Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 13:5 - ພຣະຄຳພີສັກສິ

5 ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ: “ຈົ່ງ​ລະວັງ​ໃຫ້​ດີ​ຢ່າ​ໃຫ້​ຜູ້ໃດ​ຜູ້​ໜຶ່ງ​ຫລອກລວງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ມາຣະໂກ 13:5
11 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຕືອນ​ພວກເຈົ້າ​ວ່າ, ‘ຢ່າ​ຍອມ​ໃຫ້​ພວກ​ຜູ້ທຳນວາຍ​ທີ່​ຢູ່​ທ່າມກາງ​ພວກເຈົ້າ ຫລື​ພວກ​ອື່ນໆ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້ທຳນວາຍ​ອະນາຄົດ​ລໍ້ລວງ​ພວກເຈົ້າ. ຢ່າ​ໄດ້​ສົນໃຈ​ນຳ​ຄວາມຝັນ​ໃດໆ​ຂອງ​ພວກເຂົາ.


ພວກເພິ່ນ​ຖາມ​ວ່າ, “ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ສິ່ງໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ສຳເລັດ.”


ດ້ວຍວ່າ, ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມ​ຂອງເຮົາ​ວ່າ, ‘ຂ້ອຍ​ນີ້​ແຫຼະ ເປັນ​ພຣະຄຣິດ’ ແລະ​ຈະ​ຫລອກລວງ​ຫລາຍ​ຄົນ​ໃຫ້​ຫລົງ​ເສຍ​ໄປ.


ພຣະອົງ​ໄດ້​ຕອບ​ພວກເຂົາ​ວ່າ, “ຈົ່ງ​ຄອຍ​ເຝົ້າ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ​ໄປ ເພາະ​ມີ​ຫລາຍ​ຄົນ​ຈະ​ອ້າງ​ນາມຊື່​ຂອງເຮົາ ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ນີ້​ແຫຼະ ເປັນ​ຜູ້​ນັ້ນ ແລະ​ເວລາ​ກຳນົດ​ໃກ້​ເຂົ້າ​ມາ​ແລ້ວ,’ ພວກເຈົ້າ​ຢ່າ​ຕາມ​ເຂົາ​ໄປ.


ຢ່າ​ສູ່​ໃຫ້​ພວກເຈົ້າ​ຫລົງ​ຜິດ​ໄປ “ການ​ຄົບ​ກັບ​ຄົນຊົ່ວ​ຍ່ອມ​ເຮັດ​ໃຫ້​ເສຍ​ນິໄສ.”


ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ດ້ວຍ​ຄຳ​ເວົ້າ​ອັນ​ໄຮ້​ປະໂຫຍດ ເພາະ​ຄວາມຜິດ​ໃນ​ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າ​ຊົງ​ຄຽດຮ້າຍ​ຄົນ​ທີ່​ບໍ່​ເຊື່ອຟັງ​ພຣະອົງ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ນຳ​ພວກເຈົ້າ​ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ສະຕິປັນຍາ ອັນ​ຫລອກລວງ​ແລະ​ໄຮ້​ສາລະ ຊຶ່ງ​ມາ​ຈາກ​ຄຳສັ່ງສອນ​ຂອງ​ມະນຸດ ແລະ​ມາ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ ແລະ​ບໍ່ແມ່ນ​ມາ​ຈາກ​ພຣະຄຣິດ.


ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ເລີຍ. ດ້ວຍວ່າ, ວັນ​ນັ້ນ​ຈະ​ບໍ່​ມາ​ເຖິງ ຈົນກວ່າ​ການ​ທໍລະຍົດ​ຄັ້ງ​ສຸດທ້າຍ​ຈະ​ເກີດຂຶ້ນ​ກ່ອນ ແລະ​ຜູ້​ຊົ່ວຮ້າຍ​ຈະ​ປາກົດ​ຕົວ​ຂຶ້ນ ຄື​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ນະຣົກ.


ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka