Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:23 - ພຣະຄຳພີສັກສິ

23 ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ຂອງ​ພວກເຂົາ​ທີ່​ມີ​ຜີຊົ່ວຮ້າຍ​ສິງ​ຢູ່ ແລະ​ລາວ​ໄດ້ຮ້ອງ​ຂຶ້ນ​ວ່າ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

23 ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ທີ່​ໄດ້​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່ ແລະ ຮ້ອງ​ຂຶ້ນ​ວ່າ,

Uka jalj uñjjattʼäta Copia luraña




ມາຣະໂກ 1:23
10 Jak'a apnaqawi uñst'ayäwi  

“ເມື່ອ​ຜີຊົ່ວຮ້າຍ​ອອກ​ຈາກ​ຄົນ​ໜຶ່ງ​ແລ້ວ ມັນ​ກໍ​ທຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊອກ​ຫາ​ບ່ອນ​ພັກ​ເຊົາ ແຕ່​ມັນ​ຫາ​ບໍ່ໄດ້


ປະຊາຊົນ​ທີ່​ໄດ້ຍິນ​ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ຄຳ​ສອນ​ຂອງ​ພຣະອົງ ພຣະອົງ​ໄດ້​ສັ່ງສອນ​ດ້ວຍ​ສິດ​ອຳນາດ​ບໍ່​ເໝືອນ​ພວກ​ທຳມະຈານ.


“ເຢຊູ​ໄທ​ນາຊາເຣັດ​ເອີຍ ທ່ານ​ມາ​ຫຍຸ້ງກ່ຽວ​ນຳ​ພວກເຮົາ​ເຮັດ​ຫຍັງ? ທ່ານ​ມາ​ທີ່​ນີ້​ເພື່ອ​ທຳລາຍ​ພວກເຮົາ​ບໍ? ພວກເຮົາ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຜູ້ໃດ ກໍ​ເປັນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ.”


ໃນ​ຂະນະ​ນັ້ນ ພຣະເຢຊູເຈົ້າ​ກໍ​ອອກ​ຈາກ​ທຳມະສາລາ​ພ້ອມ​ກັບ​ຢາໂກໂບ ແລະ ໂຢຮັນ​ໄປ​ທີ່​ເຮືອນ​ຂອງ​ຊີໂມນ ແລະ ອັນເດອາ.


ພຣະເຢຊູເຈົ້າ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ ທີ່​ເຈັບໄຂ້​ໄດ້ປ່ວຍ​ດ້ວຍ​ພະຍາດ​ທຸກ​ຊະນິດ​ໃຫ້​ຫາຍ​ດີ ແລະ​ຂັບໄລ່​ຜີມານຮ້າຍ​ຫລາຍ​ໂຕ​ອອກ​ໄປ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜີມານຮ້າຍ​ທັງຫລາຍ​ເວົ້າ​ຫຍັງ​ຈັກ​ຄຳ ເພາະ​ພວກ​ມັນ​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ຂັບໄລ່​ພວກ​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.


ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ໄປ ກໍ​ມີ​ຊາຍ​ຜູ້ໜຶ່ງ​ມີ​ຜີຊົ່ວຮ້າຍ​ສິງ​ຢູ່ ໄດ້​ອອກ​ຈາກ​ປ່າຊ້າ​ມາ​ພົບ​ພຣະອົງ.


ແລ້ວ​ກໍ​ມີ​ຍິງ​ຄົນ​ໜຶ່ງ​ທີ່​ລູກສາວ​ຖືກ​ຜີຊົ່ວຮ້າຍ​ສິງ ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ແລະ​ໃນ​ທັນໃດນັ້ນ ນາງ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ.


ເມື່ອ​ພຣະເຢຊູເຈົ້າ​ເຫັນ​ໝູ່​ປະຊາຊົນ​ກຳລັງ​ບຸບຽດ​ກັນ​ເຂົ້າ​ມາ​ໃກ້ ພຣະອົງ​ຈຶ່ງ​ສັ່ງ​ຜີຊົ່ວຮ້າຍ​ນັ້ນ​ວ່າ, “ບັກ​ຜີ​ປາກກືກ ຫູໜວກ ກູ​ສັ່ງ​ມຶງ​ອອກ​ຈາກ​ເດັກນ້ອຍ ແລະ​ຢ່າ​ກັບ​ເຂົ້າ​ມາ​ອີກ​ຈັກເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka