Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:6 - ພຣະຄຳພີສັກສິ

6 ໂຢຮັນ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຂົນ​ອູດ ໃສ່​ສາຍ​ໜັງ​ຮັດ​ແອວ ແລະ​ກິນ​ຕັກແຕນ​ກັບ​ນໍ້າເຜິ້ງ​ປ່າ​ເປັນ​ອາຫານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ໂຢຮັນ​ນຸ່ງເຄື່ອງ​ທີ່​ເຮັດ​ຈາກ​ຂົນ​ອູດ ເພິ່ນ​ຮັດ​ແອວ​ຂອງ​ເພິ່ນ​ດ້ວຍ​ສາຍແອວ​ໜັງ ແລະ ເພິ່ນ​ກິນ​ຕັກແຕນ ແລະ ນ້ຳເຜິ້ງ​ປ່າ.

Uka jalj uñjjattʼäta Copia luraña




ມາຣະໂກ 1:6
6 Jak'a apnaqawi uñst'ayäwi  

ພວກເຂົາ​ຕອບ​ເພິ່ນ​ວ່າ, “ລາວ​ນຸ່ງ​ເສື້ອຄຸມ​ທີ່​ເຮັດ​ດ້ວຍ​ໜັງສັດ​ແລະ​ໃສ່ ສາຍໜັງ​ຮັດ​ເລົາຄີງ.” ກະສັດ​ຮ້ອງ​ຂຶ້ນ​ວ່າ, “ແມ່ນ​ເອລີຢາ​ຊາວ​ຕີຊະເບ.”


ເຈົ້າ​ກິນ​ຕັກແຕນ, ຈີ່ຫລໍ່ (ຈີ່ນາຍ) ຫລື​ຈັກຈັ່ນ​ໄດ້.


ເມື່ອ​ເວລາ​ມາ​ເຖິງ ຈະ​ບໍ່ມີ​ຜູ້ທຳນວາຍ​ຄົນໃດ​ອວດອ້າງ​ຈອງຫອງ​ວ່າ ຕົນ​ໄດ້​ເຫັນ​ນິມິດ ຫລື​ສະແດງ​ຕົນ​ເປັນ​ຜູ້ທຳນວາຍ ຫລື​ນຸ່ງ​ເສື້ອຄຸມ​ຂອງ​ຜູ້ທຳນວາຍ​ຫາ​ຫລອກລວງ​ປະຊາຊົນ.


ເຄື່ອງນຸ່ງ​ຂອງ​ໂຢຮັນ​ແມ່ນ​ເຮັດ​ດ້ວຍ​ຂົນ​ອູດ ແລະ ເພິ່ນ​ໃຊ້​ສາຍ​ໜັງ​ຮັດ​ແອວ ສ່ວນ​ອາຫານ​ຂອງ​ເພິ່ນ​ແມ່ນ​ຕັກແຕນ​ແລະ​ນໍ້າເຜິ້ງ​ປ່າ


ປະຊາຊົນ​ຢ່າງ​ຫລວງຫລາຍ​ຈາກ​ແຂວງ​ຢູດາຍ ແລະ​ຈາກ​ນະຄອນ​ເຢຣູຊາເລັມ​ໄດ້​ອອກ​ໄປ​ຫາ​ໂຢຮັນ, ພວກເຂົາ​ໄດ້​ສາລະພາບ​ການບາບ​ຂອງ​ພວກ​ຕົນ ແລະ​ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນໍ້າ​ຈໍແດນ.


ເພິ່ນ​ໄດ້​ປະກາດ​ແກ່​ປະຊາຊົນ​ວ່າ, “ຜູ້​ທີ່​ຈະ​ມາ​ພາຍ​ຫລັງ​ເຮົາ ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ຊຶ່ງ​ເຮົາ​ບໍ່​ສົມຄວນ​ທີ່​ຈະ​ກົ້ມ​ລົງ​ແກ້ ແມ່ນແຕ່​ສາຍ​ຮັດ​ເກີບ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka