ມີກາ 7:6 - ພຣະຄຳພີສັກສິ6 ໃນຍາມນີ້ແຫຼະ ລູກຊາຍຈະດູຖູກພໍ່ຂອງຕົນວ່າໂງ່ຈ້າ; ລູກສາວກໍຈະຕໍ່ສູ້ແມ່ຂອງຕົນ ແລະລູກໃພ້ຈະຕໍ່ສູ້ແມ່ຍ່າຂອງຕົນ; ແມ່ນແຕ່ສະມາຊິກຢູ່ໃນຄອບຄົວດຽວກັນກໍຈະກາຍເປັນສັດຕູກັນ. Uka jalj uñjjattʼäta |
ພັນທະມິດຂອງພວກເຈົ້າໄດ້ຫລອກລວງພວກເຈົ້າສາແລ້ວ; ພວກເຂົາໄດ້ໄລ່ໃຫ້ໜີຈາກດິນແດນຂອງພວກເຈົ້າເອງແລ້ວ. ປະຊາຊົນທີ່ເຄີຍຢູ່ຢ່າງສະຫງົບສຸກກັບພວກເຈົ້າ ມາບັດນີ້ ພວກເຂົາກໍໄດ້ຕີຊະນະພວກເຈົ້າສາແລ້ວ. ພວກເພື່ອນເຫຼົ່ານັ້ນທີ່ໄດ້ກິນເຂົ້າຮ່ວມກັນ ຕ່າງກໍໄດ້ຫ້າງແຮ້ວດັກຈັບພວກເຈົ້າ; ພວກເຂົາຕ່າງກໍໄດ້ເວົ້າກ່ຽວກັບເຈົ້າວ່າ, ‘ຄວາມຫລັກແຫລມທີ່ລາວມີນັ້ນໄປໃສໝົດ?’