Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:2 - ພຣະຄຳພີສັກສິ

2 ເລີ່ມຕົ້ນ​ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໃຫ້​ຜູ້ທຳນວາຍ​ເອຊາຢາ​ໄດ້​ຂຽນ​ໄວ້​ດັ່ງນີ້: “ເຮົາ​ຈະ​ໃຊ້​ຜູ້ນຳ​ຂ່າວ​ຂອງເຮົາ ໄປ​ກ່ອນ​ໜ້າ​ທ່ານ. ເພື່ອ​ໄຂ​ຫົນທາງ​ໄວ້​ສຳລັບ​ທ່ານ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ໃນ​ພຣະທຳ​ເອຊາຢາ​ຜູ້ທຳນວາຍ​ມີ​ຂຽນ​ໄວ້​ວ່າ: “ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ໄປ​ກ່ອນໜ້າ​ທ່ານ ເພື່ອ​ຈັດຕຽມ​ຫົນທາງ​ສຳລັບ​ທ່ານ”

Uka jalj uñjjattʼäta Copia luraña




ມາຣະໂກ 1:2
13 Jak'a apnaqawi uñst'ayäwi  

ສະນັ້ນ ຂ້ານ້ອຍ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ນີ້​ແລ້ວ ຂໍ້​ຄຳແນະນຳ​ຂອງ​ພຣະອົງ​ທີ່​ໃຫ້​ແກ່​ຂ້ານ້ອຍ​ກໍ​ມີ​ຢູ່​ໃນ​ກົດບັນຍັດ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”


ດ້ວຍວ່າ, ໂຢຮັນ​ຜູ້​ນີ້​ແຫຼະ ທີ່​ພຣະຄຳພີ​ກ່າວ​ເຖິງ​ວ່າ, ‘ເບິ່ງແມ! ເຮົາ​ໃຊ້​ຜູ້ຮັບໃຊ້​ຂອງເຮົາ​ໄປ​ກ່ອນ​ໜ້າ​ເຈົ້າ ເພື່ອ​ຈັດແຈງ​ທາງ​ໄວ້​ສຳລັບ​ເຈົ້າ.’


ພວກເຂົາ​ຕອບ​ວ່າ, “ຢູ່​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ ເພາະ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ດັ່ງນີ້​ວ່າ,


ບຸດ​ມະນຸດ​ຈະ​ຕາຍໄປ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ເຖິງ​ເລື່ອງ​ເພິ່ນ, ແຕ່​ໄພພິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດ​ມະນຸດ ຖ້າ​ຄົນ​ຜູ້​ນີ້​ບໍ່​ເກີດ​ມາ​ກໍ​ຈະ​ເປັນ​ການ​ດີກວ່າ.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ໃນ​ຄືນ​ນີ້​ແຫຼະ ພວກເຈົ້າ​ທຸກຄົນ​ຈະ​ແລ່ນ​ໜີ​ຈາກ​ເຮົາ ແລະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ເຮົາ​ຈະ​ຂ້າ​ຜູ້​ທີ່​ລ້ຽງ​ແກະ ແລະ​ຝູງແກະ​ຈະ​ແຕກຊະ​ກັນ​ໄປ.’


ຕາມ​ທີ່​ພຣະອົງ​ໄດ້​ຊົງ​ກ່າວ​ໄວ້​ ຕັ້ງແຕ່​ສະໄໝ​ບູຮານ ໂດຍ​ປາກ​ຜູ້ທຳນວາຍ​ບໍຣິສຸດ​ຂອງ​ພຣະອົງ.


ຝ່າຍ​ເຈົ້າ​ລູກ​ນ້ອຍ​ເອີຍ, ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ຜູ້ທຳນວາຍ​ຂອງ​ຜູ້​ສູງສຸດ. ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ອົງ​ພຣະ​ຜູ້​ ເປັນ​ເຈົ້າ ແລະ​ຈັດແຈງ​ບັນດາ​ທາງ​ ຂອງ​ພຣະອົງ


ແລ້ວ​ພຣະເຢຊູເຈົ້າ​ໄດ້​ພາ​ສາວົກ​ສິບສອງ​ຄົນ ຍ່າງ​ຫລີກ​ອອກ​ໄປ​ຂ້າງ​ທາງ ແລະ​ໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ເບິ່ງແມ! ພວກເຮົາ​ກຳລັງ​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ສິ່ງສາລະພັດ ຊຶ່ງ​ບັນດາ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້ ເຖິງ​ບຸດ​ມະນຸດ​ນັ້ນ​ຈະ​ສຳເລັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka