Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:44 - ພຣະຄຳພີສັກສິ

44 ໂດຍ​ສັ່ງ​ໃຫ້​ລາວ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ​ເປັນ​ອັນ​ຂາດ ແຕ່​ຈົ່ງ​ໄປ​ຫາ​ປະໂຣຫິດ​ເພື່ອ​ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ​ວ່າ​ດີ​ສະອາດ​ແລ້ວ ຕໍ່​ຈາກ​ນັ້ນ​ໃຫ້​ເຈົ້າ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ເພື່ອ​ເປັນ​ຫຼັກຖານ​ຢັ້ງຢືນ​ວ່າ ເຈົ້າ​ດີ​ສະອາດ​ແລ້ວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

44 “ຈົ່ງ​ລະວັງ​ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ໃຫ້​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.

Uka jalj uñjjattʼäta Copia luraña




ມາຣະໂກ 1:44
9 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຟັງ​ໃຫ້​ດີ ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ຫາ​ປະໂຣຫິດ​ເພື່ອ​ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລ້ວ​ເພື່ອ​ເປັນ​ຫຼັກຖານ​ໃຫ້​ທຸກຄົນ​ເຫັນ​ວ່າ​ເຈົ້າ​ດີ​ສະອາດ ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ເຕືອນ​ລາວ​ຢ່າງ​ເຂັ້ມງວດ ແລະ​ບອກ​ລາວ​ໃຫ້​ໜີໄປ​ໃນ​ທັນທີ​ທັນໃດ


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຊາຍ​ເຫຼົ່ານັ້ນ ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ໄປ​ຫາ​ປະໂຣຫິດ​ໃຫ້​ກວດເບິ່ງ​ພວກເຈົ້າ​ເດີ.” ຂະນະທີ່​ພວກເຂົາ​ໄປ​ຕາມ​ທາງ​ນັ້ນ ພວກເຂົາ​ກໍດີ​ສະອາດ​ທັງໝົດ.


ແລ້ວ​ພຣະເຢຊູເຈົ້າ ກໍ​ສັ່ງ​ລາວ​ວ່າ, “ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ສະແດງ​ຕົວ​ຕໍ່​ປະໂຣຫິດ ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລະ​ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ເພື່ອ​ພິສູດ​ໃຫ້​ທຸກຄົນ​ເຫັນ​ວ່າ ເຈົ້າ​ດີ​ສະອາດ​ແລ້ວ.”


ແລ້ວ​ນາຍພັນ​ຈຶ່ງ​ເວົ້າ​ວ່າ, “ຢ່າ​ສູ່​ບອກ​ຜູ້ໃດ ວ່າ​ເຈົ້າ​ໄດ້​ລາຍງານ​ເລື່ອງ​ນີ້​ສູ່​ຂ້ອຍ​ຟັງ.” ແລ້ວ​ເພິ່ນ​ກໍ​ສົ່ງ​ລາວ​ໃຫ້​ກັບ​ໄປ.


ທຸກສິ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ກໍ​ມີ​ໄວ້​ເພື່ອ​ສັ່ງສອນ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຄວາມຫວັງ​ດ້ວຍ​ຄວາມ​ອົດທົນ ແລະ​ມີ​ຄວາມ​ຊູໃຈ ດ້ວຍ​ພຣະຄຳພີ​ທີ່​ໄດ້​ກ່າວ​ໄວ້​ນັ້ນ.


ເຫດການ​ທັງໝົດ​ເຫຼົ່ານີ້ ໄດ້​ເກີດຂຶ້ນ​ແກ່​ບັນພະບຸລຸດ​ຂອງ​ພວກເຮົາ ກໍ​ເພື່ອ​ເປັນ​ຕົວຢ່າງ​ໃຫ້​ແກ່​ຜູ້​ອື່ນ ແລະ​ໄດ້​ບັນທຶກ​ເຫດການ​ທັງໝົດ​ນີ້​ໄວ້ ເພື່ອ​ເຕືອນ​ສະຕິ​ພວກເຮົາ ຊຶ່ງ​ຢູ່​ໃນ​ຍຸກ​ສຸດທ້າຍ​ທີ່​ກຳລັງ​ຈະ​ມາ​ເຖິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka