Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 10:5 - ພຣະຄຳພີສັກສິ

5 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ໄດ້​ຂຽນ​ຂໍ້ຄຳສັ່ງ​ໄວ້​ຢ່າງ​ນັ້ນ ເພາະ​ໃຈ​ຂອງ​ພວກເຈົ້າ​ແຂງ​ກະດ້າງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເພາະ​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ແຂງກະດ້າງ ໂມເຊ​ຈຶ່ງ​ໄດ້​ຂຽນ​ກົດບັນຍັດ​ຂໍ້​ນີ້​ໃຫ້​ພວກເຈົ້າ.

Uka jalj uñjjattʼäta Copia luraña




ມາຣະໂກ 10:5
8 Jak'a apnaqawi uñst'ayäwi  

ແຕ່​ພວກເພິ່ນ​ພັດ​ຄິດຄົດ ແລະ​ບໍ່​ເຊື່ອຟັງ ກົດບັນຍັດ ແລະ​ໄດ້​ຫັນຫລັງ​ໃຫ້​ພຣະເຈົ້າ. ພວກເພິ່ນ​ຂ້າ​ຜູ້ທຳນວາຍ​ທີ່​ໄດ້​ກ່າວ​ຕັກເຕືອນ ໃຫ້​ພວກເພິ່ນ​ຕ່າວຄືນ​ມາ​ຫາ​ພຣະອົງ. ແຕ່​ພວກເພິ່ນ​ຊໍ້າ​ປະໝາດ​ດູຖູກ​ພຣະອົງ ຫລາຍ​ຄັ້ງ​ຫລາຍຄາວ​ສືບມາ​ເລື້ອຍໆ.


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ອະນຸຍາດ​ໃຫ້​ພວກເຈົ້າ​ຢ່າ​ຮ້າງ​ເມຍ​ຂອງຕົນ​ໄດ້ ເພາະ​ພວກເຈົ້າ​ມີ​ໃຈ​ດື້ດ້ານ​ຫລາຍ, ແຕ່​ໃນ​ເວລາ​ເນຣະມິດ​ສ້າງ​ນັ້ນ​ບໍ່​ເປັນ​ຢ່າງ​ນີ້.


ພວກເຈົ້າ​ຊ່າງ​ດື້ດ້ານ​ແທ້​ນໍ ໃຈ​ຂອງ​ພວກເຈົ້າ​ຊ່າງ​ຄື​ກັບ​ໃຈ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ຫູ​ຂອງ​ພວກເຈົ້າ​ຊ່າງ​ໜັກ​ຕໍ່​ພຣະຄຳ​ແທ້ໆ ບັນພະບຸລຸດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ໃດ ພວກເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ ຄື​ເຈົ້າ​ທັງຫລາຍ​ຂັດຂວາງ​ພຣະວິນຍານ​ບໍຣິສຸດເຈົ້າ​ຢູ່​ສະເໝີ.


“ຖ້າ​ວ່າ​ຊາຍ​ຜູ້ໜຶ່ງ​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ ແລະ​ພາຍລຸນ​ມາ ລາວ​ບໍ່​ຕ້ອງການ​ນາງ​ອີກ​ຕໍ່ໄປ ເພາະ​ລາວ​ພົບ​ພຶດຕິການ​ບາງສິ່ງ​ບາງຢ່າງ​ຊຶ່ງ​ລາວ​ບໍ່​ມັກ. ດັ່ງນັ້ນ ລາວ​ຈຶ່ງ​ເຮັດ​ໜັງສື​ຢ່າຮ້າງ​ຍື່ນໃຫ້​ນາງ ແລະ​ບອກ​ນາງ​ໃຫ້​ໜີ​ຈາກ​ເຮືອນ​ຂອງຕົນ​ໄປ.


ຂ້າພະເຈົ້າ​ຮູ້​ວ່າ​ພວກເຂົາ​ດື້ດຶງ​ແລະ​ຄິດຄົດ​ທໍລະຍົດ​ເທົ່າໃດ. ພວກເຂົາ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ​ໃນ​ລະຫວ່າງ​ທີ່​ຂ້າພະເຈົ້າ​ຍັງ​ມີ​ຊີວິດ​ຢູ່ ແລະ​ພວກເຂົາ​ກໍ​ຈະ​ກະບົດ​ຕໍ່ສູ້​ພຣະອົງ​ຫລາຍກວ່າ​ນີ້​ອີກ ຫລັງຈາກ​ທີ່​ຂ້າພະເຈົ້າ​ຕາຍໄປ​ແລ້ວ.


ໃຫ້​ພວກເຈົ້າ​ແນ່ໃຈ​ໄດ້​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ມອບ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ນີ້​ໃຫ້ ບໍ່ແມ່ນ​ເພາະ​ພວກເຈົ້າ​ເປັນ​ຄົນ​ຊອບທຳ. ຕາມ​ຄວາມຈິງ​ແລ້ວ ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ດື້ດ້ານ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka