Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 14:3 - ພຣະຄຳພີສັກສິ

3 ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຊີໂມນ, ຊາຍ​ທີ່​ເປັນ​ໂຣກ​ຂີ້ທູດ​ໃນ​ບ້ານ​ເບັດທານີ, ຂະນະທີ່​ພຣະເຢຊູເຈົ້າ​ຮັບປະທານ​ຢູ່​ນັ້ນ ກໍ​ມີ​ຍິງ​ຜູ້ໜຶ່ງ​ຖື​ເຕົ້າ​ຫີນ​ຂາວ ຊຶ່ງ​ບັນຈຸ​ນໍ້າມັນ​ຫອມ​ຊະນິດ​ໜຶ່ງ ລາຄາ​ແພງ​ຫລາຍ​ເຂົ້າ​ມາ​ຫາ​ພຣະອົງ ແລ້ວ​ຫັກ​ຄໍ​ເຕົ້າ​ນັ້ນ ແລະ​ຖອກ​ນໍ້າມັນ​ຫອມ​ຫົດສົງ​ຫົວ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ໃນຂະນະ​ທີ່​ພຣະອົງ​ຢູ່​ທີ່​ບ້ານ​ເບັດທານີ, ກຳລັງ​ນັ່ງເອນໂຕ​ຢູ່​ທີ່​ໂຕະ​ອາຫານ​ທີ່​ຢູ່​ໃນ​ເຮືອນ​ຂອງ​ຊີໂມນ​ຜູ້​ທີ່​ເປັນ​ພະຍາດຂີ້ທູດ, ມີ​ຍິງ​ຄົນ​ໜຶ່ງ​ເຂົ້າ​ມາ​ພ້ອມດ້ວຍ​ເຕົ້າຫີນຂາວ ເຊິ່ງ​ບັນຈຸ​ນ້ຳຫອມ​ທີ່​ມີ​ລາຄາ​ແພງ, ນ້ຳຫອມ​ນັ້ນ​ເຮັດ​ຈາກ​ເຄື່ອງຫອມ​ບໍລິສຸດ. ນາງ​ໄດ້​ຫັກ​ຄໍ​ເຕົ້າ​ນັ້ນ ແລະ ຖອກ​ນ້ຳຫອມ​ຫົດສົງ​ຫົວ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 14:3
11 Jak'a apnaqawi uñst'ayäwi  

ພະຣາຊາ​ຂອງນ້ອງ​ກຳລັງ​ຢຽດ​ຢູ່​ເທິງ​ທີ່​ນອນ ກິ່ນ​ນໍ້າຫອມ​ທີ່​ນ້ອງ​ທາ​ຫອມຫວນ​ຢູ່​ທົ່ວ​ຫ້ອງ.


ຂ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ລາວ​ເຂົ້າ​ມາ​ຂ້າງ​ໃນ ມື​ຂ້ອຍ​ເຕັມ​ດ້ວຍ​ນໍ້າຫອມ​ຂອງ​ຢາງໄມ້ ນີ້ວມື​ຂ້ອຍ​ກໍ​ຖືກ​ໂອບ​ດ້ວຍ​ນໍ້າມັນ​ຫອມ ຂະນະທີ່​ຂ້ອຍ​ຈັບ​ໄລກອນ​ປະຕູ​ຢູ່​ນັ້ນ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ສະເດັດ​ຈາກ​ພວກເຂົາ ອອກ​ຈາກ​ເມືອງ​ໄປ​ຍັງ​ບ້ານ​ເບັດທານີ ເພື່ອ​ພັກ​ນອນ​ຢູ່​ທີ່​ນັ້ນ.


ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ສອງ​ຕະລັນຕົນ ກໍໄດ້​ກຳໄລ​ເທົ່າ​ຕົວ​ເໝືອນກັນ.


ຄື​ພວກເຂົາ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ພວກເຮົາ​ບໍ່​ຕ້ອງ​ເຮັດ​ຍາມ​ເທດສະການ ບໍ່​ດັ່ງນັ້ນ, ປະຊາຊົນ​ອາດ​ຈະ​ລຸກຮື້ຂຶ້ນ​ກໍໄດ້.”


ມີ​ບາງຄົນ​ໃນ​ທີ່ນັ້ນ​ເຄືອງໃຈ ຈຶ່ງ​ເວົ້າ​ກັນ​ວ່າ, “ເຫດໃດ ຈຶ່ງ​ເຮັດ​ໃຫ້​ນໍ້າມັນ​ຫອມ​ນີ້​ເສຍ​ໄປ​ລ້າໆ?


ມາຣີ​ແມ່ນ​ຜູ້​ທີ່​ເອົາ​ນໍ້າມັນ​ຫອມ​ຖອກ​ໃສ່​ຕີນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເອົາ​ຜົມ​ຂອງຕົນ​ເຊັດ​ຕີນ​ຂອງ​ພຣະອົງ ລາຊະໂຣ​ຜູ້​ທີ່​ປ່ວຍ​ຢູ່​ນັ້ນ​ເປັນ​ນ້ອງຊາຍ​ຂອງ​ນາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka