2 ໃນວັນອາທິດແຕ່ເຊົ້າພໍຕາເວັນກຳລັງຂຶ້ນ ພວກນາງກໍໄປເຖິງອຸບມຸງນັ້ນ.
2 ໃນວັນຕົ້ນສັບປະດາແຕ່ເຊົ້າ ພວກເຂົາກໍໄປເຖິງອຸບມຸງນັ້ນ
ກະສັດຕື່ນແຕ່ເດິກໆ ແລະຟ້າວໄປທີ່ຖໍ້າສິງ.
ຫລັງຈາກວັນຊະບາໂຕນັ້ນເປັນວັນອາທິດ ຕັ້ງແຕ່ເຊົ້າໃກ້ຕາເວັນຂຶ້ນ ມາຣີໄທມັກດາລາ ແລະມາຣີຄົນໜຶ່ງອີກໄດ້ໄປເບິ່ງອຸບມຸງ.
ເມື່ອວັນຊະບາໂຕຜ່ານພົ້ນໄປແລ້ວ ມາຣີໄທມັກດາລາ ມາຣີແມ່ຂອງຢາໂກໂບ ແລະ ນາງຊາໂລເມກໍຊື້ເຄື່ອງຫອມ ເພື່ອເອົາໄປຫົດສົງພຣະສົບຂອງພຣະເຢຊູເຈົ້າ.
ພວກນາງຖາມກັນວ່າ, “ຜູ້ໃດໜໍ ຈະກື່ງກ້ອນຫີນນັ້ນ ອອກຈາກປາກອຸບມຸງໃຫ້ພວກເຮົາ?”
ແຕ່ຮຸ່ງເຊົ້າຂອງວັນຕົ້ນສັບປະດາ(ວັນອາທິດ) ພວກແມ່ຍິງເຫຼົ່ານັ້ນໄດ້ໄປທີ່ອຸບມຸງ ພ້ອມທັງຖືເຄື່ອງຫອມທີ່ພວກຕົນຈັດຕຽມໄວ້ແລ້ວໄປນຳ.
ໃນເຊົ້າວັນອາທິດຂະນະທີ່ຍັງມືດຢູ່ ນາງມາຣີໄທມັກດາລາໄດ້ມາເຖິງອຸບມຸງ ແລະນາງກໍເຫັນວ່າ ກ້ອນຫີນຖືກກຶ່ງອອກຈາກປາກອຸບມຸງແລ້ວ.