Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 16:1 - ພຣະຄຳພີສັກສິ

1 ເມື່ອ​ວັນ​ຊະບາໂຕ​ຜ່ານ​ພົ້ນ​ໄປ​ແລ້ວ ມາຣີ​ໄທ​ມັກດາລາ ມາຣີ​ແມ່​ຂອງ​ຢາໂກໂບ ແລະ ນາງ​ຊາໂລເມ​ກໍ​ຊື້​ເຄື່ອງຫອມ ເພື່ອ​ເອົາ​ໄປ​ຫົດສົງ​ພຣະສົບ​ຂອງ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ວັນຊະບາໂຕ​ຜ່ານພົ້ນ​ໄປ​ແລ້ວ ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ນາງ​ຊາໂລເມ​ກໍ​ຊື້​ເຄື່ອງຫອມ​ເພື່ອ​ເອົາ​ໄປ​ຫົດສົງ​ສົບ​ຂອງ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ມາຣະໂກ 16:1
19 Jak'a apnaqawi uñst'ayäwi  

ແລ້ວ​ໂຢເຊັບ​ກໍ​ສັ່ງ​ໃຫ້​ແພດ​ທີ່​ຢູ່​ໃຕ້​ການປົກຄອງ​ຂອງຕົນ ອາບນໍ້າ​ຢາ​ຮັກສາ​ຊາກສົບ​ຂອງ​ຢາໂຄບ.


ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ເປັນ​ໂງ່ນຫີນ ຊຶ່ງ​ເພິ່ນ​ໄດ້​ສັ່ງ​ໃຫ້​ເຈາະ​ໄວ້​ສຳລັບ​ເພິ່ນ​ເອງ​ທີ່​ເມືອງ​ຂອງ​ດາວິດ. ພວກເຂົາ​ໄດ້​ໃຊ້​ເຄື່ອງເທດ​ກັບ​ນໍ້າມັນ​ຫອມ ຕົບແຕ່ງ​ຮ່າງກາຍ​ຂອງ​ເພິ່ນ​ສຳລັບ​ຝັງ ແລະ​ພວກເຂົາ​ໄດ້​ສ້າງ​ໄຟ​ກອງ​ໃຫຍ່​ສຳລັບ​ໄວ້ທຸກ​ໃຫ້​ເພິ່ນ.


ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຊີໂມນ, ຊາຍ​ທີ່​ເປັນ​ໂຣກ​ຂີ້ທູດ​ໃນ​ບ້ານ​ເບັດທານີ, ຂະນະທີ່​ພຣະເຢຊູເຈົ້າ​ຮັບປະທານ​ຢູ່​ນັ້ນ ກໍ​ມີ​ຍິງ​ຜູ້ໜຶ່ງ​ຖື​ເຕົ້າ​ຫີນ​ຂາວ ຊຶ່ງ​ບັນຈຸ​ນໍ້າມັນ​ຫອມ​ຊະນິດ​ໜຶ່ງ ລາຄາ​ແພງ​ຫລາຍ​ເຂົ້າ​ມາ​ຫາ​ພຣະອົງ ແລ້ວ​ຫັກ​ຄໍ​ເຕົ້າ​ນັ້ນ ແລະ​ຖອກ​ນໍ້າມັນ​ຫອມ​ຫົດສົງ​ຫົວ​ພຣະອົງ.


ນາງ​ເຮັດ​ເທົ່າທີ່​ນາງ​ເຮັດ​ໄດ້, ນາງ​ຖອກ​ນໍ້າມັນ​ຫອມ​ໃສ່​ຮ່າງກາຍ​ຂອງເຮົາ ເພື່ອ​ຕຽມ​ການ​ປົງສົບ​ຂອງເຮົາ​ລ່ວງໜ້າ.


ໃນ​ທີ່ນັ້ນ ມີ​ພວກ​ແມ່ຍິງ​ບາງຄົນ​ທີ່​ຄອຍ​ເບິ່ງ​ຢູ່​ຫ່າງໆ ໃນ​ພວກເຂົາ​ນັ້ນ​ມີ: ມາຣີ​ໄທ​ມັກດາລາ ມາຣີ​ແມ່​ຂອງ​ຢາໂກໂບ​ຜູ້​ນ້ອງ ແລະ ຂອງ​ໂຢເຊ​ກັບ​ນາງ​ຊາໂລເມ.


ເມື່ອ​ເຖິງ​ເວລາ​ຄໍ່າ​ແລ້ວ ເນື່ອງ​ຈາກ​ວ່າ​ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ ໝາຍຄວາມວ່າ ເປັນ​ວັນ​ກ່ອນ​ເຖິງ​ວັນ​ຊະບາໂຕ


ສ່ວນ​ມາຣີ​ໄທ​ມັກດາລາ ກັບ​ມາຣີ​ແມ່​ຂອງ​ໂຢເຊ​ກໍ​ຢູ່​ທີ່​ນັ້ນ ໄດ້​ເຫັນ​ບ່ອນ​ທີ່​ໄວ້​ພຣະສົບ​ຂອງ​ພຣະເຢຊູເຈົ້າ.


ໃນ​ວັນ​ອາທິດ​ແຕ່​ເຊົ້າ​ພໍ​ຕາເວັນ​ກຳລັງ​ຂຶ້ນ ພວກ​ນາງ​ກໍ​ໄປ​ເຖິງ​ອຸບມຸງ​ນັ້ນ.


ສະນັ້ນ ພວກ​ນາງ​ຈຶ່ງ​ຟ້າວ​ແລ່ນ​ອອກ​ໄປ​ຈາກ​ອຸບມຸງ ທັງ​ວຸ້ນວາຍ​ສັບສົນ ຈົນ​ຕົວ​ສັ່ນເຊັນ ແລະ​ຫວາດກົວ. ພວກ​ນາງ​ບໍ່ໄດ້​ບອກ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ​ເພາະ​ຢ້ານ. [


ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ (ວັນ​ສຸກ) ແລະ​ເກືອບ​ຈະ​ເຖິງ​ວັນ​ຊະບາໂຕ​ແລ້ວ.


ແລ້ວ​ພວກ​ນາງ​ກໍ​ກັບຄືນ​ເມືອ​ເຮືອນ ແລະ​ຈັດຕຽມ​ເຄື່ອງຫອມ ແລະ​ນໍ້າມັນ​ຫອມ. ໃນ​ວັນ​ຊະບາໂຕ ພວກ​ນາງ​ຕ້ອງ​ຢຸດ​ພັກຜ່ອນ​ຕາມ​ກົດບັນຍັດ.


ແຕ່​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ​(ວັນ​ອາທິດ) ພວກ​ແມ່ຍິງ​ເຫຼົ່ານັ້ນ​ໄດ້​ໄປ​ທີ່​ອຸບມຸງ ພ້ອມ​ທັງ​ຖື​ເຄື່ອງຫອມ​ທີ່​ພວກ​ຕົນ​ຈັດຕຽມ​ໄວ້​ແລ້ວ​ໄປ​ນຳ.


ຝ່າຍ​ແມ່​ຂອງ​ພຣະເຢຊູເຈົ້າ​ພ້ອມ​ທັງ​ນ້າສາວ​ກັບ​ນາງ​ມາຣີ ຜູ້​ເປັນ​ເມຍ​ຂອງ​ກະໂລປາ ແລະ​ນາງ​ມາຣີ​ໄທ​ມັກດາລາ​ກໍ​ຢືນ​ຢູ່​ໃກ້​ໄມ້ກາງແຂນ​ຂອງ​ພຣະອົງ.


ແລ້ວ​ພວກ​ຢິວ​ກໍ​ຂໍ​ອະນຸຍາດ​ຈາກ​ປີລາດ ໃຫ້​ຫັກ​ກະດູກ​ຂາ​ຂອງ​ພວກ​ທີ່​ຖືກ​ຄຶງ​ໄວ້​ນັ້ນ ແລະ​ໃຫ້​ເອົາ​ຊາກສົບ​ລົງ​ຈາກ​ໄມ້ກາງແຂນ​ໄປ​ເສຍ, ພວກເຂົາ​ຂໍຮ້ອງ​ຢ່າງ​ນີ້ ເພາະ​ເປັນ​ວັນ​ຈັດຕຽມ ແລະ​ພວກເຂົາ​ບໍ່​ຢາກ​ໃຫ້​ສົບ​ເຫຼົ່ານັ້ນ​ຄ້າງ​ໄວ້​ທີ່​ໄມ້ກາງແຂນ​ໃນ​ວັນ​ຊະບາໂຕ. (ເພາະ​ວັນ​ຊະບາໂຕ​ທີ່​ຈະມາເຖິງ​ນັ້ນ​ເປັນ​ວັນ​ທີ່​ສຳຄັນ)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka