ມີກາ 6:5 - ພຣະຄຳພີສັກສິ5 ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.” Uka jalj uñjjattʼäta |
ຢ່າເຮັດເຂົ້າຈີ່ໃສ່ເຊື້ອແປ້ງເມື່ອກິນອາຫານນີ້, ແຕ່ໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ ເໝືອນດັ່ງພວກເຈົ້າໄດ້ເຮັດຄາວທີ່ອອກມາຈາກປະເທດເອຢິບຢ່າງຟ້າວຟັ່ງນັ້ນ. ຈົ່ງກິນເຂົ້າຈີ່ນີ້ ຄືເຂົ້າຈີ່ແຫ່ງຄວາມທົນທຸກເພື່ອວ່າຕາບໃດທີ່ຍັງມີຊີວິດຢູ່ ພວກເຈົ້າຈະໄດ້ຈົດຈຳວັນທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍທົນທຸກນັ້ນ.
ຈົ່ງຈົດຈຳວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພາພວກເຈົ້າ ໃນການເດີນທາງອັນຍາວນານນີ້ຜ່ານຖິ່ນແຫ້ງແລ້ງກັນດານ ເປັນເວລາ 40 ປີ ຢ່າງໃດ. ພຣະອົງກໍໄດ້ທົດສອບພວກເຈົ້າໃນຄວາມທຸກລຳບາກເໝືອນກັນ ເພື່ອຢາກຈະຢັ່ງຮູ້ຈິດໃຈຂອງພວກເຈົ້າວ່າເປັນຢ່າງໃດ ແລະພວກເຈົ້າຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງຫລືບໍ່?