ມາຣະໂກ 10:1 - ພຣະຄຳພີສັກສິ1 ຕໍ່ມາ ພຣະເຢຊູເຈົ້າໄດ້ຈາກທີ່ນັ້ນໄປແຂວງຢູດາຍ ແລ້ວພຣະອົງກໍຂ້າມແມ່ນໍ້າຈໍແດນໄປທາງຟາກເບື້ອງນັ້ນ ປະຊາຊົນໝູ່ໃຫຍ່ໄດ້ມາຫາພຣະອົງອີກ ແລະພຣະອົງກໍໄດ້ສັ່ງສອນພວກເຂົາດັ່ງທີ່ພຣະອົງເຄີຍເຮັດມາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ຕໍ່ມາ ພຣະເຢຊູເຈົ້າກໍອອກຈາກທີ່ນັ້ນໄປຍັງແຂວງຢູດາຍ ແລ້ວພຣະອົງກໍຂ້າມແມ່ນ້ຳຈໍແດນທາງຟາກເບື້ອງນັ້ນ. ມີປະຊາຊົນຈໍານວນຫລວງຫລາຍໄດ້ມາຫາພຣະອົງອີກ, ແລະ ພຣະອົງກໍໄດ້ສັ່ງສອນພວກເຂົາເໝືອນດັ່ງທີ່ພຣະອົງເຄີຍເຮັດມາ. Uka jalj uñjjattʼäta |
ພໍເຖິງວັນຊະບາໂຕ ພຣະອົງກໍໄດ້ຕັ້ງຕົ້ນສັ່ງສອນໃນທຳມະສາລາ ປະຊາຊົນຫລວງຫລາຍຢູ່ໃນທີ່ນັ້ນ ແລະເມື່ອພວກເຂົາໄດ້ຍິນຄຳສອນຂອງພຣະອົງ ທຸກຄົນຕ່າງກໍງຶດປະຫລາດໃຈ ພວກເຂົາຖາມກັນວ່າ, “ຄົນນີ້ເອົາຄຳສັ່ງສອນທັງໝົດນີ້ມາແຕ່ໃສ? ສະຕິປັນຍາທີ່ໄດ້ໃຫ້ແກ່ຄົນນີ້ແມ່ນປັນຍາຢ່າງໃດ? ເພາະການອັດສະຈັນເຫຼົ່ານີ້ກໍໄດ້ສຳເລັດດ້ວຍມືຂອງລາວ.