Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 13:1 - ພຣະຄຳພີສັກສິ

1 ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ອອກ​ຈາກ​ພຣະວິຫານ​ໄປ ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ອາຈານ​ເອີຍ ເບິ່ງ​ຫັ້ນ​ດູ ກ້ອນຫີນ​ກັບ​ຕົວ​ຕຶກ​ເຫຼົ່ານີ້​ເກີນ​ວ່າ​ງາມ​ແທ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ອອກ​ຈາກ​ວິຫານ​ໄປ, ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ, ອາຈານ​ເອີຍ! ຫີນ​ຄື​ກ້ອນ​ໃຫຍ່​ແທ້! ອາຄານ​ເຫລົ່ານີ້​ຊ່າງ​ງົດງາມ​ແທ້!”

Uka jalj uñjjattʼäta Copia luraña




ມາຣະໂກ 13:1
9 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ໄດ້​ບອກ​ເສຣາອີຢາ​ວ່າ, “ເມື່ອ​ເຈົ້າ​ໄປ​ເຖິງ​ນະຄອນ​ບາບີໂລນ​ແລ້ວ ຈົ່ງ​ແນ່ໃຈ​ວ່າ​ເຈົ້າ​ໄດ້​ອ່ານ​ສິ່ງ​ທີ່​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ສູ່​ປະຊາຊົນ​ຟັງ​ດ້ວຍ​ສຽງດັງ.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເຝົ້າເບິ່ງ​ຢູ່ ເຄຣຸບ​ໄດ້​ພື​ປີກ​ຂອງ​ພວກຕົນ​ອອກ​ແລະ​ບິນ​ຂຶ້ນ​ໄປ​ຈາກ​ພື້ນດິນ​ແລະ​ລໍ້​ນັ້ນ​ໄດ້​ເຫາະຂຶ້ນ​ໄປ​ນຳ. ແລະ​ໄດ້​ຢຸດ​ຢູ່​ທີ່​ປະຕູ​ເຂົ້າ​ທາງດ້ານ​ຕາເວັນອອກ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ກໍໄດ້​ຫຸ້ມຫໍ່​ພວກເພິ່ນ​ໄວ້.


ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສາດ​ຂຶ້ນ​ຈາກ​ເຄຣຸບ​ນັ້ນ ແລະ​ເຄື່ອນຍ້າຍ​ໄປ​ສູ່​ທາງ​ເຂົ້າ​ຂອງ​ພຣະວິຫານ. ແລ້ວ​ເມກ​ກໍໄດ້​ປົກຄຸມ​ພຣະວິຫານ ແລະ​ເດີ່ນ​ພຣະວິຫານ​ກໍ​ແຈ້ງ​ສະຫວ່າງ​ສະໄຫວ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ເຈົ້າ​ເຫັນ​ບໍ​ວ່າ​ມີ​ຫຍັງ​ແດ່​ເກີດຂຶ້ນ? ຈົ່ງ​ເບິ່ງ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ປະຊາຊົນ​ອິດສະຣາເອນ​ກຳລັງ​ເຮັດ​ຢູ່​ໃນ​ທີ່​ນີ້ ໂດຍ​ຂັບໄລ່​ເຮົາ​ໃຫ້​ໄປ​ໄກແສນໄກ​ຈາກ​ບ່ອນ​ສັກສິດ​ຂອງເຮົາ. ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ໜ້າອັບອາຍ​ຫລາຍກວ່າ​ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka