Biblia Todo Logo
Internet tuqin Biblia

- Anuncios ukanaka -




ມີກາ 6:6 - ພຣະຄຳພີສັກສິ

6 ເມື່ອ​ຂ້າພະເຈົ້າ​ມາ​ນະມັດສະການ​ພຣະເຈົ້າຢາເວ ແລະ​ກົ້ມຂາບ​ຕໍ່ໜ້າ​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ ຂ້າພະເຈົ້າ​ຈະ​ເອົາ​ຫຍັງ​ມາ​ຖວາຍ​ແກ່​ພຣະອົງ? ຂ້າພະເຈົ້າ​ຈະ​ນຳ​ເອົາ​ລູກ​ງົວ​ໂຕ​ຕຸ້ຍພີ​ດີທີ່ສຸດ ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະອົງ​ບໍ?

Uka jalj uñjjattʼäta Copia luraña




ມີກາ 6:6
39 Jak'a apnaqawi uñst'ayäwi  

ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ເອີ້ນ​ຊາວ​ກີເບໂອນ​ມາ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ຢາກ​ແກ້​ຄວາມຜິດ​ທີ່​ໄດ້​ເຮັດ​ຕໍ່​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ. ເຮົາ​ຄວນ​ຈະ​ເຮັດ​ຫຍັງ​ແດ່​ສຳລັບ​ພວກເຈົ້າ?”


ຍ້ອນ​ພຣະຄຸນ​ຄວາມດີ​ທີ່​ມີ​ຕໍ່​ຂ້ານ້ອຍ​ທຸກປະການ ຂ້ານ້ອຍ​ຈະ​ຖວາຍ​ຫຍັງ​ແດ່​ແກ່​ພຣະເຈົ້າຢາເວ?


ທຸກຄົນ​ທີ່​ໂອ້ອວດ​ຈອງຫອງ​ນັ້ນ ຈະ​ກົ້ມ​ຂາບ​ພຣະອົງ ມະນຸດ​ທີ່​ຕາຍເປັນ​ຈະ​ກົ້ມຂາບ​ພຣະອົງ.


ຈົ່ງ​ເຂົ້າ​ມາ​ເຝົ້າ​ພຣະອົງ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ ຮ້ອງເພງ​ຢ່າງ​ຊື່ນໃຈ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ຈົ່ງ​ເຂົ້າ​ມາ​ກົ້ມຂາບ​ນະມັດສະການ​ພຣະອົງ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະຜູ້​ສ້າງ​ຂອງ​ພວກເຮົາ ຄື​ພຣະເຈົ້າຢາເວ.


ລູກແກະ​ຫລື​ລູກ​ແບ້​ທີ່​ຈະ​ເລືອກ​ເອົາ​ນັ້ນ​ຈະ​ຕ້ອງ​ເປັນ​ໂຕ​ເຖິກ​ອາຍຸ​ໜຶ່ງ​ປີ ແລະ​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ໃດໆ​ທັງ​ສິ້ນ.


ໃນ​ເດືອນ​ອາບີບ ເດືອນ​ທີ່​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ສະຫລອງ​ມື້​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ຕາມ​ພິທີ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ. ຢ່າ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃດໆ​ໃນ​ເຈັດ​ວັນ ຕາມ​ກຳນົດ​ຂອງ​ພິທີ​ນັ້ນ. ຢ່າ​ເຂົ້າ​ມາ​ນະມັດສະການ​ເຮົາ​ໂດຍ​ບໍ່ມີ​ເຄື່ອງ​ຖວາຍ.


ຄົນ​ທ່ຽງທຳ​ພາວັນນາ​ອະທິຖານ​ພຣະເຈົ້າຢາເວ​ຕອບ, ແຕ່​ເຄື່ອງ​ຖວາຍບູຊາ​ຂອງ​ຄົນຊົ່ວຊ້າ​ພຣະອົງ​ກຽດຊັງ.


ສຳລັບ​ພຣະເຈົ້າຢາເວ​ແລ້ວ ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ເປັນທຳ ກໍ​ມີຄ່າ​ກວ່າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ໃຫ້.


ແມ່ນແຕ່​ສັດ​ຕ່າງໆ​ທີ່​ຢູ່​ໃນ​ປ່າ​ເລບານອນ ກໍ​ຍັງ​ບໍ່ມີ​ພຽງພໍ​ທີ່​ຈະ​ຖວາຍບູຊາ​ແກ່​ພຣະເຈົ້າ ພ້ອມທັງ​ບັນດາ​ຕົ້ນໄມ້​ທີ່​ຢູ່​ໃນ​ປ່າດົງ​ພົງໄພ ກໍ​ຍັງ​ມີ​ແຕ່​ໜ້ອຍດຽວ​ເພື່ອ​ເຮັດ​ຟືນ​ດັງ​ໄຟ​ໄດ້.


ມີ​ປະໂຫຍດ​ຫຍັງ​ແກ່​ເຮົາ​ແດ່ ທີ່​ພວກເຂົາ​ໄດ້​ທູບຫອມ​ມາ​ແຕ່​ເມືອງ​ເຊບາ ຫລື​ໄດ້​ເຄື່ອງຫອມ​ມາ​ຈາກ​ທາງ​ໄກ? ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງຖວາຍ​ຂອງ​ພວກເຂົາ ຫລື​ຍິນດີ​ກັບ​ເຄື່ອງບູຊາ​ຂອງ​ພວກເຂົາ.


ເມື່ອ​ປະຊາຊົນ​ຂອງ​ດິນແດນ​ເຂົ້າ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ບໍ່​ວ່າ​ງານສະຫລອງ​ໃດໆ​ກໍດີ ຜູ້​ທີ່​ເຂົ້າ​ມາ​ທາງ​ປະຕູ​ດ້ານ​ເໜືອ​ໃຫ້​ອອກ​ໄປ​ທາງ​ປະຕູ​ດ້ານ​ໃຕ້ ຫລັງຈາກ​ທີ່​ນະມັດສະການ​ແລ້ວ ແລະ​ຜູ້​ທີ່​ເຂົ້າ​ມາ​ທາງ​ປະຕູ​ດ້ານ​ໃຕ້​ໃຫ້​ອອກ​ໄປ​ທາງ​ປະຕູ​ດ້ານ​ເໜືອ. ບໍ່​ໃຫ້​ຜູ້ໃດ​ກັບ​ອອກ​ໄປ​ທາງ​ປະຕູເກົ່າ​ທີ່​ຕົນ​ໄດ້​ເຂົ້າ​ມາ, ແຕ່​ໃຫ້​ອອກ​ໄປ​ທາງ​ປະຕູ​ກົງກັນຂ້າມ.


ສະນັ້ນ ເຈົ້າ​ເນບູ​ກາດເນັດຊາ​ຈຶ່ງ​ຂຶ້ນ​ໄປ​ເທິງ​ປາກ​ເຕົາໄຟ ທີ່​ກຳລັງ​ລຸກໄໝ້​ຢູ່​ນັ້ນ ແລະ​ເອີ້ນ​ໃສ່​ວ່າ, “ຊັດຣາກ, ເມຊາກ ແລະ​ອາເບັດເນໂກ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ ຈົ່ງ​ພາກັນ​ອອກ​ມາ​ສາ.” ແລ້ວ​ພວກເຂົາ​ກໍ​ອອກ​ມາ​ທັນທີ.


ເບັນເຕຊັດຊາເຣ ຫົວໜ້າ​ພວກ​ໝໍມໍ​ເອີຍ ເຮົາ​ຮູ້​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ຮູ້​ວ່າ​ເຈົ້າ​ເຂົ້າໃຈ​ຄວາມ​ເລິກລັບ​ທັງປວງ​ໄດ້. ນີ້​ຄື ຄວາມຝັນ​ຂອງເຮົາ. ຈົ່ງ​ບອກ​ເຮົາ​ແດ່​ວ່າ​ໝາຍເຖິງ​ຫຍັງ?


ພຣະເຈົ້າ​ອົງ​ສູງສຸດ​ໄດ້​ແຕ່ງຕັ້ງ​ເຈົ້າ​ເນບູ​ກາດເນັດຊາ​ບິດາ​ຂອງທ່ານ ໃຫ້​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ທັງ​ໃຫ້​ເພິ່ນ​ມີ​ກຽດຕິຍົດ ແລະ​ສະຫງ່າຣາສີ.


ເພິ່ນ​ຖືກ​ຂັບໄລ່​ອອກ​ຈາກ​ສັງຄົມ​ມະນຸດ ແລະ​ມີ​ຈິດໃຈ​ເໝືອນ​ສັດ. ເພິ່ນ​ອາໄສ​ຢູ່​ທ່າມກາງ​ຝູງ​ລໍປ່າ, ກິນ​ຫຍ້າ​ເໝືອນ​ງົວ ແລະ​ນອນ​ຢູ່​ກາງແຈ້ງ ໂດຍ​ບໍ່ມີ​ຫຍັງ​ກັ້ນກາງ​ເພິ່ນ​ຈາກ​ນໍ້າໝອກ, ແຕ່​ໃນທີ່ສຸດ ເພິ່ນ​ກໍ​ຍອມ​ຮັບ​ວ່າ ພຣະເຈົ້າ​ອົງ​ສູງສຸດ​ຄວບຄຸມ​ອານາຈັກ​ຕ່າງໆ​ຂອງ​ມະນຸດ ແລະ​ເອົາ​ອານາຈັກ​ເຫຼົ່ານີ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກເອົາ.


ພວກເຂົາ​ນຳ​ເອົາ​ຝູງແກະ ແລະ​ຝູງງົວ​ໄປ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ; ແຕ່​ບໍ່ໄດ້​ປະໂຫຍດ​ຫຍັງ​ເລີຍ. ພວກເຂົາ​ພົບ​ພຣະອົງ​ບໍ່ໄດ້ ເພາະ​ພຣະອົງ​ໄດ້​ໜີ​ຈາກ​ພວກເຂົາ​ໄປ​ສາ​ແລ້ວ.


ເມື່ອ​ພວກເຈົ້າ​ນຳ​ເຄື່ອງ​ເຜົາບູຊາ ແລະ​ຜົນລະປູກ​ມາ​ຖວາຍບູຊາ​ແກ່​ເຮົາ ເຮົາ​ຈະ​ບໍ່​ຮັບ​ເອົາ; ເຮົາ​ຈະ​ບໍ່​ຮັບ​ເອົາ​ສັດ​ທີ່​ພວກເຈົ້າ​ໄດ້​ລ້ຽງ​ໄວ້​ໃຫ້​ຕູ້ຍພີ ແລະ​ນຳ​ມາ​ຖວາຍບູຊາ​ໂມທະນາ​ຂອບພຣະຄຸນ​ແກ່​ເຮົາ.


ຄັ້ງ​ໜຶ່ງ ມີ​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ເຂົາ​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຕ້ອງ​ເຮັດ​ຄວາມດີ​ຢ່າງ​ໃດ​ແດ່ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”


ແລະ ທີ່​ຈະ​ຮັກ​ພຣະເຈົ້າ​ດ້ວຍ​ສຸດໃຈ ດ້ວຍ​ສຸດຈິດ ດ້ວຍ​ສຸດ​ຄວາມຄິດ ແລະ​ດ້ວຍ​ສຸດ​ກຳລັງ​ຂອງຕົນ ແລະ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ​ນັ້ນ ກໍ​ປະເສີດ​ຫລາຍກວ່າ​ຂອງ​ຖວາຍ ແລະ​ເຄື່ອງ​ເຜົາບູຊາ​ທັງປວງ.”


ແລະ ຮ້ອງ​ດ້ວຍ​ສຽງດັງ​ວ່າ, “ເຢຊູ​ບຸດ​ພຣະເຈົ້າ​ຜູ້​ສູງສຸດ​ເອີຍ, ທ່ານ​ມາ​ຫຍຸ້ງກ່ຽວ​ຫຍັງ​ກັບ​ຂ້ານ້ອຍ? ຂ້ານ້ອຍ​ຂໍຮ້ອງ​ທ່ານ​ສັນຍາ​ໃນ​ພຣະນາມ​ພຣະເຈົ້າ​ວ່າ ຈະ​ບໍ່​ທໍລະມານ​ຂ້ານ້ອຍ” (


ຄັ້ງ​ໜຶ່ງ ມີ​ທຳບັນດິດ​ຄົນ​ໜຶ່ງ ໄດ້​ຢືນ​ຂຶ້ນ​ເພື່ອ​ທົດລອງ​ພຣະເຢຊູເຈົ້າ ລາວ​ຖາມ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”


ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຊອກ​ຫາ​ເຮົາ ບໍ່ແມ່ນ​ຍ້ອນ​ໄດ້​ເຫັນ​ການ​ອັດສະຈັນ ແຕ່​ຍ້ອນ​ໄດ້​ກິນ​ເຂົ້າຈີ່​ອີ່ມ.


ຍິງ​ນັ້ນ​ໄດ້​ຕິດຕາມ​ໂປໂລ ແລະ​ພວກເຮົາ​ໄປ ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ ໄດ້​ມາ​ປະກາດ​ເລື່ອງ​ທາງ​ຄວາມ​ພົ້ນ​ໃຫ້​ແກ່​ພວກເຈົ້າ.”


ແລ້ວ​ໄດ້​ພາ​ທ່ານ​ທັງສອງ​ອອກ​ມາ ແລ້ວ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ລອດພົ້ນ?”


ເມື່ອ​ປະຊາຊົນ​ໄດ້ຍິນ​ເຊັ່ນນີ້​ແລ້ວ ຕ່າງ​ກໍ​ເຈັບຊໍ້າ​ກິນແໜງ​ໃຈ​ຫລາຍ​ທີ່ສຸດ ແລະ​ເວົ້າ​ແກ່​ເປໂຕ​ກັບ​ອັກຄະສາວົກ​ຄົນອື່ນໆ​ວ່າ, “ພີ່ນ້ອງ​ເອີຍ ພວກເຮົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ?”


ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຈຶ່ງ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະບິດາເຈົ້າ,


ຝ່າຍ​ປະໂຣຫິດ​ທຸກຄົນ ກໍ​ປະຕິບັດ​ໜ້າທີ່​ຂອງຕົນ​ທຸກ​ວັນ ແລະ​ນຳ​ເຄື່ອງ​ບູຊາ​ແບບ​ດຽວກັນ​ມາ​ຖວາຍ​ເລື້ອຍໆ ແຕ່​ເຄື່ອງ​ບູຊາ​ເຫຼົ່ານັ້ນ ບໍ່​ສາມາດ​ຊຳລະ​ບາບກຳ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ຈັກເທື່ອ.


ຊາມູເອນ​ກ່າວ​ວ່າ, “ແມ່ນ​ສິ່ງໃດ​ທີ່​ພຣະເຈົ້າຢາເວ​ຕ້ອງການ​ຫລາຍກວ່າ: ການ​ເຊື່ອຟັງ ຫລື​ຂອງ​ຖວາຍ ແລະ​ເຄື່ອງ​ບູຊາ? ການ​ເຊື່ອຟັງ​ພຣະເຈົ້າຢາເວ ກໍ​ດີກວ່າ​ຖວາຍ​ແກະ​ໂຕ​ດີທີ່ສຸດ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka