Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 12:1 - ພຣະຄຳພີສັກສິ

1 ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ, “ມີ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ, ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ບີບຄັ້ນ​ເອົາ​ນໍ້າ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້​ດ້ວຍ, ຕໍ່ມາ ເພິ່ນ​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ປະເທດ​ອື່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ. ເພິ່ນ​ໄດ້​ເຮັດ​ຮົ້ວ​ອ້ອມສວນ​ໄວ້, ເຈາະ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ຢຽບ​ເອົາ​ນໍ້າອະງຸ່ນ ແລະ ໄດ້​ສ້າງ​ຫໍຄອຍ​ໄວ້​ເພື່ອ​ເຝົ້າຍາມ. ຫລັງຈາກນັ້ນ ເພິ່ນ​ໄດ້​ໃຫ້​ພວກຊາວສວນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຍ້າຍ​ອອກ​ໄປ​ບ່ອນ​ອື່ນ.

Uka jalj uñjjattʼäta Copia luraña




ມາຣະໂກ 12:1
38 Jak'a apnaqawi uñst'ayäwi  

ເມື່ອ​ເວລາ​ນັ້ນ​ມາ​ເຖິງ ສວນ​ທີ່​ມີ​ເຄືອ​ອະງຸ່ນ​ດີ​ພັນ​ຕົ້ນ​ແລະ​ມີ​ລາຄາ​ພັນ​ຫລຽນ ກໍ​ຈະ​ເຕັມ​ໄປ​ດ້ວຍ​ກົກ​ໜາມ​ແລະ​ພຸ່ມໄມ້.


ເຮົາ​ໄດ້​ປູກ​ເຈົ້າ​ໄວ້​ດັ່ງ​ປູກ​ຕົ້ນອະງຸ່ນ​ພັນ​ດີ ໂດຍ​ເລືອກເຟັ້ນ​ເອົາ​ມາ​ຈາກ​ພັນ​ດີທີ່ສຸດ​ດ້ວຍ. ແຕ່​ເບິ່ງແມ! ເຈົ້າ​ກາຍເປັນຫຍັງ​ໄປ​ແລ້ວ​ຮູ້​ບໍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ເໜົ່າ​ຫາ​ຄຸນຄ່າ​ບໍ່ໄດ້.


ແຕ່​ຂ້າພະເຈົ້າ​ໄດ້​ຂັດຄ້ານ​ຂຶ້ນ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຢ່າ​ສູ່​ບັງຄັບ​ໃຫ້​ຂ້ານ້ອຍ​ຕ້ອງ​ເຮັດ​ສິ່ງ​ນີ້​ເລີຍ ຜູ້ໃດ​ກໍ​ພາກັນ​ຈົ່ມ​ວ່າ ຂ້ານ້ອຍ​ມັກ​ເວົ້າ​ເປັນ​ຄຳ​ປິດສະໜາ​ສະເໝີ.”


ພຣະອົງ​ກ່າວ​ຫລາຍ​ເລື່ອງ​ເປັນ​ຄຳອຸປະມາ​ເພື່ອ​ສອນ​ປະຊາຊົນ ໂດຍ​ກ່າວ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ.


“ແຕ່​ພວກເຈົ້າ​ຄິດ​ຢ່າງ​ໃດ​ກ່ຽວກັບ​ເລື່ອງ​ນີ້? ຊາຍ​ຜູ້ໜຶ່ງ​ມີ​ລູກຊາຍ​ສອງ​ຄົນ ລາວ​ໄປ​ຫາ​ລູກກົກ ແລະ​ສັ່ງ​ວ່າ, ‘ລູກ​ເອີຍ ວັນ​ນີ້​ເຈົ້າ​ຈົ່ງ​ໄປ​ເຮັດ​ວຽກ​ໃນ​ສວນ​ອະງຸ່ນ​ເດີ.’


“ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ ມີ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ຢຽບ​ໝາກ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້. ເພິ່ນ​ໄດ້​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ອອກ​ໄປ​ຈາກ​ທີ່​ນັ້ນ.


ພໍ​ເຖິງ​ລະດູ​ເກັບກ່ຽວ​ມາ ເພິ່ນ​ກໍ​ໃຊ້​ບັນດາ​ຜູ້ຮັບໃຊ້​ຂອງຕົນ​ໄປ​ຫາ​ພວກ​ເຊົ່າ​ສວນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຂອງຕົນ.


“ແລະ ອານາຈັກ​ສະຫວັນ​ຍັງ​ປຽບ​ເໝືອນ​ມີ​ຊາຍ​ຜູ້ໜຶ່ງ ທີ່​ກຳລັງ​ຈະ​ອອກ​ເດີນທາງ​ໄປ ເພິ່ນ​ຈຶ່ງ​ເອີ້ນ​ພວກ​ຄົນ​ຮັບໃຊ້​ມາ ແລະ​ໃຫ້​ພວກເຂົາ​ຮັບຜິດຊອບ​ຊັບສິນ​ຂອງຕົນ.


ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້.” ແລ້ວ​ພຣະເຢຊູເຈົ້າ​ກໍ​ຕອບ​ພວກເຂົາ​ວ່າ, “ດັ່ງນັ້ນ ຂ້ອຍ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ຄື​ກັນ​ວ່າ ຂ້ອຍ​ເຮັດ​ການ​ເຫຼົ່ານີ້​ດ້ວຍ​ສິດ​ອັນໃດ.”


ປຽບ​ເໝືອນ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ອອກ​ເດີນທາງ​ໄກ ເພິ່ນ​ອອກ​ຈາກ​ເຮືອນ​ຂອງ​ເພິ່ນ ແລະ​ໄດ້​ມອບ​ອຳນາດ​ປ່ອຍ​ໃຫ້​ບັນດາ​ຄົນ​ຮັບໃຊ້ ຮັບຜິດຊອບ​ເຮັດ​ວຽກ​ຂອງ​ໃຜ​ລາວ ແລະ​ສັ່ງ​ຄົນ​ເຝົ້າຍາມ​ເຮືອນ​ໄວ້​ໃຫ້​ດີ.


ສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ຄົນ​ເຫຼົ່ານີ້​ມາ ແລ້ວ​ພຣະອົງ​ກໍ​ກ່າວ​ເປັນ​ຄຳອຸປະມາ​ວ່າ, “ມານຊາຕານ​ຈະ​ຂັບໄລ່​ມານຊາຕານ​ເອງ​ໃຫ້​ອອກ​ໄປ​ໄດ້​ຢ່າງ​ໃດ?


ພຣະອົງ​ໃຊ້​ຄຳອຸປະມາ​ຫລາຍ​ເລື່ອງ​ເພື່ອ​ສອນ​ພວກເຂົາ ແລະ​ໃນ​ຕອນ​ນີ້​ພຣະອົງ​ໄດ້​ສອນ​ໂດຍ​ກ່າວ​ວ່າ,


ຕໍ່ມາ​ບໍ່​ເທົ່າ​ໃດ​ວັນ ຜູ້​ເປັນ​ນ້ອງ​ກໍໄດ້​ຮວບຮວມ​ເອົາ​ຊັບສິນ ທີ່​ຕົກ​ເປັນ​ສ່ວນ​ຂອງຕົນ​ນັ້ນ ແລະ​ອອກ​ຈາກ​ບ້ານ​ໄປ​ເພື່ອ​ໄປ​ທ່ຽວ​ແດນ​ໄກ ແລະ​ໄດ້​ຜານ​ຊັບ​ຂອງຕົນ​ຢູ່​ທີ່​ນັ້ນ ໃນ​ການ​ຢູ່​ກິນ​ຢ່າງ​ຟຸມເຟືອຍ.


ດັ່ງນັ້ນ ພຣະອົງ​ຊົງ​ກ່າວ​ວ່າ, “ຍັງ​ມີ​ເຈົ້ານາຍ​ຜູ້ໜຶ່ງ ກຳລັງ​ຈະ​ອອກ​ໄປ​ແດນໄກ ເພື່ອ​ໄປ​ຮັບ​ເອົາ​ຣາຊແຜ່ນດິນ​ອັນ​ໜຶ່ງ ແລ້ວ​ຈຶ່ງ​ຈະ​ກັບຄືນ​ມາ.


ພວກເພິ່ນ​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຈັດແຈ່ງ​ຢູ່​ທີ່​ໃດ?”


ພຣະອົງ​ຊົງ​ກ່າວ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ລັບເລິກ ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ສຳລັບ​ຄົນອື່ນ​ນັ້ນ ເຮົາ​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ ເມື່ອ​ພວກເຂົາ​ເບິ່ງ ແຕ່​ຈະ​ບໍ່​ເຫັນ ແລະ​ເມື່ອ​ພວກເຂົາ​ຟັງ ແຕ່​ຈະ​ບໍ່​ເຂົ້າໃຈ.”


ໂມເຊ​ຜູ້​ນີ້​ແຫຼະ ທີ່​ຮ່ວມ​ຊຸມນຸມ​ກັບ​ປະຊາຊົນ​ອິດສະຣາເອນ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ກັບ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ແກ່​ເພິ່ນ​ທີ່​ເທິງ​ພູເຂົາ​ຊີນາຍ ບ່ອນ​ທີ່​ເພິ່ນ​ໄດ້​ຮັບ​ພຣະທຳ​ອັນ​ມີ​ຊີວິດ​ຖາວອນ​ມາ​ໃຫ້​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka