ມີກາ 7:10 - ພຣະຄຳພີສັກສິ10 ແລ້ວເຫຼົ່າສັດຕູຂອງພວກເຮົາກໍຈະເຫັນສິ່ງນີ້ ແລະໄດ້ຮັບຄວາມອັບອາຍຂາຍໜ້າ ຄືເຫຼົ່າສັດຕູຜູ້ດຽວກັນທີ່ເວົ້າທັບຖົມພວກເຮົາວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້ານັ້ນຢູ່ໃສ?” ພວກເຮົາຈະເຫັນພວກເຂົາພ່າຍແພ້ຖືກຢຽບຢໍ່າລົງ ເໝືອນດັ່ງຢຽບຂີ້ຕົມຕາມຖະໜົນຫົນທາງ. Uka jalj uñjjattʼäta |
ແຕ່ບັດນີ້ ພໍພວກເຈົ້າໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່, ສຽງພິນນ້ອຍ ແລະສຽງດົນຕຼີອື່ນໆດັງຂຶ້ນ ໃຫ້ພາກັນກົ້ມລົງ ແລະຂາບໄຫວ້ຮູບປັ້ນນັ້ນ. ຖ້າພວກເຈົ້າບໍ່ຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນເຂົ້າເຕົາໄຟອັນຮ້ອນທັນທີ. ພວກເຈົ້າຄິດວ່າ ຈະມີພະອົງໃດຊ່ວຍພວກເຈົ້າໃຫ້ພົ້ນໄດ້ຊັ້ນບໍ?”