ມີກາ 7:11 - ພຣະຄຳພີສັກສິ11 ປະຊາຊົນເຢຣູຊາເລັມເອີຍ ເວລາທີ່ຈະສ້າງກຳແພງເມືອງຂຶ້ນໃໝ່ກຳລັງມາຮອດ. ໃນເວລານັ້ນ ເຂດແດນຂອງພວກເຈົ້າຈະຂະຫຍາຍອອກໄປ. Uka jalj uñjjattʼäta |
ຂ້າພະເຈົ້າຍັງຂໍຮ້ອງເພິ່ນໃຫ້ຂຽນຈົດໝາຍໄປຫາອາສັບ ຜູ້ຮັກສາປ່າໄມ້ຂອງກະສັດ ໂດຍແນະນຳເພິ່ນໃຫ້ຈັດຫາໄມ້ ສຳລັບສ້າງປະຕູປ້ອມທີ່ຮັກສາພຣະວິຫານ, ສຳລັບສ້າງກຳແພງເມືອງ ແລະສຳລັບສ້າງເຮືອນທີ່ຂ້າພະເຈົ້າຈະຢູ່ດ້ວຍ. ກະສັດກໍໄດ້ອະນຸຍາດໃຫ້ທຸກສິ່ງ ຕາມທີ່ຂ້າພະເຈົ້າຂໍຮ້ອງ ເພາະພຣະເຈົ້າສະຖິດຢູ່ນຳຂ້າພະເຈົ້າ.
ອັນນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ແລະເຂົ້າໃຈ: ນັບຕັ້ງແຕ່ເວລາອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງພຣະເຈົ້າເລືອກເອົາຜູ້ນຳຂຶ້ນມາ ເຈັດອາທິດແລະຫົກສິບສອງອາທິດ ນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ຢ່າງເຂັ້ມແຂງພ້ອມດ້ວຍຖະໜົນຫົນທາງ ແລະປ້ອມປ້ອງກັນເມືອງ, ແຕ່ມັນຈະເປັນເວລາແຫ່ງຄວາມລຳບາກ.