Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:10 - ພຣະຄຳພີສັກສິ

10 ໃນ​ເວລາ​ທີ່​ພຣະເຢຊູເຈົ້າ​ຂຶ້ນ​ຈາກ​ນໍ້າ​ນັ້ນ ພຣະອົງ​ເງີຍ​ໜ້າ​ສູ່​ທ້ອງຟ້າ​ໄດ້​ເຫັນ​ຟ້າ​ສະຫວັນ​ເປີດ​ອອກ ແລະ​ມີ​ພຣະວິນຍານ​ເໝືອນ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຂຶ້ນ​ຈາກ​ນ້ຳ​ນັ້ນ, ພຣະອົງ​ກໍ​ເຫັນ​ສະຫວັນ​ເປີດ​ອອກ ແລະ ມີ​ພຣະວິນຍານບໍລິສຸດເຈົ້າ​ເໝືອນດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 1:10
8 Jak'a apnaqawi uñst'ayäwi  

ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ແຫວກ​ຟ້າ​ສະຫວັນ​ແລະ​ສະເດັດ​ລົງ​ມາ? ພູເຂົາ​ທັງຫລາຍ​ຈະ​ເຫັນ​ພຣະອົງ ແລະ​ຢ້ານກົວ​ຈົນ​ສັ່ນເຊັນ.


ເມື່ອ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສີ່ ໃນ​ປີ​ທີ​ສາມສິບ; ຂ້າພະເຈົ້າ​ຄື​ປະໂຣຫິດ​ເອເຊກຽນ​ລູກຊາຍ​ຂອງ​ບູຊີ ໄດ້​ຢູ່​ກັບ​ພວກ​ຢິວ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ. ຟ້າ​ສະຫວັນ​ໄດ້ຖືກ​ໄຂ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຂອງ​ພຣະເຈົ້າ.


ເມື່ອ​ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ​ແລ້ວ ພຣະອົງ​ກໍ​ຂຶ້ນ​ຈາກ​ນໍ້າ ໃນ​ທັນໃດນັ້ນ ຟ້າ​ສະຫວັນ​ກໍ​ໄຂ​ອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.


ແລະ ໄດ້​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ, ເຮົາ​ພໍໃຈ​ໃນ​ທ່ານ​ຫລາຍ.”


ຕໍ່​ຈາກ​ນັ້ນ​ມາ​ບໍ່​ດົນ ພຣະເຢຊູເຈົ້າ​ໄດ້​ຈາກ​ໝູ່​ບ້ານ​ນາຊາເຣັດ​ໃນ​ແຂວງ​ຄາລີເລ ແລະ​ຮັບ​ບັບຕິສະມາ​ຈາກ​ໂຢຮັນ​ໃນ​ແມ່ນໍ້າ​ຈໍແດນ.


ແລະ ພຣະວິນຍານ​ບໍຣິສຸດເຈົ້າ ໃນ​ຮູບຮ່າງ​ເໝືອນ​ນົກເຂົາ ກໍ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານເອີຍ ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ເຮົາ​ພໍໃຈ​ນຳ​ທ່ານ​ຫລາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka