Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 7:12 - ພຣະຄຳພີສັກສິ

12 ປະຊາຊົນ​ຂອງ​ພວກເຈົ້າ​ຈະ​ກັບຄືນ​ມາ​ຫາ​ເຈົ້າ​ຈາກ​ທຸກຫົນ​ທຸກແຫ່ງ ຄື​ຈາກ​ອັດຊີເຣຍ​ທາງທິດ​ຕາເວັນອອກ, ຈາກ​ປະເທດ​ເອຢິບ​ທາງ​ທິດໃຕ້, ຈາກ​ຂົງເຂດ​ຂອງ​ແມ່ນໍ້າ​ເອີຟຣັດ, ຈາກ​ທະເລ ແລະ​ພູເຂົາ​ຕ່າງໆ​ທີ່​ຫ່າງໄກ.

Uka jalj uñjjattʼäta Copia luraña




ມີກາ 7:12
15 Jak'a apnaqawi uñst'ayäwi  

ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ຈະ​ມີ​ຖະໜົນ​ຫລວງ​ຈາກ​ອັດຊີເຣຍ ໃຫ້​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ຜູ້​ລອດຕາຍ​ຢູ່​ໃນ​ທີ່ນັ້ນ​ເດີນທາງ​ອອກ​ມາ ດັ່ງ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເດີນທາງ ເມື່ອ​ອອກມາ​ຈາກ​ປະເທດ​ເອຢິບ​ນັ້ນ.


ເຮົາ​ຈະ​ບອກ​ທິດເໜືອ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ບອກ​ທິດໃຕ້​ບໍ່​ໃຫ້​ຈ່ອງດຶງ​ພວກເຂົາ​ໄວ້. ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໃຫ້​ຄືນມາ​ແຕ່​ທີ່​ໄກຫ່າງ ຈາກ​ທຸກໆ​ມຸມ​ແຜ່ນດິນ​ໂລກ​ພຸ້ນ​ເດີ.


ພວກເຂົາ​ຈະ​ມາ​ຈາກ​ດິນແດນ​ຫ່າງໄກ ທິດເໜືອ ທິດ​ຕາເວັນຕົກ ອາຊວານ ທິດໃຕ້.”


ເຮົາ​ຈະ​ທ້ອນໂຮມ​ເອົາ​ປະຊາຊົນ​ຂອງເຮົາ​ທີ່​ຍັງເຫລືອ​ຢູ່ ອອກ​ມາ​ຈາກ​ປະເທດ​ທັງຫລາຍ ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ພວກເຂົາ. ພວກເຂົາ​ຈະ​ມີ​ລູກ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ.


ໃນວັນນັ້ນ ເຊື້ອສາຍ​ຂອງ​ຢູດາ​ຈະ​ຮ່ວມ​ກັບ​ເຊື້ອສາຍ​ຂອງ​ອິດສະຣາເອນ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທາງ​ທິດເໜືອ​ພ້ອມກັນ ແລະ​ຈະ​ຄືນມາ​ສູ່​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ ເປັນ​ກຳມະສິດ​ອັນ​ຖາວອນ.”


ເຮົາ​ຈະ​ນຳ​ເອົາ​ພວກເຂົາ​ມາ​ຈາກ​ທິດເໜືອ ເຕົ້າໂຮມ​ເອົາ​ພວກເຂົາ​ມາ​ຈາກ​ທີ່ສຸດ​ແຜ່ນດິນ​ໂລກ ຄົນ​ຕາບອດ​ແລະ​ເສຍຂາ​ກໍ​ຈະ​ຄືນ​ມາ​ກັບ​ພວກເຂົາ ທັງ​ຜູ້ຍິງ​ຖືພາ​ແລະ​ຜູ້​ທີ່​ຫາ​ກໍ​ອອກລູກ​ດ້ວຍ. ພວກເຂົາ​ຈະ​ກັບຄືນ​ມາ ດັ່ງ​ຝູງຊົນ​ອັນ​ໃຫຍ່ຫລວງ ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່.


“ປະຊາຊົນ​ຂອງເຮົາ​ເອີຍ ຢ່າ​ຢ້ານກົວ​ເລີຍ ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕົກໃຈ​ຢ້ານ​ເທາະ ເຮົາ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ຈາກ​ດິນແດນ​ທີ່​ຫ່າງໄກ ຈາກ​ດິນແດນ​ທີ່​ພວກເຈົ້າ​ຕົກ​ເປັນ​ຊະເລີຍ​ນັ້ນ. ພວກເຈົ້າ​ຈະ​ກັບ​ມາ​ສູ່​ບ້ານ ແລະ​ຢູ່​ຢ່າງ​ສັນຕິສຸກ ຈະ​ຢູ່​ຢ່າງ​ປອດໄພ ແລະ​ບໍ່ມີ​ຜູ້ໃດ​ເຮັດ​ໃຫ້​ຢ້ານ​ອີກ.”


ເມື່ອ​ເຫດການ​ເຫຼົ່ານີ້​ເກີດຂຶ້ນ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຊາດ​ອິດສະຣາເອນ​ເຂັ້ມແຂງ ແລະ​ນຳ​ເຈົ້າ​ຄື​ເອເຊກຽນ​ກ່າວ​ອອກ​ໄປ​ໃນ​ບ່ອນ​ທີ່​ທຸກຄົນ​ໄດ້ຍິນ​ເຈົ້າ ເພື່ອ​ວ່າ​ພວກເຂົາ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ແລ້ວ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ເຮົາ​ຈະ​ເອົາ​ປະຊາຊົນ​ຂອງເຮົາ​ອອກ​ມາ​ຈາກ​ຊົນຊາດ​ທັງຫລາຍ ບ່ອນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ, ຈະ​ທ້ອນໂຮມ​ພວກເຂົາ​ເຂົ້າກັນ ແລະ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ​ເອງ.


ພວກເຂົາ​ຈະ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ວ່ອງໄວ​ເໝືອນ​ນົກ ແລະ​ມາ​ຈາກ​ອັດຊີເຣຍ​ເໝືອນ​ນົກເຂົາ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ບ້ານເຮືອນ​ຂອງ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka