Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:21 - ພຣະຄຳພີສັກສິ

21 ພຣະເຢຊູເຈົ້າ​ກັບ​ບັນດາ​ສາວົກ​ຂອງ​ພຣະອົງ ໄດ້​ມາ​ທີ່​ເມືອງ​ກາເປນາອູມ ແລະ​ເຖິງ​ວັນ​ຊະບາໂຕ ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ໄດ້​ຕັ້ງຕົ້ນ​ສັ່ງສອນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ພຣະເຢຊູເຈົ້າ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ໄດ້​ໄປ​ຍັງ​ເມືອງ​ກາເປນາອູມ, ແລະ ເມື່ອ​ເຖິງ​ວັນຊະບາໂຕ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ໄດ້​ເລີ່ມຕົ້ນ​ສັ່ງສອນ.

Uka jalj uñjjattʼäta Copia luraña




ມາຣະໂກ 1:21
18 Jak'a apnaqawi uñst'ayäwi  

ພຣະອົງ​ຍ້າຍ​ຈາກ​ເມືອງ​ນາຊາເຣັດ​ໄປ​ຢູ່​ກາເປນາອູມ ເມືອງ​ໜຶ່ງ​ທີ່​ແຄມ​ທະເລສາບ​ໃນ​ຂົງເຂດ​ເຊບູໂລນ ແລະ ເນັບທາລີ.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຄົນ​ຕາມ​ທຳມະສາລາ ແລະ​ປະກາດ​ຂ່າວປະເສີດ​ຂອງ​ຣາຊອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ທີ່​ມີ​ພະຍາດໂຣຄາ​ແລະ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ​ໃຫ້​ຫາຍ​ດີ.


ພໍ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ເອົາ​ພວກເພິ່ນ ຊາຍ​ທັງສອງ​ຈຶ່ງ​ປະ​ພໍ່​ຂອງຕົນ ຄື​ເຊເບດາຍ​ກັບ​ລູກຈ້າງ​ໄວ້​ໃນ​ເຮືອ ແລະ​ໄປ​ກັບ​ພຣະອົງ.


ໃນ​ຂະນະ​ນັ້ນ ພຣະເຢຊູເຈົ້າ​ກໍ​ອອກ​ຈາກ​ທຳມະສາລາ​ພ້ອມ​ກັບ​ຢາໂກໂບ ແລະ ໂຢຮັນ​ໄປ​ທີ່​ເຮືອນ​ຂອງ​ຊີໂມນ ແລະ ອັນເດອາ.


ປະຊາຊົນ​ໃນ​ເມືອງ​ທັງໝົດ​ໄດ້​ມາ​ອັ່ງອໍ​ກັນ​ຢູ່​ປະຕູ​ເຮືອນ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ຂັບໄລ່​ພວກ​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ​ໄປ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທາງ​ຟາກ​ເບື້ອງ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ຫາ​ພຣະອົງ​ອີກ ແລະ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.


ໃນ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ສະເດັດ​ກັບຄືນ​ມາ​ໃນ​ເມືອງ​ກາເປນາອູມ​ອີກ ແລະ ຄົນ​ທັງຫລາຍ​ຕ່າງ​ກໍ​ໄດ້​ຍິນ​ວ່າ​ພຣະອົງ​ພັກ​ຢູ່​ທີ່​ເຮືອນ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ​ອີກເທື່ອໜຶ່ງ ໃນ​ທີ່​ນີ້​ມີ​ຊາຍ​ຜູ້ໜຶ່ງ​ມື​ລີບ.


ພໍ​ເຖິງ​ວັນ​ຊະບາໂຕ ພຣະອົງ​ກໍໄດ້​ຕັ້ງຕົ້ນ​ສັ່ງສອນ​ໃນ​ທຳມະສາລາ ປະຊາຊົນ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ ແລະ​ເມື່ອ​ພວກເຂົາ​ໄດ້ຍິນ​ຄຳ​ສອນ​ຂອງ​ພຣະອົງ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ພວກເຂົາ​ຖາມ​ກັນ​ວ່າ, “ຄົນ​ນີ້​ເອົາ​ຄຳສັ່ງສອນ​ທັງໝົດ​ນີ້​ມາ​ແຕ່​ໃສ? ສະຕິປັນຍາ​ທີ່​ໄດ້​ໃຫ້​ແກ່​ຄົນ​ນີ້​ແມ່ນ​ປັນຍາ​ຢ່າງ​ໃດ? ເພາະ​ການ​ອັດສະຈັນ​ເຫຼົ່ານີ້​ກໍໄດ້​ສຳເລັດ​ດ້ວຍ​ມື​ຂອງ​ລາວ.


ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຢາກ​ຈະ​ຍົກ​ຕົວ​ຂຶ້ນ​ໃຫ້​ສູງ​ພຽງ​ຟ້າ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງ​ໄຟ​ນະຣົກ.”


ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ.


ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ມາ​ຍັງ​ນາຊາເຣັດ ຊຶ່ງ​ເປັນ​ເມືອງ​ທີ່​ພຣະອົງ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ​ນັ້ນ ແລະ​ໃນ​ວັນ​ຊະບາໂຕ ພຣະອົງ​ໄດ້​ໄປ​ທີ່​ທຳມະສາລາ​ຕາມ​ປົກກະຕິ ພຣະອົງ​ໄດ້​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະຄຳພີ.


ພຣະອົງ​ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ຄົງ​ຈະ​ກ່າວ​ຄຳ​ສຸພາສິດ​ຂໍ້​ນີ້ ຕໍ່​ເຮົາ​ເປັນ​ແນ່​ຄື​ວ່າ, ‘ທ່ານໝໍ​ເອີຍ, ຈົ່ງ​ປົວ​ຕົວ​ເອງ​ໃຫ້​ດີ’ ຄື ‘ບັນດາ​ການ ຊຶ່ງ​ພວກເຮົາ​ໄດ້ຍິນ​ວ່າ ທ່ານ​ໄດ້​ກະທຳ​ໃນ​ເມືອງ​ກາເປນາອູມ ຈົ່ງ​ເຮັດ​ໃນ​ເມືອງ​ຂອງຕົນ​ທີ່​ນີ້​ເໝືອນກັນ.”’


ໂປໂລ​ເຂົ້າ​ໄປ​ໃນ​ທຳມະສາລາ ຕາມ​ທີ່​ເຄີຍ​ປະຕິບັດ​ມາ, ໃນ​ທີ່ນັ້ນ​ເພິ່ນ​ໄດ້​ຍົກ​ເອົາ​ຂໍ້ຄວາມ​ໃນ​ພຣະຄຳພີ​ຂຶ້ນ ໂຕ້ຕອບ​ກັບ​ປະຊາຊົນ​ເປັນ​ເວລາ​ສາມ​ວັນ​ຊະບາໂຕ


ທຸກ​ວັນ​ຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ ແລະ​ພວກ​ກຣີກ​ໃນ​ທຳມະສາລາ ແລະ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka