Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 13:4 - ພຣະຄຳພີສັກສິ

4 ພວກເພິ່ນ​ຖາມ​ວ່າ, “ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ສິ່ງໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ສຳເລັດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 “ຂໍ​ບອກ​ພວກຂ້ານ້ອຍ​ແດ່​ວ່າ​ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ໃດ? ແລະ ສິ່ງ​ໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ​ເຫດການ​ທັງໝົດ​ເຫລົ່ານີ້​ກຳລັງ​ຈະ​ສຳເລັດ?”

Uka jalj uñjjattʼäta Copia luraña




ມາຣະໂກ 13:4
8 Jak'a apnaqawi uñst'ayäwi  

ຄົນ​ໜຶ່ງ​ໃນ​ສອງ​ຄົນ​ນີ້ ໄດ້​ຖາມ​ຜູ້ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ຂຶ້ນ​ໄປ​ນັ້ນ​ວ່າ, “ຍັງ​ອີກ​ດົນ​ປານໃດ ສິ່ງ​ອັດສະຈັນ​ເຫຼົ່ານີ້​ຈະ​ໝົດສິ້ນໄປ?”


ຂ້າພະເຈົ້າ​ໄດ້ຍິນ​ສິ່ງ​ທີ່​ເພິ່ນ​ກ່າວ ແຕ່​ບໍ່​ເຂົ້າໃຈ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ນາຍ​ເອີຍ ສິ່ງ​ນີ້​ຈະ​ສິ້ນສຸດ​ລົງ​ໄດ້​ຢ່າງໃດ?”


ຂະນະທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກ​ກອກເທດ​ນັ້ນ ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ​ຕ່າງຫາກ ພວກເພິ່ນ​ຖາມ​ວ່າ, “ຈົ່ງ​ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ ເຫດການ​ທັງໝົດ​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ມີ​ສິ່ງໃດ​ເປັນ​ໝາຍສຳຄັນ​ເພື່ອ​ຊີ້​ໃຫ້​ເຫັນ​ວ່າ ແມ່ນ​ເວລາ​ມາ​ປາກົດ​ຂອງທ່ານ ແລະ​ເວລາ​ສິ້ນສຸດ​ຂອງ​ໂລກ?”


ຕໍ່ມາ ເມື່ອ​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກເທດ ກົງ​ກັບ​ດ້ານ​ໜ້າ​ຂອງ​ພຣະວິຫານ​ນັ້ນ ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ​ໄດ້​ມາ​ຫາ​ພຣະອົງ​ເປັນ​ການ​ສ່ວນ​ຕົວ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ.


ພວກເຂົາ​ໄດ້​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ, ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ສິ່ງໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ ການ​ທັງປວງ​ນີ້​ໃກ້​ຈະ​ບັງເກີດ​ຂຶ້ນ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka