8 ເຫຼົ່າສັດຕູຂອງພວກເຮົາບໍ່ມີເຫດຜົນຫຍັງທີ່ຈະເຍາະເຍີ້ຍພວກເຮົາ. ພວກເຮົາລົ້ມລົງແຕ່ຈະລຸກຂຶ້ນໃໝ່. ເວລານີ້ພວກເຮົາຢູ່ໃນຄວາມມືດ ແຕ່ພຣະເຈົ້າຢາເວຈະໃຫ້ຄວາມສະຫວ່າງແກ່ພວກເຮົາ.
ຂ້ອຍບໍ່ເຄີຍສົມນໍ້າໜ້າ ເມື່ອສັດຕູໄດ້ທົນທຸກ ຫລືພໍໃຈນຳ ທີ່ພວກເຂົາໄດ້ປະສົບຄວາມຈິບຫາຍ.
ແສງສະຫວ່າງສ່ອງແຈ້ງໃນຄວາມມືດສຳລັບຄົນສັດຊື່ ຄືພວກຄົນທີ່ເມດຕາປານີແລະເຮັດຖືກຕ້ອງ.
ຝ່າຍສັດຕູນັ້ນພວກເຂົາກໍຕາມລ້າງຜານ ແລະຢຽບຢໍ່າຂ້ານ້ອຍຢ່າງທາລຸນ. ພວກເຂົາໄດ້ກັກຂັງຂ້ານ້ອຍໄວ້ໃນຄຸກອັນມືດໜາ ຂ້ານ້ອຍເປັນດັ່ງຄົນຕາຍດົນນານມາແລ້ວ.
ຝ່າຍຄົນເຫຼົ່ານັ້ນກໍຈະລົ້ມຍ້ອນເຕະສະດຸດ ແຕ່ພວກເຮົາຈະລຸກຢືນຂຶ້ນຢ່າງໜັກແໜ້ນ.
ພຣະເຈົ້າຢາເວຊົງເປັນຄວາມສະຫວ່າງ ແລະເປັນຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ ຂ້ານ້ອຍຈະບໍ່ຢ້ານກົວຜູ້ໃດທັງນັ້ນ ພຣະເຈົ້າຢາເວຊົງຄຸ້ມຄອງຂ້ານ້ອຍຈາກອັນຕະລາຍທຸກຢ່າງ ແລະຂ້ານ້ອຍກໍຈະບໍ່ຢ້ານກົວແຕ່ປະການໃດທັງສິ້ນ.
ຂໍຢ່າໃຫ້ສັດຕູຄືຄົນຂີ້ຕົວະໄດ້ເອົາຊະນະຂ້ານ້ອຍ; ຂໍຢ່າໃຫ້ພວກເຂົາຍິກຄິ້ວຫລິ່ວຕາດີໃຈ ເພາະຂ້ານ້ອຍໂສກເສົ້າ.
ຄົນຊົ່ວຮ້າຍຍືມເງິນໄປແລ້ວບໍ່ເຄີຍສົ່ງຄືນ ແຕ່ຄົນຊອບທຳມີໃຈສັດທາຮັກໃນການໃຫ້ທານ.
ເມື່ອພວກເຂົາລົ້ມລົງ ພວກເຂົາຈະບໍ່ຖືກຢຽບຢໍ່າ ເພາະພຣະອົງຈະຈັບມືຖືແຂນຂອງພວກເຂົາໃຫ້ລຸກຂຶ້ນໃໝ່.
ຂໍຢ່າໃຫ້ສັດຕູໄດ້ສົມນໍ້າໜ້າຂ້ານ້ອຍເລີຍ ຍ້ອນຄວາມໂສກເສົ້າເສຍໃຈທີ່ມີຢູ່ນັ້ນ ຂໍຢ່າໃຫ້ເຂົາເຈົ້າເວົ້າອວດອົ່ງທະນົງຕົວ ເຖິງຄວາມລົ້ມລົງຂອງຂ້ານ້ອຍນັ້ນ
ພຣະເຈົ້າຢາເວ ພຣະເຈົ້າເປັນຕາເວັນແລະເປັນໂລ້ກຳບັງ ຊົງປະທານພຣະຄຸນແລະສະຫງ່າຣາສີ. ດ້ວຍຄວາມເມດຕາແລະກຽດສັກສີ ພຣະເຈົ້າຢາເວໃຫ້ຂອງດີ ແກ່ຜູ້ທີ່ເດີນຕາມທາງອັນຊອບທຳຢ່າງບໍ່ອັ້ນ.
ແສງສະຫວ່າງສ່ອງແຈ້ງໃສ່ຄົນຊອບທຳ ຄວາມຊົມຊື່ນຍິນດີກໍມີແກ່ຄົນດີດ້ວຍ.
ບັດນີ້ ເຊື້ອສາຍຂອງຢາໂຄບເອີຍ ໃຫ້ພວກເຮົາເດີນໄປໃນຄວາມສະຫວ່າງ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ນັ້ນເທີ້ນ.
ເຮົາຈະກ່າວແກ່ພວກທີ່ເປັນຊະເລີຍວ່າ, ‘ຈົ່ງພາກັນໄປເປັນອິດສະຫລະເຖີດ’ ແລະກ່າວແກ່ຜູ້ທີ່ຢູ່ໃນຄວາມມືດວ່າ, ‘ຈົ່ງອອກມາສູ່ແສງແຈ້ງສາ’ ພວກເຂົາຈະເປັນດັ່ງຝູງແກະ ທີ່ກິນຫຍ້າຢູ່ຕາມເນີນພູພຸ້ນ.
ຂໍໃຫ້ທຸກຄົນຈົ່ງຢຳເກງພຣະເຈົ້າຢາເວ ເຊື່ອຟັງຄຳສັ່ງສອນຂອງຜູ້ຮັບໃຊ້ພຣະເຈົ້າ ເຖິງວ່າທາງທີ່ເດີນໄປນັ້ນມືດມົວກໍຈິງ ແຕ່ຈົ່ງໄວ້ວາງໃຈໃນພຣະນາມແຫ່ງພຣະເຈົ້າຢາເວ ແລະເພິ່ງພຣະເຈົ້າແຫ່ງຕົນ.
ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດໜາ ກໍໄດ້ເຫັນແສງແຈ້ງອັນຍິ່ງໃຫຍ່ສາແລ້ວ. ພວກເຂົາເຄີຍອາໄສຢູ່ໃນດິນແດນແຫ່ງເງົາມືດມົວ ແຕ່ບັດນີ້ ແສງແຈ້ງໃສກຳລັງສ່ອງໃສ່ພວກເຂົາເຈົ້າ.
ໂມອາບເອີຍ ຈື່ບໍວ່າເຈົ້າໄດ້ຫົວຂວັນໃສ່ປະຊາຊົນອິດສະຣາເອນຢ່າງໃດ? ເຈົ້າເຮັດຕໍ່ພວກເຂົາເໝືອນກັບວ່າພວກເຂົາຖືກຈັບໄດ້ໃນພວກນັກປຸ້ນ.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນແຫ່ງບາບີໂລນເອີຍ ພວກເຈົ້າໄດ້ປຸ້ນສະດົມຊົນຊາດຂອງເຮົາ. ພວກເຈົ້າມີຄວາມສຸກ ແລະມ່ວນຊື່ນເບີກບານ ດັ່ງງົວແມ່ທີ່ກຳລັງຢຽບເຂົ້າຫລືດັ່ງມ້າທີ່ກຳລັງຮ້ອງ
ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ກ່າວແກ່ປະຊາຊົນຂອງພຣະອົງວ່າ, “ເມື່ອຜູ້ໜຶ່ງລົ້ມລົງ ຜູ້ນັ້ນຈະບໍ່ມີວັນລຸກຂຶ້ນໄດ້ບໍ? ຖ້າຜູ້ໜຶ່ງຫລົງທາງໄປ ຜູ້ນັ້ນຈະບໍ່ກັບຄືນມາອີກບໍ?
ຕໍ່ໄປນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວ: ພວກເຈົ້າໄດ້ຕົບມືແລະເຕັ້ນຢ່າງປິຕິຍິນດີ. ພວກເຈົ້າໄດ້ດູຖູກດິນແດນຂອງຊາດອິດສະຣາເອນ.
ເໝືອນກັນກັບເຈົ້າໄດ້ຍິນດີ ເມື່ອຊາດອິດສະຣາເອນຄືກຳມະສິດຂອງເຮົາໄດ້ຖືກໄພພິບັດ. ພູຂອງເສອີຄືດິນແດນທັງໝົດຂອງເອໂດມຈະຮ້າງເປົ່າ. ແລ້ວພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວອອກໄປ ດ້ວຍຄວາມໂກດຮ້າຍອັນຮ້ອນແຮງຕໍ່ສູ້ຊົນຊາດທີ່ຢູ່ອ້ອມແອ້ມ ແລະສະເພາະຢ່າງຍິ່ງແລ້ວຕໍ່ສູ້ເອໂດມ. ດ້ວຍຄວາມຍິນດີ ແລະການຫຍໍ້ຫຍັນ ພວກເຂົາໄດ້ຢຶດຄອງດິນແດນແລະໄດ້ຄອບຄອງທົ່ງຫຍ້າໃນດິນແດນນັ້ນ.
“ວັນໜຶ່ງໃກ້ເຂົ້າມາແລ້ວ ເມື່ອເຮົາຈະສ້າງຫໍເຕັນຂອງດາວິດຂຶ້ນໃໝ່ ຄືເປັນດັ່ງເຮືອນຫລັງໜຶ່ງທີ່ຮົກຮ້າງເພພັງນັ້ນ. ເຮົາຈະສ້ອມແປງກຳແພງອີກໃໝ່ ໃຫ້ເປັນດັ່ງທີ່ເຄີຍເປັນມາແຕ່ດົນນານແລ້ວ.
ພວກເຈົ້າບໍ່ຄວນສົມນໍ້າໜ້າອ້າຍເອື້ອຍນ້ອງຂອງຕົນເອງ ຄືຊາວຢູດາທັງໝົດທີ່ໄດ້ຮັບເຄາະກຳນັ້ນ. ພວກເຈົ້າບໍ່ຄວນຊົມຊື່ນໃນມື້ທີ່ພວກເຂົາຫຼົ້ມຈົມ ພວກເຈົ້າບໍ່ຄວນຫຍໍ້ຫຍັນເມື່ອພວກເຂົາຖືກລຳບາກ.
ປະຊາຊົນເຢຣູຊາເລັມເອີຍ ຈົ່ງບິດຕົວຮ້ອງຄວນຄາງ ດັ່ງຍິງທີ່ກຳລັງອອກລູກສາ ເພາະວ່າບັດນີ້ພວກເຈົ້າຈະຕ້ອງໜີຈາກເມືອງນີ້ໄປອາໄສຢູ່ໃນທົ່ງນາ. ພວກເຈົ້າຈະຕ້ອງໄປທີ່ນະຄອນບາບີໂລນ, ແຕ່ຢູ່ໃນທີ່ນັ້ນ ພຣະເຈົ້າຢາເວຈະຊົງໄຖ່ພວກເຈົ້າໃຫ້ພົ້ນຈາກກຳມືຂອງພວກສັດຕູຂອງເຈົ້າ.
ແລ້ວເຫຼົ່າສັດຕູຂອງພວກເຮົາກໍຈະເຫັນສິ່ງນີ້ ແລະໄດ້ຮັບຄວາມອັບອາຍຂາຍໜ້າ ຄືເຫຼົ່າສັດຕູຜູ້ດຽວກັນທີ່ເວົ້າທັບຖົມພວກເຮົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້ານັ້ນຢູ່ໃສ?” ພວກເຮົາຈະເຫັນພວກເຂົາພ່າຍແພ້ຖືກຢຽບຢໍ່າລົງ ເໝືອນດັ່ງຢຽບຂີ້ຕົມຕາມຖະໜົນຫົນທາງ.
ໃນເວລານັ້ນ ພຣະເຈົ້າຢາເວຈະປົກປ້ອງຜູ້ທີ່ຢູ່ໃນນະຄອນເຢຣູຊາເລັມ ແລະແມ່ນແຕ່ຜູ້ອ່ອນແຮງທີ່ສຸດກໍຈະເຂັ້ມແຂງຄືກະສັດດາວິດ. ເຊື້ອສາຍຂອງກະສັດດາວິດຈະນຳພາພວກເຂົາດັ່ງເທວະດາຂອງພຣະເຈົ້າຢາເວ ຄືເປັນດັ່ງພຣະເຈົ້າເອງ.
ແຕ່ສຳລັບພວກທີ່ຢຳເກງນາມຂອງເຮົາ ເຮົາຈະນຳຄວາມພົ້ນມາໃຫ້ພວກເຂົາ ດ້ວຍອານຸພາບອັນຮຸ່ງເຮືອງຂອງເຮົາ ດັ່ງດວງຕາເວັນຂຶ້ນ ແລະຈະນຳເອົາການປິ່ນປົວມາສູ່ພວກເຂົາ ດັ່ງແສງດວງອາທິດ. ພວກເຈົ້າຈະເປັນອິດສະຫລະເສລີແລະມີຄວາມສຸກ ດັ່ງລູກງົວທີ່ອອກມາຈາກຄອກ.
ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດໜາ ໄດ້ເຫັນແສງແຈ້ງອັນຍິ່ງໃຫຍ່. ສຳລັບພວກທີ່ຢູ່ໃນເງົາແຫ່ງຄວາມຕາຍ ແສງແຈ້ງໃສໄດ້ສ່ອງໃສ່ເຂົາເຈົ້າ.”
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຈະຮ້ອງໄຫ້ຮໍ່າໄຮ ແຕ່ໂລກນີ້ຈະຊົມຊື່ນຍິນດີ, ພວກເຈົ້າຈະໂສກເສົ້າຫລາຍ ແຕ່ຄວາມໂສກເສົ້າຂອງພວກເຈົ້າຈະກາຍເປັນຄວາມຊົມຊື່ນຍິນດີ.
ພຣະເຢຊູເຈົ້າໄດ້ກ່າວຕໍ່ພວກຟາຣີຊາຍອີກວ່າ, “ເຮົານີ້ແຫຼະ ເປັນຄວາມສະຫວ່າງຂອງໂລກ ຜູ້ທີ່ຕາມເຮົາມາຈະມີຄວາມສະຫວ່າງແຫ່ງຊີວິດ ແລະຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ.”
ເຮົາໃຊ້ເຈົ້າໄປກໍເພື່ອວ່າ ເຈົ້າຈະໄຂຕາຄົນເຫຼົ່ານັ້ນ ແລະເພື່ອວ່າ ເຈົ້າຈະນຳພວກເຂົາອອກຈາກຄວາມມືດ ມາຫາຄວາມສະຫວ່າງ ແລະຈາກອຳນາດຂອງມານຊາຕານ ມາຫາພຣະເຈົ້າ ໂດຍວາງໃຈເຊື່ອໃນເຮົາບາບກຳຂອງພວກເຂົາຈະໄດ້ຮັບການອະໄພ ແລະຮັບສ່ວນໃນທ່າມກາງປະຊາຊົນທີ່ພຣະເຈົ້າໄດ້ເລືອກໄວ້.”’
ເພາະພຣະເຈົ້າອົງທີ່ໄດ້ກ່າວວ່າ, “ໃຫ້ແສງແຈ້ງສ່ອງອອກຈາກຄວາມມືດ” ເປັນພຣະເຈົ້າອົງທີ່ສ່ອງແສງສະຫວ່າງເຂົ້າມາໃນຈິດໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກເຖິງສະຫງ່າຣາສີຂອງພຣະເຈົ້າ ຊຶ່ງສ່ອງແສງສະຫວ່າງໃນໃບໜ້າຂອງພຣະເຢຊູຄຣິດເຈົ້າ.
ຖືກຂົ່ມເຫັງ, ແຕ່ບໍ່ຖືກປະຖິ້ມ; ຖືກຕີລົ້ມລົງ, ແຕ່ກໍຍັງບໍ່ເຖິງຂັ້ນເສຍຊີວິດ.
ນະຄອນນັ້ນ ບໍ່ຕ້ອງການແສງສະຫວ່າງຂອງດວງອາທິດ ຫລືດວງຈັນ, ເພາະວ່າພຣະຣັດສະໝີຂອງພຣະເຈົ້າ ຊົງເປັນແສງສະຫວ່າງຂອງນະຄອນນັ້ນ ແລະພຣະເມສານ້ອຍ ຊົງເປັນໂຄມໄຟຂອງນະຄອນນັ້ນ.
ກາງຄືນຈະບໍ່ມີອີກຕໍ່ໄປ ແລະພວກເຂົາຈະບໍ່ຕ້ອງການແສງໂຄມໄຟ ຫລືແສງຕາເວັນ, ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນແສງສະຫວ່າງຂອງພວກເຂົາ ແລະພວກເຂົາຈະປົກຄອງຢູ່ຕະຫລອດນິຣັນດອນ.