Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 15:2 - ພຣະຄຳພີສັກສິ

2 ສ່ວນ​ປີລາດ​ກໍໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ທ່ານ​ເວົ້າ​ນັ້ນ​ຖືກ​ແລ້ວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ສ່ວນ​ປີລາດ​ໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ທ່ານ​ເວົ້າ​ນັ້ນ”.

Uka jalj uñjjattʼäta Copia luraña




ມາຣະໂກ 15:2
11 Jak'a apnaqawi uñst'ayäwi  

ແລະ​ຖາມ​ວ່າ, “ເດັກ​ທີ່​ຫາ​ກໍ​ເກີດ​ມາ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ນັ້ນ​ຢູ່​ໃສ? ພວກເຮົາ​ໄດ້​ເຫັນ​ດາວ​ຂອງ​ເພິ່ນ​ປາກົດ​ຂຶ້ນ​ທາງທິດ​ຕາເວັນອອກ ແລະ​ພວກເຮົາ​ໄດ້​ມາ​ເພື່ອ​ຂາບໄຫວ້​ນະມັດສະການ​ເພິ່ນ.”


ປີລາດ​ຖາມ​ພວກເຂົາ​ອີກ​ວ່າ, “ຖ້າດັ່ງນັ້ນ ພວກທ່ານ​ຢາກ​ໃຫ້​ເຮົາ​ເຮັດ​ຢ່າງ​ໃດ​ກັບ​ຜູ້​ທີ່​ພວກທ່ານ​ເອີ້ນ​ວ່າ, ກະສັດ​ຂອງ​ຊາດ​ຢິວ?”


ແລ້ວ​ພວກເຂົາ​ກໍ​ຕັ້ງຕົ້ນ​ຄຳນັບ​ແບບ​ເຢາະເຢີ້ຍ​ພຣະອົງ ໂດຍ​ກ່າວ​ວ່າ, “ກະສັດ​ແຫ່ງ​ຊາດ​ຢິວ​ເອີຍ ຈົ່ງ​ຊົງ​ພຣະ​ຈະເລີນ​ເທີ້ນ.”


ແຜ່ນ​ປ້າຍ​ທີ່​ເຂົາ​ຂຽນ​ຂໍ້ຄວາມ​ກ່າວຫາ ເພື່ອ​ລົງໂທດ​ພຣະອົງ​ນັ້ນ ມີ​ຂໍ້ຄວາມ​ວ່າ, “ກະສັດ​ຂອງ​ຊາດ​ຢິວ.”


ພວກ​ຫົວໜ້າ​ປະໂຣຫິດ​ໄດ້​ກ່າວໂທດ​ໃສ່​ພຣະເຢຊູເຈົ້າ​ຫລາຍ​ເລື່ອງ


ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ຢາກ​ໃຫ້​ປ່ອຍ​ກະສັດ​ຂອງ​ຊາວ​ຢິວ​ແກ່​ພວກທ່ານ​ບໍ?”


ເຮົາ​ສັ່ງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ສິ່ງ​ທັງປວງ​ມີ​ຊີວິດ ແລະ​ຕໍ່ໜ້າ​ພຣະຄຣິດເຈົ້າ​ເຢຊູ​ຜູ້​ໄດ້​ຊົງ​ເປັນ​ພະຍານ ເຖິງ​ຄຳ​ປະຕິຍານ​ອັນ​ດີ​ຕໍ່ໜ້າ​ປົນທຽວ​ປີລາດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka