Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 10:4 - ພຣະຄຳພີສັກສິ

4 ພວກເຂົາ​ຕອບ​ວ່າ, “ໂມເຊ​ໄດ້​ອະນຸຍາດ​ໃຫ້​ເຮັດ​ໜັງສື​ຢ່າຮ້າງ​ແລ້ວ​ໃຫ້​ປະ​ໄດ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ພວກເຂົາ​ຕອບ​ວ່າ, “ໂມເຊ​ໄດ້​ອະນຸຍາດ​ໃຫ້​ຜູ້ຊາຍ​ຂຽນ​ໜັງສື​ຢັ້ງຢືນ​ການຢ່າຮ້າງ ແລະ ສົ່ງ​ນາງ​ໜີ​ໄປ”.

Uka jalj uñjjattʼäta Copia luraña




ມາຣະໂກ 10:4
7 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


“ຖ້າ​ຊາຍ​ຜູ້ໜຶ່ງ​ປະ​ເມຍ​ຂອງຕົນ ແລະ​ນາງ​ໜີ​ຈາກ​ລາວ​ໄປ​ເປັນ​ເມຍ​ຂອງ​ຊາຍ​ອື່ນ ລາວ​ກໍ​ເອົາ​ນາງ​ກັບຄືນ​ມາ​ບໍ່ໄດ້​ອີກ. ເລື່ອງ​ແບບ​ນີ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ​ຢ່າງ​ໝົດສິ້ນ. ແຕ່​ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ມີ​ຄູ່ຮັກ​ຫລາຍ​ຄົນ ແລະ​ບັດນີ້ ພັດ​ຢາກ​ກັບຄືນ​ມາ​ຫາ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຝ່າຍ​ໂຢເຊັບ​ຄູ່ໝັ້ນ​ຂອງ​ມາຣີ​ເປັນ​ຄົນ​ດີ​ມີ​ສິນທຳ ລາວ​ບໍ່​ຢາກ​ໃຫ້​ນາງ​ຕ້ອງ​ອັບອາຍ​ຂາຍໜ້າ​ຕໍ່​ໜ້າ​ມະຫາຊົນ​ໃນ​ເລື່ອງ​ນີ້. ດັ່ງນັ້ນ ລາວ​ຈຶ່ງ​ຕັດສິນໃຈ​ວ່າ​ຈະ​ຖອນ​ໝັ້ນ​ເສຍ​ຢ່າງ​ລັບໆ.


ພວກ​ຟາຣີຊາຍ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເປັນຫຍັງ​ໂມເຊ​ຈຶ່ງ​ມີ​ກົດ​ໃຫ້​ຜູ້ຊາຍ​ເຮັດ​ໜັງສື​ຢ່າຮ້າງ​ເມຍ​ຂອງຕົນ ແລະ​ໃຫ້​ໄລ່​ນາງ​ໜີ​ໄດ້?”


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໂດຍ​ຢ້ອນ​ຖາມ​ຄືນ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້ຄຳສັ່ງ​ໄວ້​ຢ່າງ​ໃດ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka