Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 13:9 - ພຣະຄຳພີສັກສິ

9 ແຕ່​ຈົ່ງ​ລະວັງຕົວ​ໃຫ້​ດີ ພວກເຂົາ​ຈະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ແລະ​ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ, ພວກເຂົາ​ຈະ​ໃຫ້​ພວກເຈົ້າ​ຢືນ​ຢູ່​ຕໍ່ໜ້າ​ຜູ້​ປົກຄອງ ແລະ​ກະສັດ​ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ໄດ້​ເປັນ​ພະຍານ​ແກ່​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 “ພວກເຈົ້າ​ຈົ່ງ​ລະວັງ​ໂຕ​ໃຫ້​ດີ. ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ. ພວກເຈົ້າ​ຈະ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ກະສັດ​ທັງຫລາຍ​ເພື່ອ​ເປັນ​ພະຍານ​ແກ່​ພວກເຂົາ​ເພື່ອ​ເຮົາ.

Uka jalj uñjjattʼäta Copia luraña




ມາຣະໂກ 13:9
37 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຜູ້ໃດ​ທີ່​ໂກດຮ້າຍ​ເຄືອງໃຈ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ ຈະ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນໂງ່ຈ້າ’ ຈະ​ຖືກ​ນຳ​ຂຶ້ນ​ສານສູງ​ເພື່ອ​ຕັດສິນ​ລົງໂທດ ແລະ​ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນບ້າ’ ຜູ້ນັ້ນ​ຈະ​ຕົກ​ບຶງ​ໄຟ​ນະຣົກ.


ໂດຍ​ສັ່ງ​ໃຫ້​ລາວ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ​ເປັນ​ອັນ​ຂາດ ແຕ່​ຈົ່ງ​ໄປ​ຫາ​ປະໂຣຫິດ​ເພື່ອ​ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ​ວ່າ​ດີ​ສະອາດ​ແລ້ວ ຕໍ່​ຈາກ​ນັ້ນ​ໃຫ້​ເຈົ້າ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ເພື່ອ​ເປັນ​ຫຼັກຖານ​ຢັ້ງຢືນ​ວ່າ ເຈົ້າ​ດີ​ສະອາດ​ແລ້ວ.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ.


ດ້ວຍວ່າ, ປະເທດ​ຕໍ່​ປະເທດ ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ, ທັງ​ຈະ​ເກີດ​ແຜ່ນດິນ​ໄຫວ​ໃນ​ບ່ອນ​ຕ່າງໆ ແລະ​ຈະ​ເກີດ​ການ​ອຶດຢາກ, ເຫດການ​ເຫຼົ່ານີ້ ຈະ​ເປັນ​ເໝືອນ​ຂັ້ນ​ຕົ້ນ​ຂອງ​ຄວາມ​ເຈັບປວດ​ໃນ​ການ​ເກີດ​ລູກ.


ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕີນ​ຂອງ​ພວກເຈົ້າ​ອອກ.”


ເມືອງ​ໃດ ທີ່​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໜີ​ຈາກ​ເມືອງ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ.”


ຈົ່ງ​ລະນຶກເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ວ່າ, ‘ຂ້ອຍໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງຕົນ.’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ ພວກເຂົາ​ຈະ​ຂົ່ມເຫັງ​ເຈົ້າ​ທັງຫລາຍ​ເໝືອນກັນ, ຖ້າ​ພວກເຂົາ​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພວກເຈົ້າ​ເໝືອນກັນ.


ພວກເຈົ້າ​ຈະ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ ແລະ​ເວລາ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ ການ​ກະທຳ​ຂອງຕົນ​ຢ່າງ​ນັ້ນ ເປັນ​ການ​ຖວາຍ​ກຽດ​ແກ່​ພຣະເຈົ້າ.


ລາວ​ມາ​ຫາ​ພວກເຮົາ ແລະ​ເອົາ​ສາຍຮັດແອວ​ຂອງ​ໂປໂລ​ມັດ​ຕີນ​ມັດ​ມື​ຂອງ​ຕົນເອງ ແລະ​ກ່າວ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ດັ່ງນີ້: ເຈົ້າຂອງ​ສາຍຮັດແອວ​ນີ້ ຈະ​ຖືກ​ມັດ​ຢ່າງ​ດຽວກັນ​ນີ້ ໂດຍ​ພວກ​ຢິວ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ຈະ​ມອບ​ເພິ່ນ​ໃຫ້​ແກ່​ຄົນຕ່າງຊາດ.”


ເມື່ອ​ສະມາຊິກ​ສະພາ​ສູງສຸດ​ໄດ້ຍິນ​ຊະເຕຟາໂນ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້ ພວກເຂົາ​ກໍ​ໂມໂຫ​ເຕັມທີ ແລະ​ຂົບ​ແຂ້ວ​ຄ້ຽວຟັນ​ໃສ່​ຊະເຕຟາໂນ​ດ້ວຍ​ຄວາມ​ເຈັບແຄ້ນ​ແໜ້ນໃຈ.


ເພາະວ່າ ຝ່າຍ​ເຮົາ​ຈະ​ສຳແດງ​ໃຫ້​ລາວ​ເຫັນ​ວ່າ ລາວ​ຕ້ອງ​ທົນທຸກ​ລຳບາກ​ຫລາຍ​ເທົ່າ​ໃດ ເພາະ​ນາມຊື່​ຂອງເຮົາ.”


ດ້ວຍວ່າ, ພວກເຈົ້າ​ໄດ້​ຮັບ​ສິດ​ພິເສດ​ໃຫ້​ບົວລະບັດ​ຮັບໃຊ້​ພຣະຄຣິດ ບໍ່ແມ່ນ​ພຽງ​ໃຫ້​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ຍັງ​ໃຫ້​ທົນ​ຄວາມທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ.


ສິ່ງ​ທັງໝົດ​ເຫຼົ່ານີ້ ພິສູດ​ໃຫ້​ເຫັນ​ຢ່າງ​ຈະແຈ້ງ​ວ່າ​ການ​ພິພາກສາ​ຂອງ​ພຣະເຈົ້າ​ຊົງ​ຍຸດຕິທຳ ແລະ​ຜົນ​ທີ່​ໄດ້​ຮັບ​ນັ້ນ ຄື​ພວກເຈົ້າ​ຈະ​ເປັນ​ຜູ້​ສົມຄວນ​ກັບ​ຣາຊອານາຈັກ​ຂອງ​ພຣະອົງ ຊຶ່ງ​ພວກເຈົ້າ​ກຳລັງ​ຖືກ​ທົນທຸກ​ຢູ່ ກໍ​ເພື່ອ​ເຫັນ​ແກ່​ອານາຈັກ​ນັ້ນ.


ເຫດສະນັ້ນ ພວກເຈົ້າ​ຈົ່ງ​ລະວັງຕົວ​ໃຫ້​ດີ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ເສຍ​ປະໂຫຍດ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້​ກະທຳ​ນັ້ນ ແຕ່​ຈະ​ໄດ້​ຮັບ​ບຳເໜັດ​ເຕັມ​ສ່ວນ.


ຂ້າພະເຈົ້າ ຄື​ໂຢຮັນ​ພີ່ນ້ອງ​ຂອງ​ເຈົ້າ​ທັງຫລາຍ ຜູ້​ເປັນ​ເພື່ອນ​ຮ່ວມ​ໃນ​ຄວາມ​ຍາກ​ລຳບາກ ຮ່ວມ​ຣາຊອານາຈັກ ແລະ​ຮ່ວມ​ຄວາມ​ພຽນ​ອົດທົນ ຊຶ່ງ​ເປັນ​ປະສົບການ​ໃນ​ພຣະເຢຊູເຈົ້າ. ຂ້າພະເຈົ້າ​ຖືກ​ປ່ອຍ​ໄວ້​ທີ່​ເກາະ​ປັດໂມ ເພາະ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເນື່ອງ​ດ້ວຍ​ການ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.


ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.


ເຮົາ​ຮູ້ຈັກ​ທີ່​ຢູ່​ຂອງ​ເຈົ້າ ຮູ້​ວ່າ​ທີ່​ນັ້ນ​ເປັນ​ບັນລັງ​ຂອງ​ມານຊາຕານ. ເຈົ້າ​ຍັງ​ຢຶດຖື​ນາມ​ຂອງເຮົາ​ໄວ້​ໝັ້ນ ແລະ​ບໍ່ໄດ້​ປະຕິເສດ​ຄວາມເຊື່ອ​ໃນ​ເຮົາ ແມ່ນ​ວ່າ​ໃນ​ເວລາ​ທີ່​ອັນຕິປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງເຮົາ ໄດ້​ຖືກ​ຂ້າ​ເສຍ​ໃນ​ທ່າມກາງ​ພວກເຈົ້າ ໃນ​ບ່ອນ​ທີ່​ມານຊາຕານ​ຢູ່​ກໍຕາມ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka