ມີກາ 7:7 - ພຣະຄຳພີສັກສິ7 ແຕ່ຂ້າພະເຈົ້າຈະເຝົ້າຄອງຄອຍຫາພຣະເຈົ້າຢາເວ; ຂ້າພະເຈົ້າຈະລໍຖ້າພຣະເຈົ້າ ຜູ້ຈະຊ່ວຍຂ້າພະເຈົ້າໃຫ້ພົ້ນ ດ້ວຍຄວາມເຊື່ອໝັ້ນຕາຍໃຈ. ພຣະເຈົ້າຂອງຂ້າພະເຈົ້າຈະຟັງຂ້າພະເຈົ້າ. Uka jalj uñjjattʼäta |
ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ.