Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 11:10 - ພຣະຄຳພີສັກສິ

10 ຂໍ​ພຣະເຈົ້າ​ອວຍພອນ​ອານາຈັກ​ທີ່​ກຳລັງ​ຈະ​ມາ ຄື​ອານາຈັກ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ ໂຮຊັນນາ​ໃນ​ສະຫວັນ​ສູງສຸດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 “ຂໍ​ໃຫ້​ອານາຈັກ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ​ທີ່​ຈະ​ມາ​ນີ້ ຈົ່ງ​ຈະເລີນ!” “ໂຮຊັນນາ​ໃນ​ສະຫວັນ​ສູງສຸດ!”

Uka jalj uñjjattʼäta Copia luraña




ມາຣະໂກ 11:10
13 Jak'a apnaqawi uñst'ayäwi  

ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ! ຈາກ​ຟ້າ​ສະຫວັນ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ; ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ທີ່​ສູງສຸດ​ທັງຫຼາຍ.


ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”


ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.


ປະຊາຊົນ​ທີ່​ຍ່າງ​ໄປ​ທາງ​ຫລັງ​ພຣະອົງ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ແດ່​ບຸດ​ຂອງ​ດາວິດ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ​ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ ໂຮຊັນນາ​ໃນ​ທີ່​ສູງສຸດ.”


ແລະ ຢ່າ​ຄິດ​ໃນ​ໃຈ​ວ່າ ພວກເຮົາ​ມີ​ອັບຣາຮາມ​ເປັນ​ພໍ່​ເຄົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ບັນດານ​ໃຫ້​ກ້ອນຫີນ​ເຫຼົ່ານີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ກໍໄດ້


“ພຣະ​ຣັດສະໝີ ຈົ່ງ​ມີ​ແດ່​ພຣະເຈົ້າ ໃນ​ສະຫວັນ​ທີ່​ສູງສຸດ ແລະ ທີ່​ແຜ່ນດິນ​ໂລກ​ຈົ່ງ​ມີ​ສັນຕິສຸກ ແກ່​ມະນຸດ​ທັງປວງ​ຜູ້​ທີ່​ພຣະອົງ​ ຊົງ​ພໍພຣະໄທ​ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka