Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 11:3 - ພຣະຄຳພີສັກສິ

3 ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ເປັນຫຍັງ​ຈຶ່ງ​ເຮັດ​ແນວ​ນີ້?’ ໃຫ້​ບອກ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ຕ້ອງການ ແລະ​ບຶດ​ໜຶ່ງ​ຈະ​ສົ່ງ​ມັນ​ຄືນ​ມາ​ໃຫ້​ທີ່​ນີ້.”’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ເປັນຫຍັງ​ຈຶ່ງ​ເຮັດ​ແນວ​ນີ້?’ ຈົ່ງ​ບອກ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ຕ້ອງການ ແລະ ບໍ່​ດົນ​ກໍ​ຈະ​ສົ່ງ​ມັນ​ຄືນ​ມາ​ບ່ອນ​ນີ້’”.

Uka jalj uñjjattʼäta Copia luraña




ມາຣະໂກ 11:3
11 Jak'a apnaqawi uñst'ayäwi  

ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.


ແຜ່ນດິນ​ໂລກ​ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ ກໍ​ເປັນ​ຂອງ​ພຣະເຈົ້າຢາເວ ແຜ່ນດິນ​ໂລກ​ແລະ​ທຸກຄົນ​ທີ່​ອາໄສ​ຢູ່ ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ.


“ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່ໜ້າ​ພວກເຈົ້າ​ນັ້ນ ພໍ​ໄປ​ຮອດ​ທີ່​ນັ້ນ​ແລ້ວ ພວກເຈົ້າ​ຈະ​ພົບ​ລໍ​ນ້ອຍ​ໂຕໜຶ່ງ​ທີ່​ເຂົາ​ຜູກ​ໄວ້ ລໍ​ນ້ອຍ​ໂຕ​ນີ້​ຍັງ​ບໍ່ມີ​ຜູ້ໃດ​ເຄີຍ​ຂີ່​ຈັກເທື່ອ. ຈົ່ງ​ແກ້​ເຊືອກ​ນັ້ນ​ອອກ ແລະ​ຈູງ​ມັນ​ມາ​ທີ່​ນີ້.


ແລ້ວ​ສາວົກ​ທັງສອງ​ຈຶ່ງ​ຈາກ​ໄປ ແລະ​ກໍ​ພົບ​ລໍ​ນ້ອຍ​ໂຕໜຶ່ງ ທີ່​ເຂົາ​ຜູກ​ໄວ້​ຢູ່​ໃກ້​ປະຕູ​ເຮືອນ​ທີ່​ແຄມ​ຖະໜົນ ຂະນະທີ່​ພວກເພິ່ນ​ກຳລັງ​ແກ້​ເຊືອກ​ຢູ່​ນັ້ນ,


ແລ້ວ​ເຈົ້າ​ຂອງ​ເຮືອນ​ກໍ​ຈະ​ຊີ້​ໃຫ້​ພວກເຈົ້າ​ເຫັນ​ຫ້ອງ​ໂຖງ​ໃຫຍ່ ຢູ່​ຊັ້ນ​ເທິງ​ທີ່​ຕົບແຕ່ງ​ໄວ້​ຮຽບຮ້ອຍ​ແລ້ວ, ທີ່​ນັ້ນ​ແຫຼະ ພວກເຈົ້າ​ຈົ່ງ​ຈັດແຈ່ງ​ທຸກສິ່ງ​ຕຽມ​ໄວ້​ສຳລັບ​ພວກເຮົາ.”


ແລ້ວ​ພວກເພິ່ນ​ກໍ​ພາກັນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຢັ່ງ​ຮູ້​ຄວາມ​ນຶກຄິດ​ຈິດໃຈ​ຂອງ​ທຸກຄົນ. ສະນັ້ນ ໂຜດ​ຊີ້​ບອກ​ວ່າ​ໃນ​ສອງ​ຄົນ​ນີ້​ພຣະອົງ​ໄດ້​ເລືອກ​ເອົາ​ຜູ້ໃດ


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ ໃຫ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ມະນຸດ​ທຸກຄົນ.


ພຣະອົງ​ບໍ່​ຈຳເປັນ​ໃຫ້​ມະນຸດ​ຈັດ​ຫາ​ສິ່ງໃດສິ່ງໜຶ່ງ​ໃຫ້​ແກ່​ພຣະອົງ ເພາະວ່າ​ແມ່ນ​ພຣະອົງ​ເອງ​ທີ່​ເປັນ​ຜູ້​ໂຜດ​ປະທານ​ຊີວິດ, ລົມຫາຍໃຈ ແລະ​ສັບພະທຸກສິ່ງ​ແກ່​ມະນຸດ​ທຸກ​ຊາດ​ທຸກ​ພາສາ.


ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka