Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 6:8 - ພຣະຄຳພີສັກສິ

8 ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.

Uka jalj uñjjattʼäta Copia luraña




ມີກາ 6:8
66 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”


ຫລັງຈາກ​ນັ້ນ ເອນົກ​ກໍໄດ້​ຕິດຕາມ​ພຣະເຈົ້າ​ໄປ​ຕື່ມ​ອີກ 300 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ.


ຢ່າງໃດ​ກໍຕາມ ຍັງ​ມີ​ບາງຄົນ​ຈາກ​ເຜົ່າ​ອາເຊ, ມານາເຊ ແລະ​ເຊບູໂລນ​ຍິນດີ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ.


ແຕ່​ໃນທີ່ສຸດ ເຮເຊກີຢາ​ແລະ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ໄດ້​ຖ່ອມຕົວ​ລົງ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່ໄດ້​ລົງໂທດ​ປະຊາຊົນ ຈົນກວ່າ​ເຮເຊກີຢາ​ໄດ້​ຕາຍໄປ.


ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ພ້ອມ​ທັງ​ຄຳຕອບ​ຂອງ​ພຣະເຈົ້າ ແລະ​ເລື່ອງ​ການ​ເຮັດ​ບາບ​ຕ່າງໆ​ກ່ອນ​ເພິ່ນ​ກັບໃຈ​ໃໝ່ ເຊັ່ນ: ການກະທຳ​ຊົ່ວ​ຂອງ​ເພິ່ນ, ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ເພິ່ນ​ໄດ້​ເຮັດ​ຂຶ້ນ ແລະ​ຮູບເຄົາຣົບ​ທີ່​ເພິ່ນ​ຂາບໄຫວ້ ແມ່ນ​ໄດ້​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ພວກ​ຜູ້ທຳນວາຍ.


ແຕ່​ຕ່າງ​ກັບ​ພໍ່ ຄື​ເພິ່ນ​ບໍ່​ຍອມ​ຖ່ອມໃຈ ແລະ​ຫັນ​ມາ​ຫາ​ພຣະເຈົ້າຢາເວ ແລະ​ຍິ່ງ​ເຮັດ​ບາບ​ຫລາຍກວ່າ​ພໍ່​ອີກ​ຊໍ້າ.


ແລະ​ເຈົ້າ​ໄດ້​ກັບໃຈ​ໃໝ່​ທັງ​ຖ່ອມຕົວ​ລົງ​ຕໍ່ໜ້າ​ເຮົາ ໂດຍ​ຈີກ​ເສື້ອ​ຂອງ​ເຈົ້າ​ເອງ​ແລະ​ຮ້ອງໄຫ້​ເມື່ອ​ເຈົ້າ​ໄດ້ຍິນ​ວ່າ ເຮົາ​ໄດ້​ນາບຂູ່​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ​ແລະ​ຊາວ​ນະຄອນ​ຢ່າງໃດ. ເຮົາ​ຈຶ່ງ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ທີ່​ພູເຂົາ​ຊີນາຍ​ພຣະອົງ​ໄດ້​ລົງ​ມາ​ຈາກ​ສະຫວັນ; ພຣະອົງ​ໄດ້​ກ່າວ​ແກ່​ປະຊາຊົນ​ໃນ​ທີ່ນັ້ນ ແລະ​ໄດ້​ມອບ​ກົດບັນຍັດ​ທີ່​ດີ​ແກ່​ພວກເພິ່ນ ທັງ​ຄຳ​ສັ່ງສອນ​ທີ່​ມີ​ຫລັກ​ແກ່​ພວກເພິ່ນ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຮ້ອງເພງ​ເຖິງ​ຄວາມສັດຊື່ ແລະ​ຄວາມ​ເປັນທຳ​ຂອງ​ພຣະອົງ.


ແສງ​ສະຫວ່າງ​ສ່ອງແຈ້ງ​ໃນ​ຄວາມມືດ​ສຳລັບ​ຄົນ​ສັດຊື່ ຄື​ພວກຄົນ​ທີ່​ເມດຕາປານີ​ແລະ​ເຮັດ​ຖືກຕ້ອງ.


ລາວ​ໃຫ້​ທານ​ຢ່າງ​ເຜື່ອແຜ່​ແກ່​ຄົນ​ຂັດສົນ ແລະ​ຄວາມ​ເມດຕາ​ກໍ​ບໍ່ເຄີຍ​ລົດໜ້ອຍ​ລົງ ລາວ​ຈະ​ມີ​ອຳນາດ​ທັງ​ຈະ​ມີ​ຄົນ​ເຄົາຣົບ​ນັບຖື​ດ້ວຍ.


ລາວ​ໃຫ້​ລ້າໆ​ແລະ​ໃຫ້​ຄົນ​ຢືມ​ໂດຍ​ບໍ່​ຄິດຄ່າ ບັນດາ​ລູກ​ຂອງ​ລາວ​ນັ້ນ​ກໍ​ກາຍເປັນ​ທໍ່​ພຣະພອນ.


ແຕ່​ສຳລັບ​ຂ້ານ້ອຍ​ແລ້ວ ເປັນ​ຄວາມສຸກ​ໃນ​ໃຈ​ແທ້​ທີ່​ຢູ່​ໃກ້ຊິດ​ພຣະເຈົ້າ ຂ້ານ້ອຍ​ໄດ້​ພົບ​ການ​ຄຸ້ມຄອງ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ ເພື່ອ​ຈະ​ປະກາດ​ທຸກສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ.


ສຳລັບ​ພຣະເຈົ້າຢາເວ​ແລ້ວ ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເປັນທຳ ກໍ​ມີຄ່າ​ກວ່າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ໃຫ້.


ໃນທີ່ສຸດ​ນີ້ ຍັງ​ມີ​ພຽງ​ສິ່ງດຽວ​ທີ່​ຈະ​ເວົ້າ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ພຣະອົງ​ໄດ້​ສ້າງ​ມະນຸດ​ຂຶ້ນ​ມາ​ກໍ​ເພື່ອ​ສິ່ງ​ທັງໝົດ​ນີ້.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ເຮັດ​ໃນ​ສິ່ງ​ທີ່​ຍຸດຕິທຳ​ແລະ​ຖືກຕ້ອງ ເພາະ​ໃນ​ໄວໆ​ນີ້​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ທຸກສິ່ງ​ເຫຼົ່ານີ້​ແມ່ນ​ມື​ຂອງເຮົາ​ເອງ​ໄດ້​ສ້າງ​ທັງໝົດ ສິ່ງ​ທັງໝົດ​ເຫຼົ່ານີ້​ຈຶ່ງ​ເກີດ​ຂື້ນ​ມາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ແຕ່​ເຮົາ​ພໍໃຈ​ນຳ​ຜູ້​ທີ່​ຖ່ອມໃຈ ແລະ​ຜູ້​ທີ່​ຍອມ​ກັບໃຈໃໝ່ ແລະ​ຜູ້​ທີ່​ຢຳເກງ​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ​ຈົນ​ຕົວສັ່ນ.


ເພິ່ນ​ຕັດສິນ​ຄະດີ​ຄົນ​ທຸກຈົນ​ຢ່າງ​ທ່ຽງທຳ​ດີ ແລະ​ກໍ​ຢູ່ເຢັນ​ເປັນສຸກ​ຕະຫລອດ​ມາ​ເລື້ອຍໆ. ຜູ້​ທີ່​ເປັນ​ເຊັ່ນນີ້​ໝາຍຄວາມວ່າ​ຮູ້ຈັກ​ເຮົາ​ຢ່າງ​ແທ້ຈິງ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ເຮົາ​ຄື​ພຣະເຈົ້າຢາເວ​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ຈົ່ງ​ປົກປ້ອງ​ຜູ້​ທີ່​ຖືກ​ຄົນ​ສໍ້ໂກງ​ຕົວະຍົວະ. ຢ່າ​ກົດຂີ່ ຫລື​ຂົ່ມເຫັງ​ຄົນ​ຕ່າງດ້າວ, ເດັກ​ກຳພ້າ ຫລື​ແມ່ໝ້າຍ ແລະ​ຢ່າ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃນ​ບ່ອນ​ນີ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນ​ສະຫລາດ​ບໍ່ຄວນ​ອວດ ເຖິງ​ສະຕິປັນຍາ​ທີ່​ຕົນ​ມີ​ຢູ່​ນັ້ນ; ຄົນ​ແຂງແຮງ​ກໍ​ບໍ່ຄວນ​ອວດ​ເຖິງ​ເຮື່ອແຮງ​ຂອງຕົນ ຄົນຮັ່ງມີ​ກໍ​ບໍ່ຄວນ​ອວດ​ເຖິງ​ຊັບສົມບັດ​ຂອງຕົນ​ດ້ວຍ.


ສະນັ້ນ ຈຶ່ງ​ເປັນ​ສິ່ງ​ດີເລີດ​ທີ່​ຄອຍຖ້າ​ຢ່າງ​ອົດທົນ ຄື​ຄອງຄອຍ​ພຣະເຈົ້າຢາເວ​ມາ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ


ເຮົາ​ຈະ​ຍົກ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ, ແຕ່​ເຈົ້າ​ຈະ​ຈົດຈຳ​ມັນ​ໄວ້ ແລະ​ລະອາຍ​ໃຈ ຈົນ​ບໍ່​ກ້າ​ອ້າ​ປາກ​ເວົ້າ​ເຖິງ​ມັນ​ເລີຍ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ເຮົາ​ອາດ​ຈະ​ຕັກເຕືອນ​ຄົນຊົ່ວ​ຜູ້ໜຶ່ງ​ວ່າ​ລາວ​ຈະ​ຕ້ອງ​ຕາຍ; ແຕ່​ຖ້າ​ລາວ​ເຊົາ​ເຮັດ​ບາບ​ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ແລະ​ດີງາມ


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ດ້ວຍເຫດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ກັບຄືນ​ໄປ​ຫາ​ພຣະອົງ​ເທີ້ນ. ຈົ່ງ​ສັດຊື່​ແລະ​ທ່ຽງທຳ ແລະ​ຈົ່ງ​ຄອຍຖ້າ​ພຣະເຈົ້າ​ຂອງ​ພວກເຈົ້າ ດຳເນີນການ​ດ້ວຍ​ຄວາມ​ອົດທົນ.


ເຮົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັກ​ເຮົາ​ຢ່າງ​ຈິງໃຈ ບໍ່ແມ່ນ​ນຳ​ສັດ​ມາ​ຖວາຍບູຊາ. ເຮົາ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ​ຮັບຮູ້​ພຣະເຈົ້າ ຫລາຍກວ່າ​ທີ່​ຈະ​ເຜົາ​ສັດ​ຖວາຍບູຊາ.


ອັນ​ເປັນ​ຕົ້ນເຫດ​ໃຫ້​ເຮົາ​ຫັນ​ມາ​ຕໍ່ສູ້​ພວກເຂົາ ແລະ​ສົ່ງ​ພວກເຂົາ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ເຫຼົ່າ​ສັດຕູ. ໃນທີ່ສຸດ ເມື່ອ​ເຊື້ອສາຍ​ຂອງ​ພວກເຂົາ​ຍອມ​ຖ່ອມຕົວ​ລົງ ແລະ​ຍອມ​ຮັບ​ໂທດ ອັນ​ເນື່ອງ​ມາ​ຈາກ​ການບາບ ແລະ​ການ​ກະບົດ​ຂອງ​ພວກເຂົາ​ນັ້ນ​ແລ້ວ


ແຕ່​ຈົ່ງ​ໃຫ້​ຄວາມ​ຍຸດຕິທຳ​ໄຫລ​ມາ​ດັ່ງ​ສາຍນໍ້າ ແລະ​ໃຫ້​ຄວາມ​ຊອບທຳ​ໄຫລ​ມາ​ດັ່ງ​ຫ້ວຍນໍ້າ​ທີ່​ບໍ່ມີ​ວັນ​ເຫືອດແຫ້ງ​ໄດ້.


ການ​ຢຳເກງ​ພຣະເຈົ້າຢາເວ​ເປັນ​ການ​ສະຫລາດ. ພຣະອົງ​ຮ້ອງ​ໃສ່​ເມືອງ​ນັ້ນ​ວ່າ, “ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ປະຊາຊົນ​ທີ່​ປະຊຸມກັນ​ຢູ່​ໃນ​ເມືອງ


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ສາ​ເຖີດ ພວກເຈົ້າ​ທຸກຄົນ​ທີ່​ເປັນ​ປະຊາຊົນ ຜູ້​ຖ່ອມໃຈ​ໃນ​ດິນແດນ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ຈົ່ງ​ຊອກຫາ​ຄວາມ​ຊອບທຳ ແລະ​ຈົ່ງ​ຊອກຫາ​ຄວາມ​ຖ່ອມໃຈ​ລົງ. ບາງທີ​ພວກເຈົ້າ​ອາດ​ຈະ​ຫລົບ​ໜີ​ຈາກ​ການລົງໂທດ​ກໍໄດ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ​ນັ້ນ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດົນນານ​ມາ​ແລ້ວ ເຮົາ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້​ແກ່​ປະຊາຊົນ​ຂອງເຮົາ ດັ່ງນີ້: ‘ພວກເຈົ້າ​ຕ້ອງ​ໃຫ້​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ ແລະ​ຕ້ອງ​ສະແດງ​ຄວາມ​ເມດຕາປານີ​ຕໍ່​ກັນແລະກັນ.


“ຜູ້ໃດ​ຍາກຈົນ​ຝ່າຍ​ຈິດວິນຍານ​ກໍ​ເປັນ​ສຸກ, ເພາະວ່າ​ອານາຈັກ​ສະຫວັນ ເປັນ​ຂອງ​ຜູ້ນັ້ນ


ຜູ້ໃດ​ມີ​ໃຈ​ກະລຸນາ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ ພຣະ​ກະລຸນາ​ຕອບ


ສິ່ງ​ຊຶ່ງ​ຈຳເປັນ​ນັ້ນ ກໍ​ມີ​ແຕ່​ສິ່ງ​ດຽວ ມາຣີ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ດີ​ນັ້ນ​ແລ້ວ ແລະ​ຜູ້ໃດ​ຈະ​ຍາດ​ເອົາ​ສິ່ງ​ນີ້​ໄປ​ຈາກ​ນາງ​ບໍ່ໄດ້.”


“ແຕ່​ວິບັດ​ແກ່​ເຈົ້າ ພວກ​ຟາຣີຊາຍ​ເອີຍ ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ ໃນ​ເຄື່ອງ​ປູກ​ຂອງ​ຝັງ​ຕາມ​ລະດູ​ການ​ແກ່​ພຣະເຈົ້າ ຄື​ຜັກ​ກ້ານກໍ່າ ຜັກ​ແພວ ແລະ​ຜັກ​ອື່ນໆ​ທຸກ​ຊະນິດ, ແຕ່​ພວກເຈົ້າ​ລະເລີຍ​ຄວາມ​ຍຸດຕິທຳ ແລະ​ຄວາມຮັກ​ຂອງ​ພຣະເຈົ້າ ແມ່ນ​ສິ່ງ​ນີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ ໂດຍ​ບໍ່​ລະເລີຍ​ສິ່ງ​ອື່ນ​ດ້ວຍ.”


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊາຍ​ເອີຍ ຜູ້ໃດ​ໄດ້​ຕັ້ງ​ເຮົາ​ໃຫ້​ເປັນ​ຜູ້​ຕັດສິນ​ຄວາມ ຫລື​ເປັນ​ຜູ້​ແບ່ງປັນ​ມໍຣະດົກ​ລະຫວ່າງ​ພວກເຈົ້າ?”


ເຈົ້າ​ທັງຫລາຍ​ຈົ່ງ​ມີ​ຄວາມ​ເມດຕາປານີ ເໝືອນ​ຢ່າງ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ຊົງ​ມີ​ຄວາມ​ເມດຕາປານີ.”


ໃນ​ເມື່ອ​ສິ່ງ​ທີ່​ເຮົາ​ເຮັດ​ນັ້ນ ແມ່ນ​ສິ່ງ​ທີ່​ເຮົາ​ບໍ່​ຢາກ​ເຮັດ ກໍ​ສະແດງ​ວ່າ​ເຮົາ​ເຫັນ​ພ້ອມ​ວ່າ ກົດບັນຍັດ​ນັ້ນ​ຖືກຕ້ອງ.


ແຕ່​ມະນຸດ​ເອີຍ, ເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ກ້າ​ກ່າວ​ໂຕ້​ຕອບ​ພຣະເຈົ້າ​ໄດ້? ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກ່າວ​ແກ່​ຜູ້​ປັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ມາ​ແບບ​ນີ້?”


ຝ່າຍ​ເຈົ້າ​ຜູ້​ເປັນ​ເມຍ ເຈົ້າ​ຮູ້​ໄດ້​ຢ່າງ​ໃດ​ວ່າ ເຈົ້າ​ຈະ​ຊ່ວຍ​ຜົວ​ຂອງຕົນ​ໃຫ້​ພົ້ນ​ໄດ້​ຫລື​ບໍ່? ຫລື​ຝ່າຍ​ເຈົ້າ​ຜູ້​ເປັນ​ຜົວ ເຈົ້າ​ຮູ້​ໄດ້​ຢ່າງ​ໃດ​ວ່າ ເຈົ້າ​ຈະ​ຊ່ວຍ​ເມຍ​ຂອງຕົນ​ໃຫ້​ພົ້ນ​ໄດ້​ຫລື​ບໍ່?


ແຕ່​ຈົ່ງ​ມີ​ໃຈ​ເມດຕາ​ແລະ​ເອັນດູ​ຕໍ່​ກັນ ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄຣິດ​ນັ້ນ.


ສະນັ້ນ ຈົ່ງ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຢຶດຖື​ກົດບັນຍັດ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້.”


ວັນນີ້ ຂ້າພະເຈົ້າ​ຈະ​ໃຫ້​ພວກເຈົ້າ​ເລືອກ​ເອົາ ລະຫວ່າງ​ຊີວິດ​ແລະ​ຄວາມ​ຈະເລີນ ກັບ​ຄວາມຕາຍ​ແລະ​ຄວາມ​ຈິບຫາຍ.


ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.


ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,


ໂອ ຄົນ​ໂງ່​ເອີຍ, ເຈົ້າ​ຢາກ​ຮຽນຮູ້​ຫລື​ວ່າ ຄວາມເຊື່ອ​ທີ່​ບໍ່ມີ​ການ​ປະຕິບັດ​ນັ້ນ​ກໍ​ໄຮ້​ຜົນ?


ແລະ​ບັດນີ້ ຈົ່ງ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ຈິງໃຈ​ແລະ​ສັດຊື່. ຈົ່ງ​ປະຖິ້ມ​ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ແລະ​ໃນ​ປະເທດ​ເອຢິບ​ນັ້ນ​ສາ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ.


ໃນ​ທີ່ສຸດ​ນີ້ ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ, ຈົ່ງ​ເຫັນອົກ​ເຫັນໃຈ​ກັນ, ຈົ່ງ​ຮັກ​ກັນ​ເໝືອນ​ພີ່ນ້ອງ​ຮ່ວມ​ທ້ອງ, ຈົ່ງ​ມີ​ຈິດໃຈ​ເມດຕາ ແລະ​ອ່ອນນ້ອມ​ຖ່ອມຕົວ​ລົງ.


ສ່ວນ​ຂ້າພະເຈົ້າ ພຣະເຈົ້າຢາເວ​ໄດ້​ຫ້າມ​ຂ້າພະເຈົ້າ​ບໍ່​ໃຫ້​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ເພາະ​ການ​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ​ນັ້ນ ເປັນ​ການ​ຜິດ​ຕໍ່​ພຣະອົງ; ແຕ່​ຂ້າພະເຈົ້າ​ຈະ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ສິ່ງ​ດີ​ແລະ​ສິ່ງ​ທີ່​ຖືກຕ້ອງ.


ຊາມູເອນ​ກ່າວ​ວ່າ, “ແມ່ນ​ສິ່ງໃດ​ທີ່​ພຣະເຈົ້າຢາເວ​ຕ້ອງການ​ຫລາຍກວ່າ: ການ​ເຊື່ອຟັງ ຫລື​ຂອງ​ຖວາຍ ແລະ​ເຄື່ອງ​ບູຊາ? ການ​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ດີກວ່າ​ຖວາຍ​ແກະ​ໂຕ​ດີທີ່ສຸດ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka