Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 13:2 - ພຣະຄຳພີສັກສິ

2 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເຫັນ​ຕຶກ​ແໜ້ນໜາ​ເຫຼົ່ານັ້ນ​ບໍ? ກ້ອນຫີນ​ຢອງ​ທັບ​ກັນ​ຢູ່​ນີ້​ຈະ​ຖືກ​ທຳລາຍ​ລົງ ຈົນ​ບໍ່​ເຫຼືອ​ຈັກ​ກ້ອນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ເຫັນ​ອາຄານ​ໃຫຍ່​ເຫລົ່ານັ້ນ​ບໍ? ຫີນ​ຢູ່​ທີ່​ນີ້​ຈະ​ບໍ່​ເຫລືອ​ຈັກ​ກ້ອນ, ທຸກ​ກ້ອນ​ຈະ​ຖືກ​ໂຍນຖິ້ມ​ລົງ​ມາ​ໝົດ”.

Uka jalj uñjjattʼäta Copia luraña




ມາຣະໂກ 13:2
10 Jak'a apnaqawi uñst'ayäwi  

“ເມື່ອ​ເຈົ້າ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ຜູ້ທຳນວາຍ​ມີກາ​ແຫ່ງ​ໂມເຣເຊັດ​ໄດ້​ບອກ​ປະຊາຊົນ​ທຸກຄົນ​ວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້: ‘ພູເຂົາ​ຊີໂອນ​ເອີຍ ເຈົ້າ​ຈະ​ຖືກ​ໄຖ​ດັ່ງ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ກອງ​ສິ່ງ​ເພພັງ​ຮົກຮ້າງ ສ່ວນ​ເທິງ​ເນີນພູ​ບ່ອນ​ທີ່​ຕັ້ງ​ວິຫານ ກໍ​ຈະ​ກາຍເປັນ​ປ່າດົງ​ພົງໄພ​ຈົນ​ສິ້ນ.’


ໃນ​ບັ້ນປາຍ​ຂອງ​ເວລາ​ນັ້ນ ຜູ້ນຳ​ທີ່​ພຣະເຈົ້າ​ໄດ້​ເລືອກໄວ້ ຈະ​ຖືກ​ຂ້າ​ຢ່າງ​ບໍ່​ຍຸດຕິທຳ. ເມືອງ​ແລະ​ພຣະວິຫານ​ກໍ​ຈະ​ຖືກ​ກອງທັບ​ຂອງ​ພວກ​ເຈົ້ານາຍ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ຄົນ​ໜຶ່ງ​ບຸກຮຸກ​ທຳລາຍ. ຄາວ​ສິ້ນສຸດ​ນີ້​ຈະ​ມາ​ເໝືອນ​ນໍ້າ​ໄຫລ​ຖ້ວມ ໂດຍ​ນຳ​ເອົາ​ເສິກ​ສົງຄາມ ແລະ​ການທຳລາຍ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ນັ້ນ​ມາ.


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ເຫັນ​ສິ່ງ​ທັງໝົດ​ເຫຼົ່ານີ້​ແລ້ວ​ບໍ່ແມ່ນ​ບໍ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຫີນ​ທຸກໆ​ກ້ອນ​ທີ່​ຢອງ​ທັບ​ກັນ​ຢູ່​ນີ້ ຈະ​ຖືກ​ທຳລາຍ​ລົງ​ຈົນ​ບໍ່​ເຫຼືອ​ຈັກ​ກ້ອນ.”


ພຣະອົງ​ຈຶ່ງ​ຊົງ​ກ່າວ​ວ່າ, “ເມື່ອ​ວັນ​ເວລາ​ຈະ​ມາ​ເຖິງ ກ້ອນຫີນ ຊຶ່ງ​ພວກເຈົ້າ​ເຫັນ​ຊ້ອນ​ທັບ​ກັນ​ຢູ່​ນີ້​ຈະ​ບໍ່​ເຫຼືອ​ຈັກ​ກ້ອນ​ດຽວ ທຸກສິ່ງ​ຈະ​ຖືກ​ທຳລາຍ​ລົງ​ທັງໝົດ.”


ພວກເຮົາ​ໄດ້ຍິນ​ຄົນ​ນີ້​ເວົ້າ​ວ່າ ເຢຊູ​ໄທ​ນາຊາເຣັດ​ຈະ​ທຳລາຍ​ພຣະວິຫານ​ຫລັງ​ນີ້ ແລະ​ຈະ​ປ່ຽນແປງ​ທຳນຽມ​ທີ່​ໂມເຊ​ໄດ້​ໃຫ້​ໄວ້​ແກ່​ພວກເຮົາ.”


ແຕ່​ຢ່າ​ແທກ​ບໍລິເວນ​ຂ້າງ​ນອກ​ຂອງ​ພຣະວິຫານ ເພາະ​ບ່ອນ​ນັ້ນ​ໄດ້​ມອບ​ໃຫ້​ພວກ​ບໍ່​ນັບຖື​ພຣະເຈົ້າ​ແລ້ວ ຄື​ພວກ​ທີ່​ຈະ​ຢຽບຢໍ່າ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka