Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 13:3 - ພຣະຄຳພີສັກສິ

3 ຕໍ່ມາ ເມື່ອ​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກເທດ ກົງ​ກັບ​ດ້ານ​ໜ້າ​ຂອງ​ພຣະວິຫານ​ນັ້ນ ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ​ໄດ້​ມາ​ຫາ​ພຣະອົງ​ເປັນ​ການ​ສ່ວນ​ຕົວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຂະນະ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກ ກົງກັນຂ້າມ​ກັບ​ວິຫານ, ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ​ໄດ້​ມາ​ຖາມ​ພຣະອົງ​ເປັນ​ການ​ສ່ວນ​ໂຕ​ວ່າ,

Uka jalj uñjjattʼäta Copia luraña




ມາຣະໂກ 13:3
13 Jak'a apnaqawi uñst'ayäwi  

ພວກ​ສາວົກ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ໃຊ້​ຄຳອຸປະມາ ເມື່ອ​ທ່ານ​ກ່າວ​ກັບ​ປະຊາຊົນ?”


ເມື່ອ​ພຣະເຢຊູເຈົ້າ​ໃຫ້​ປະຊາຊົນ​ເລີກ​ກັບ​ໄປ​ແລ້ວ, ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເຮືອນ ແລ້ວ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ເຂົ້າ​ມາ ແລະ​ກ່າວ​ວ່າ, “ຂໍ​ທ່ານ​ຊ່ວຍ​ອະທິບາຍ​ຄຳອຸປະມາ​ເລື່ອງ​ເຂົ້າ​ນົກ​ແກ່​ພວກ​ຂ້ານ້ອຍ​ແດ່.”


ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູເຂົາ​ຢູ່​ທີ່​ນັ້ນ​ຕ່າງຫາກ.


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ເຂົ້າ​ໄປ​ໃກ້​ນະຄອນ​ເຢຣູຊາເລັມ​ແລ້ວ ກໍ​ມາ​ຮອດ​ບ້ານ​ເບັດຟາເຄ ທີ່​ພູເຂົາ​ໝາກກອກເທດ ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປກ່ອນ


ຂະນະທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກ​ກອກເທດ​ນັ້ນ ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ​ຕ່າງຫາກ ພວກເພິ່ນ​ຖາມ​ວ່າ, “ຈົ່ງ​ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ ເຫດການ​ທັງໝົດ​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ມີ​ສິ່ງໃດ​ເປັນ​ໝາຍສຳຄັນ​ເພື່ອ​ຊີ້​ໃຫ້​ເຫັນ​ວ່າ ແມ່ນ​ເວລາ​ມາ​ປາກົດ​ຂອງທ່ານ ແລະ​ເວລາ​ສິ້ນສຸດ​ຂອງ​ໂລກ?”


ແລ້ວ​ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ໄດ້​ເຂົ້າ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກ​ຂ້ານ້ອຍ​ທັງສອງ ປາຖະໜາ​ຈະ​ໃຫ້​ທ່ານ​ເຮັດ​ຕາມ​ຄຳ​ຂໍຮ້ອງ​ຂອງ​ພວກ​ຂ້ານ້ອຍ.”


ພວກເພິ່ນ​ຖາມ​ວ່າ, “ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ສິ່ງໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ສຳເລັດ.”


ພຣະອົງ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ໂສກເສົ້າ ແລະ​ເປັນ​ທຸກ​ໜັກ​ໃນ​ໃຈ​ຫລາຍ


ພຣະອົງ​ບໍ່ໄດ້​ກ່າວ​ກັບ​ພວກເຂົາ​ໂດຍ​ໃຊ້​ຄຳອຸປະມາ​ເທົ່ານັ້ນ, ແຕ່​ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ກັບ​ສາວົກ​ແລ້ວ, ພຣະອົງ​ກໍ​ອະທິບາຍ​ທຸກໆ​ສິ່ງ​ສູ່​ພວກເພິ່ນ​ຟັງ​ໂດຍ​ສະເພາະ.


ພຣະອົງ​ກໍ​ບໍ່​ຊົງ​ອະນຸຍາດ​ໃຫ້​ຜູ້ໃດ​ໄປ​ນຳ​ພຣະອົງ ນອກຈາກ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ຢາໂກໂບ.


ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູເຂົາ​ສູງ​ໜ່ວຍ​ໜຶ່ງ ແລະ​ຢູ່​ໃນ​ທີ່ນັ້ນ​ສະ​ເພາະ​ແຕ່​ສາວົກ​ກັບ​ພຣະອົງ, ພວກເພິ່ນ​ເຫັນ​ຮ່າງກາຍ​ຂອງ​ພຣະເຢຊູເຈົ້າ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka