ມີກາ 7:9 - ພຣະຄຳພີສັກສິ9 ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາຈຶ່ງຕ້ອງຍອມອົດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ ຊົ່ວໄລຍະໜຶ່ງ, ແຕ່ໃນທີ່ສຸດ ພຣະອົງຈະປ້ອງກັນພວກເຮົາໄວ້ ແລະເຮັດໃຫ້ຜູ້ທີ່ກ່າວຜິດຕໍ່ພວກເຮົານັ້ນພ່າຍແພ້ຄະດີໄປ. ພຣະອົງຈະນຳພວກເຮົາມາສູ່ແສງສະຫວ່າງ ແລະພວກເຮົາກໍຈະມີຊີວິດຢູ່ ຈົນເຫັນພຣະອົງຊ່ວຍຊູພວກເຮົາໃຫ້ພົ້ນ. Uka jalj uñjjattʼäta |
ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.
ເມື່ອດາວິດຮັບຂ່າວວ່ານາບານໄດ້ຕາຍໄປແລ້ວ ເພິ່ນຈຶ່ງກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະອົງໄດ້ແກ້ແຄ້ນນາບານເພາະລາວໝິ່ນປະໝາດຂ້ານ້ອຍ ແລະພຣະອົງຮັກສາຂ້ານ້ອຍຜູ້ທີ່ເປັນຄົນຮັບໃຊ້ຂອງພຣະອົງບໍ່ໃຫ້ເຮັດຜິດ. ພຣະເຈົ້າຢາເວໄດ້ລົງໂທດນາບານຍ້ອນຄວາມຊົ່ວຊ້າທີ່ລາວໄດ້ເຮັດ.” ແລ້ວດາວິດກໍສົ່ງຄົນໄປສູ່ຂໍເອົານາງອາບີກາຍມາເປັນເມຍຂອງຕົນ.