3 ພວກຫົວໜ້າປະໂຣຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ
3 ພວກຫົວໜ້າປະໂລຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ.
ຂ້ານ້ອຍເປັນດັ່ງຄົນທີ່ບໍ່ຕອບຫຍັງເລີຍ ເພາະພວກເຂົາບໍ່ໄດ້ຍິນ.
ທ່ານຖືກທາລຸນໜັກ ແຕ່ທົນເອົາຢ່າງຖ່ອມໃຈ ທ່ານບໍ່ເຄີຍເອີ່ຍປາກເວົ້າຈາແມ່ນແຕ່ຄຳດຽວ. ດັ່ງລູກແກະພວມຖືກນຳໄປຂ້າ ດັ່ງແກະທີ່ຖືກຕັດເອົາຂົນ ຄຳດຽວທ່ານກໍບໍ່ເຄີຍກ່າວອອກ.
ແຕ່ຂໍ້ກ່າວໂທດຂອງພວກຫົວໜ້າປະໂຣຫິດແລະພວກເຖົ້າແກ່ນັ້ນ ພຣະອົງບໍ່ຕອບຫຍັງເລີຍ.
ສ່ວນປີລາດກໍໄດ້ຖາມພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຊົງຕອບວ່າ, “ທ່ານເວົ້ານັ້ນຖືກແລ້ວ.”
ດັ່ງນັ້ນ ປີລາດຈຶ່ງຖາມພຣະອົງອີກວ່າ, “ເຈົ້າບໍ່ຕອບຈັກຄຳບໍ? ເບິ່ງແມ! ພວກເຂົາກ່າວຟ້ອງເຈົ້າຕັ້ງຫລາຍເລື່ອງ.”
ແຕ່ພຣະເຢຊູເຈົ້າບໍ່ຕອບຈັກຄຳຈົນປີລາດປະຫລາດໃຈ.
ເມື່ອປີລາດໄດ້ຍິນດັ່ງນັ້ນແລ້ວ ເພິ່ນຈຶ່ງຊອກຫາວິທີທາງທີ່ຈະປ່ອຍພຣະອົງ, ແຕ່ປະຊາຊົນໄດ້ຮ້ອງໃສ່ເພິ່ນວ່າ, “ຖ້າທ່ານປ່ອຍຄົນນີ້ໄປ ກໍສະແດງວ່າທ່ານບໍ່ເປັນມິດກັບຈັກກະພັດ ຜູ້ໃດທີ່ປະກາດຕົວເອງວ່າເປັນກະສັດ ລາວກໍປະກາດຕົວຕໍ່ສູ້ຈັກກະພັດ.”