Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:3 - ພຣະຄຳພີສັກສິ

3 “ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ​ປະກາດ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ ອົງພຣະ​ຜູ້​ເປັນເຈົ້າ, ຄື​ເຮັດ​ທາງ​ໃຫ້​ຊື່​ສຳລັບ​ພຣະອົງ ຈະ​ເດີນ​ໄປ.”’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 “ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ສຳລັບ​ພຣະອົງ​ໃຫ້​ຊື່​ໄປ’”.

Uka jalj uñjjattʼäta Copia luraña




ມາຣະໂກ 1:3
8 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ໂຢຮັນ​ບັບຕິສະໂຕ​ໄດ້​ຕັ້ງຕົ້ນ​ເທດສະໜາ​ປ່າວ​ປະກາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແຂວງ​ຢູດາຍ​ວ່າ,


ແມ່ນ​ໂຢຮັນ​ຄົນ​ນີ້​ແຫຼະ ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ເຖິງ​ວ່າ, “ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ.”’


ແລະ ອັນນາ​ກັບ​ກາຢະຟາ​ໄດ້​ເປັນ​ມະຫາ​ປະໂຣຫິດ ໃນ​ຄາວ​ນັ້ນ ໂຢຮັນ​ລູກຊາຍ​ຂອງ​ເຊກາຣີຢາ ໄດ້​ຮັບ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ຂອງ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ແຫຼະ ຄື​ຜູ້​ທີ່​ເຮົາ​ໄດ້​ກ່າວ​ເຖິງ​ວ່າ ຜູ້​ທີ່​ມາ​ພາຍ​ຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນ​ຢູ່​ກ່ອນ​ເຮົາ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka