Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:11 - ພຣະຄຳພີສັກສິ

11 ແລະ ໄດ້​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ, ເຮົາ​ພໍໃຈ​ໃນ​ທ່ານ​ຫລາຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ແລ້ວ​ມີ​ສຽງ​ໜຶ່ງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ ເຮົາ​ພໍໃຈ​ທ່ານ​ຫລາຍ”.

Uka jalj uñjjattʼäta Copia luraña




ມາຣະໂກ 1:11
19 Jak'a apnaqawi uñst'ayäwi  

ກະສັດ​ກ່າວ​ວ່າ, “ເຮົາ​ຈະ​ປ່າວ​ປະກາດ​ຕາມ​ຄຳ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ” ພຣະອົງ​ໄດ້​ກ່າວ​ຕໍ່​ເຮົາ​ວ່າ, “ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ ເຮົາ​ເປັນ​ບິດາ​ຂອງ​ເຈົ້າ.”


ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


“ນີ້​ແມ່ນ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຜູ້​ເປັນ​ທີ່​ຮັກ ແລະ​ພໍໃຈ​ຂອງເຮົາ. ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງເຮົາ​ ໃສ່​ໄວ້​ເທິງ​ເພິ່ນ ເພື່ອ​ຈະ​ປະກາດ​ຄວາມ​ຍຸດຕິທຳ​ ແກ່​ບັນດາ​ປະຊາຊາດ.


ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”


ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ​ເອງ ເຮົາ​ພໍໃຈ​ນຳ​ເພິ່ນ​ຫລາຍ.”


ໃນ​ເວລາ​ທີ່​ພຣະເຢຊູເຈົ້າ​ຂຶ້ນ​ຈາກ​ນໍ້າ​ນັ້ນ ພຣະອົງ​ເງີຍ​ໜ້າ​ສູ່​ທ້ອງຟ້າ​ໄດ້​ເຫັນ​ຟ້າ​ສະຫວັນ​ເປີດ​ອອກ ແລະ​ມີ​ພຣະວິນຍານ​ເໝືອນ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.


ແລ້ວ​ກໍ​ມີ​ກ້ອນ​ເມກ​ລອຍ​ມາ​ເປັນ​ເງົາ​ປົກຫຸ້ມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ, ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ພວກເຈົ້າ​ຈົ່ງ​ເຊື່ອຟັງ​ເພິ່ນ.”


ແລະ ພຣະວິນຍານ​ບໍຣິສຸດເຈົ້າ ໃນ​ຮູບຮ່າງ​ເໝືອນ​ນົກເຂົາ ກໍ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານເອີຍ ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ເຮົາ​ພໍໃຈ​ນຳ​ທ່ານ​ຫລາຍ.”


ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ຂອງເຮົາ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຈົ່ງ​ເຊື່ອຟັງ​ເພິ່ນ.”


ແລະ​ເຮົາ​ກໍໄດ້​ເຫັນ​ແລ້ວ​ຈຶ່ງ​ຂໍ​ເປັນ​ພະຍານ​ວ່າ ທ່ານ​ຜູ້​ນີ້​ແຫຼະ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”


ເພາະວ່າ ພຣະເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ.


ຝ່າຍ​ພຣະບິດາເຈົ້າ​ຜູ້​ທີ່​ໃຊ້​ເຮົາ​ມາ ກໍ​ເປັນ​ພະຍານ​ໃຫ້​ເຮົາ ເຈົ້າ​ທັງຫລາຍ​ບໍ່ເຄີຍ​ໄດ້ຍິນ​ສຽງ​ຂອງ​ພຣະອົງ ແລະ​ບໍ່ເຄີຍ​ເຫັນ​ຮູບຮ່າງ​ຂອງ​ພຣະອົງ​ຈັກເທື່ອ.


ບັດນີ້​ຂ້ານ້ອຍ​ເຊື່ອ ແລະ​ຮູ້​ແລ້ວ​ວ່າ, ພຣະອົງ​ເປັນ​ຜູ້​ບໍຣິສຸດ​ທີ່​ມາ​ຈາກ​ພຣະເຈົ້າ.”


ແຕ່​ຝ່າຍ​ພຣະວິນຍານ​ແຫ່ງ​ຄວາມ​ບໍຣິສຸດ​ນັ້ນ ໄດ້​ຊົງ​ປະກາດ​ດ້ວຍ​ຣິດທານຸພາບ ຄື​ໂດຍ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ອອກ​ມາ​ຈາກ​ອຳນາດ​ຂອງ​ຄວາມມືດ ແລະ​ໄດ້​ນຳພາ​ພວກເຮົາ​ເຂົ້າ​ໄປ​ຕັ້ງ​ໄວ້​ໃນ​ອານາຈັກ​ແຫ່ງ​ພຣະບຸດ​ທີ່ຮັກ​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka