Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 11:9 - ພຣະຄຳພີສັກສິ

9 ຄົນ​ທີ່​ຍ່າງ​ໄປ​ກ່ອນ​ກັບ​ຄົນ​ທີ່​ຕາມ​ຫລັງ​ພຣະເຢຊູເຈົ້າ​ໄປ ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ບັນດາ​ຄົນ​ທີ່​ຍ່າງ​ນຳໜ້າ​ໄປ​ກ່ອນ ແລະ ບັນດາ​ຄົນ​ທີ່​ຕາມຫລັງ​ພຣະເຢຊູເຈົ້າ​ໄປ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ! “ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!”

Uka jalj uñjjattʼäta Copia luraña




ມາຣະໂກ 11:9
7 Jak'a apnaqawi uñst'ayäwi  

ປະຊາຊົນ​ທີ່​ຍ່າງ​ໄປ​ທາງ​ຫລັງ​ພຣະອົງ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ແດ່​ບຸດ​ຂອງ​ດາວິດ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ​ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ ໂຮຊັນນາ​ໃນ​ທີ່​ສູງສຸດ.”


ຕັ້ງແຕ່​ນີ້​ຕໍ່ໄປ ເຮົາ​ບອກ​ພວກເຈົ້າ​ວ່າ, ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ​ຈົນກວ່າ​ພວກເຈົ້າ​ອອກ​ປາກ​ເວົ້າ​ວ່າ, ‘ຂໍ​ພຣະເຈົ້າ​ອວຍພອນ​ທ່ານ ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້ເປັນເຈົ້າ.”’


ມີ​ຫລາຍ​ຄົນ​ໄດ້​ເອົາ​ເສື້ອຜ້າ​ຂອງຕົນ​ປູ​ລົງ​ຕາມ​ທາງຍ່າງ ແລະ​ບາງຄົນ​ກໍໄດ້​ຕັດ​ເອົາ​ຟົດ​ໄມ້​ຕາມ​ທົ່ງນາ​ມາ​ປູ​ຕາມ​ຫົນທາງ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ຖື​ກ້ານຕານ​ອອກ​ໄປ​ຕ້ອນຮັບ​ພຣະອົງ ທັງ​ໂຮຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຄື​ກະສັດ​ຂອງ​ຊາດ​ອິດສະຣາເອນ”


ພວກເຂົາ​ຮ້ອງ​ຕອບ​ຄືນ​ວ່າ, “ເອົາ​ມັນ​ໄປ ເອົາ​ມັນ​ໄປ ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ.” ປີລາດ​ຖາມ​ວ່າ, “ພວກທ່ານ​ຢາກ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກ​ຫົວໜ້າ​ປະໂຣຫິດ​ໄດ້ຕອບ​ວ່າ, “ພວກເຮົາ​ບໍ່ມີ​ກະສັດ ນອກຈາກ​ຈັກກະພັດ​(ກາຍຊາ).”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka