Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:5 - ພຣະຄຳພີສັກສິ

5 ປະຊາຊົນ​ຢ່າງ​ຫລວງຫລາຍ​ຈາກ​ແຂວງ​ຢູດາຍ ແລະ​ຈາກ​ນະຄອນ​ເຢຣູຊາເລັມ​ໄດ້​ອອກ​ໄປ​ຫາ​ໂຢຮັນ, ພວກເຂົາ​ໄດ້​ສາລະພາບ​ການບາບ​ຂອງ​ພວກ​ຕົນ ແລະ​ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນໍ້າ​ຈໍແດນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ປະຊາຊົນ​ທົ່ວ​ແຂວງ​ຢູດາຍ ແລະ ຊາວ​ເຢຣູຊາເລັມ​ທັງໝົດ​ໄດ້​ພາກັນ​ອອກ​ໄປ​ຫາ​ເພິ່ນ. ເມື່ອ​ພວກເຂົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ຕົນ​ແລ້ວ ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນ້ຳຈໍແດນ.

Uka jalj uñjjattʼäta Copia luraña




ມາຣະໂກ 1:5
15 Jak'a apnaqawi uñst'ayäwi  

ແລ້ວ​ຂ້ານ້ອຍ​ກໍ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ ຄື​ການ​ເຮັດ​ຜິດ​ຂອງ​ຂ້ານ້ອຍ​ທຸກຢ່າງ​ນັ້ນ. ຂ້ານ້ອຍ​ໄດ້​ຕັດສິນໃຈ​ຄັກແນ່​ແລ້ວ​ວ່າ ສາລະພາບ​ຕໍ່​ພຣະອົງ ການບາບ​ທັງໝົດ​ຂອງ​ຂ້ານ້ອຍ​ກໍ​ຖືກ​ອະໄພ​ແລ້ວ.


ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.


ປະຊາຊົນ​ຢ່າງ​ໜາແໜ້ນ​ຈາກ​ແຂວງ​ຄາລີເລ​ກັບ​ເດກາໂປລີ ຈາກ​ນະຄອນ​ເຢຣູຊາເລັມ, ແຂວງ​ຢູດາຍ ແລະ​ດິນແດນ​ທາງ​ຟາກ​ເບື້ອງ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ ຕ່າງ​ກໍໄດ້​ຕິດຕາມ​ພຣະອົງ​ໄປ.


ສະນັ້ນ ໂຢຮັນ​ບັບຕິສະໂຕ​ຈຶ່ງ​ໄດ້​ປາກົດ​ຕົວ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ໃຫ້​ຮັບ​ບັບຕິສະມາ ແລະ​ປະກາດ. “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ ແລ້ວ​ພຣະເຈົ້າ​ກໍ​ຈະ​ອະໄພ​ການບາບ​ໃຫ້​ທ່ານ.”


ໂຢຮັນ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຂົນ​ອູດ ໃສ່​ສາຍ​ໜັງ​ຮັດ​ແອວ ແລະ​ກິນ​ຕັກແຕນ​ກັບ​ນໍ້າເຜິ້ງ​ປ່າ​ເປັນ​ອາຫານ.


ເຫດການ​ເຫຼົ່ານີ້​ໄດ້​ເກີດຂຶ້ນ​ທີ່​ບ້ານ​ເບັດທານີ ຟາກ​ແມ່ນໍ້າ​ຈໍແດນ​ທາງທິດ​ຕາເວັນອອກ ບ່ອນ​ທີ່​ໂຢຮັນ​ກຳລັງ​ໃຫ້​ຮັບ​ບັບຕິສະມາ​ຢູ່.


ສ່ວນ​ໂຢຮັນ ກໍ​ໃຫ້​ຜູ້​ຄົນ​ຮັບ​ບັບຕິສະມາ​ເໝືອນກັນ​ທີ່​ບ້ານ​ໄອນົນ ໃກ້​ກັບ​ບ້ານ​ຊາລິມ ເພາະ​ຢູ່​ໃນ​ທີ່ນັ້ນ​ມີ​ນໍ້າ​ຫລາຍ, ປະຊາຊົນ​ໄດ້​ໄປ​ຫາ​ໂຢຮັນ​ເພື່ອ​ຮັບ​ບັບຕິສະມາ. (


ໂຢຮັນ​ເປັນ​ດັ່ງ​ໂຄມໄຟ​ທີ່​ໃຕ້​ສ່ອງ​ແສງ​ສະຫວ່າງ​ຢູ່ ເຈົ້າ​ທັງຫລາຍ​ໄດ້​ຊື່ນຊົມ​ຍິນດີ​ກັບ​ແສງ​ສະຫວ່າງ​ຂອງ​ລາວ​ນັ້ນ​ພຽງ​ຊົ່ວຄາວ.


ຄົນ​ທີ່​ເຊື່ອ​ຫລາຍ​ຄົນ​ໄດ້​ມາ​ສາລະພາບ​ບາບກຳ ແລະ​ເວົ້າ​ຢ່າງ​ເປີດເຜີຍ​ເຖິງ​ການ​ທີ່​ຕົນ​ໄດ້​ເຄີຍ​ກະທຳ.


ເປໂຕ​ກ່າວ​ແກ່​ພວກເຂົາ​ວ່າ, “ແຕ່ລະຄົນ​ໃນ​ພວກທ່ານ ຕ້ອງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ວ່າ​ບາບກຳ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ​ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງ​ປະທານ​ຈາກ​ພຣະເຈົ້າ ຄື​ພຣະວິນຍານ​ບໍຣິສຸດເຈົ້າ.


ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka