​ພໍ​ພຣະອົງ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄປ​ແລ້ວ ຄົນ​ປາກກືກ​ຜູ້ນັ້ນ​ກໍ​ເວົ້າ​ໄດ້ ຄົນ​ທັງຫລາຍ​ງຶດ​ປະຫລາດ​ໃຈ ແລະ​ພາກັນ​ເວົ້າ​ວ່າ, “ບໍ່ເຄີຍ​ເຫັນ​ເຫດການ​ຢ່າງ​ນີ້​ຈັກເທື່ອ​ໃນ​ຊາດ​ອິດສະຣາເອນ.”


ເມື່ອ​ປະຊາຊົນ​ໄດ້​ເຫັນ​ເຫດການ​ນີ້​ພວກເຂົາ​ຈຶ່ງ​ຢ້ານ ແລະ​ພາກັນ​ສັນລະເສີນ​ພຣະເຈົ້າ​ທີ່​ໃຫ້​ສິດ​ອຳນາດ​ຢ່າງ​ນີ້​ແກ່​ມະນຸດ.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ຄຳສັ່ງສອນ​ໃໝ່​ມີ​ສິດ​ອຳນາດ​ແທ້ ເພາະ​ທ່ານ​ຜູ້​ນີ້​ສັ່ງ​ຜີຊົ່ວຮ້າຍ ແລະ​ມັນ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ.”


“ເຮົາ​ສັ່ງ​ເຈົ້າ​ໃຫ້​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນ​ນອນ ແລະ​ເມືອ​ເຮືອນ​ສາ.”


ພຣະອົງ​ວາງ​ມື​ໃສ່​ນາງ ໃນ​ທັນໃດນັ້ນ ນາງ​ກໍ​ຢືນ​ຊື່​ໄດ້ ແລະ​ນາງ​ຈຶ່ງ​ກ່າວ​ສັນລະເສີນ​ພຣະເຈົ້າ.


ເມື່ອ​ຄົນ​ໜຶ່ງ​ໃນ​ພວກເຂົາ ເຫັນ​ວ່າ​ຕົນ​ດີ​ສະອາດ​ແລ້ວ, ລາວ​ຈຶ່ງ​ກັບຄືນ​ມາ​ກ່າວ​ສັນລະເສີນ​ພຣະເຈົ້າ​ດ້ວຍ​ສຽງດັງ.


ພວກເຂົາ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ​ທີ່ສຸດ ແລະ​ກ່າວ​ສັນລະເສີນ​ພຣະເຈົ້າ. ດ້ວຍ​ຄວາມ​ຢ້ານ​ຢ່າງ​ເຕັມທີ່​ຢູ່​ນັ້ນ ພວກເຂົາ​ກໍ​ເວົ້າ​ວ່າ, “ວັນ​ນີ້ ພວກເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອເຊື່ອ.”


ທຸກຄົນ​ຈຶ່ງ​ເກີດ​ສະດຸ້ງ​ຕົກໃຈ ແລະ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ​ວ່າ, “ຜູ້ທຳນວາຍ​ທີ່​ຍິ່ງໃຫຍ່​ຄົນ​ໜຶ່ງ ໄດ້​ປາກົດ​ຕົວ​ໃນ​ທ່າມກາງ​ພວກເຮົາ​ແລ້ວ ພຣະເຈົ້າ​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.”


ແຕ່​ມີ​ຫລາຍ​ຄົນ​ໃນ​ປະຊາຊົນ​ນັ້ນ ໄດ້​ຮັບ​ເຊື່ອ​ໃນ​ພຣະອົງ ແລະ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດ​ສະເດັດ​ມາ​ນັ້ນ ເພິ່ນ​ຈະ​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຫລາຍກວ່າ​ຜູ້​ນີ້​ເຮັດ​ບໍ?”


ຕັ້ງແຕ່​ໂລກນີ້​ມີ​ມາ ບໍ່ເຄີຍ​ໄດ້ຍິນ​ວ່າ​ມີ​ຜູ້ໃດ​ຮັກສາ​ຄົນ​ຕາບອດ​ຕັ້ງແຕ່​ເກີດ​ໄດ້​ຈັກເທື່ອ.


ເມື່ອ​ຂູ່ເຂັນ​ທ່ານ​ທັງສອງ​ຢ່າງ​ແຂງແຮງ​ຕື່ມ​ອີກ​ແລ້ວ​ກໍ​ປ່ອຍ​ໄປ ເພາະ​ເຫັນ​ວ່າ​ບໍ່ມີ​ເລື່ອງ​ອັນ​ໃດ​ທີ່​ຈະ​ໃສ່​ໂທດ​ພວກເພິ່ນ​ໄດ້ ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ ຍ້ອນ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka